13/06/2026
👉ຢາມີຄຸນປະໂຢດຕໍ່ຄົນເຮົາຢ່າງຫຼວງຫຼາຍ ແຕ່ບາງຄັ້ງກໍ່ເຮັດໃຫ້ເກີດອັນຕະລາຍໄດ້ ຖ້າເຮົາໃຊ້ຢາບໍ່ຖືກຕ້ອງ ຫຼື ບໍ່ເໝາະສົມເຊີ່ງບັນຫາພີ່ເຫັນຫຼາຍກໍ່ຄືບັນຫາຢາເສື່ອມຄຸນນະພາບ ມີຄົນຈຳນວນຫຼາຍທີ່ມີຢາເກັບໄວ້ໃນບ້ານ ທັງທີ່ຢາໄດ້ຮັບຈາກໂຮງໝໍ, ຮ້ານຂາຍຢາ ຫຼື ຄຣີນິກ ແລ້ວຮັບປະທານບໍ່ໝົດ ເມື່ອມີອາການເຈັບປ່ວຍອີກກໍ່ນຳຢາທີ່ເຫຼືອນັ້ນມາຮັບປະທານອີກຄັ້ງ ແຕ່ທີ່ສ່ຽງອັນຕະລາຍກໍ່ຄື ຢາທຸກຊະນິດມີວັນໝົດອາຍຸ ເຊີ່ງໝາຍເຖິງຢານັ້ນໆໝົດປະສິດທິພາບໃນການຮັກສາໄປແລ້ວ ຖ້າເຮົາຮັບປະທານຢາທີ່ເສື່ອມຄຸນນະພາບໄປໂດຍບໍ່ຮູ້ໂຕ ກໍ່ຈະເຮັດໃຫ້ການຮັກສາບໍ່ໄດ້ຜົນ ຫຼື ກໍ່ໃຫ້ເກີດອັນຕະລາຍຢ່າງຮ້າຍແຮງເຖີງຂັ້ນເສຍຊີວິດໄດ້ ເຊັ່ນ: ອາດກໍ່ໃຫ້ເກີດໂຣກໄຕວາຍ, ໄຕອັກເສບ ຫຼື ເຮັດໃຫ້ເກີດການລຸກລາມຂອງໂຣກຕ່າງໆຕະຫຼອດຈົນເກີດການດື້ຢາຂຶ້ນ.
💁♀️ການເສື່ອມສະພາບຂອງຢາອາດສັງເກດການປ່ຽນແປງລັກສະນະພາຍນອກ ເຊີ່ງສາມາດສັງເກດໄດ້ຊັດເຈນ ຫຼື ອາດມີການປ່ຽນແປງໂຄງສ້າງພາຍໃນຕົວຢາເຊີ່ງບໍ່ສາມາດເບີ່ງເຫັນໄດ້ໂດຍຕາ ວິທີທີ່ຈະຊ່ວຍກວດສອບທີ່ສາມາດເຮັດໄດ້ຄື: ການສັງເກດວັນຜະລິດ ແລະ ວັນໝົດອາຍຸທີ່ສະຫຼາກຢາດັ່ງນີ້.
1. ຂໍ້ມູນວັນຜະລິດຈະເບີ່ງທີ່ຄຳວ່າ “Manu. Date” ຫຼື “Mfg. Date” ເຊີ່ງຈະຕາມດ້ວຍເລກວັນ-ເດືອນ-ປີ ຂອງມື້ຜະລິດ.
2. ຂໍ້ມູນວັນໝົດອາຍຸຈະເບີ່ງທີ່ຄຳວ່າ “Expiry Date” ຫຼື “Exp. Date” ຫຼື “Exp.” ຫຼື “Used before” ຫຼື “Expiring” ຫຼື “Used by” ເຊີ່ງຈະຕາມດ້ວຍເລກວັນ-ເດືອນ-ປີ ຂອງມື້ໝົດອາຍຸ. ແລະ ໃນກໍລະນີທີ່ລະບຸວັນໝົດອາຍຸໄວ້ແຕ່ເລກເດືອນ-ປີ ກໍ່ໃຫ້ນັບວັນທີ ສຸດທ້າຍຂອງເດືອນນັ້ນໆເປັນມື້ໝົດອາຍຸ. ຕົວຢ່າງເຊັ່ນ: Exp.08/25 ໝາຍຄວາມວ່າຢາຈະໝົດອາຍຸ ໃນວັນທີ 30 ເດືອນ ສິງຫາ ປີ 2025.
3. ໃນກໍລະນີເຫັນຢາບາງຊະນິດລະບຸໄວ້ເຫັນແຕ່ມື້ຜະລິດ ແຕ່ບໍ່ໄດ້ລະບຸມື້ໝົດອາຍຸ ຫຼັກເກນທົ່ວໄປຈະກຳໜົດໃຫ້ຢານ້ຳທີ່ຍັງບໍ່ໄດ້ເປີດໃຊ້ສາມາດເກັບໄວ້ໄດ້3ປີນັບຈາກວັນຜະລິດ. ແຕ່ຖ້າຢານ້ຳຖືກເປີດໃຊ້ແລ້ວ ແລະ ມີການເກັບຮັກສາທີ່ດີຈະມີອຍຸການໃຊ້ງານປະມານ3ເດືອນ, ສ່ວນຢາເມັດສາມາດເກັບໄວ້ໄດ້5ປີນັບຈາກມື້ຜະລິດ ແຕ່ຖ້າຫາກຢາເມັດມີການແບ່ງບັນຈຸໃສ່ໃນຖົງຊິບ ວັນໝົດອາຍຸຂອງຢາຈະແບ່ງບັນຈຸອອກໄປ1ປີໂດຍບໍ່ເກີນວັນໝົດອາຍຸຈິງທີ່ລະບຸໃນສະຫຼາກຢາ ນອກຈາກນີ້ການກວດສອບຢາໝົດອາຍຸ ຫຼື ຢາເສື່ອມຄຸນນະພາບອີກວິທີໜື່ງ ສາມາດສັງເກດລັກສະນະຕ່າງໆຂອງຢາດັ່ງນີ້: