24/08/2026
🏥ອີກໜຶ່ງຄວາມປະທັບໃຈຂອງຄົນເຈັບທີ່ມີຕໍ່ໂຮງໝໍຂອງພວກເຮົາ🎊
ນີ້ຄືເຄສຂອງຄົນເຈັບທີ່ເກີດອຸປະຕິເຫດໝື່ນລົ້ມຈົນເຮັດໃຫ້”ຫັກປິດຫົວດູກກົກແຂນສົມທົບກັບຫຼຸດໂບກຫົວດູກກົກແຂນເບື້ອງຂວາ” ເຊິ່ງ ດຣ ລີຊາງຍົງ ໄດ້ມີການຮັກສາດ້ວຍການຈັດກະດູກໃຫ້ກັບເຂົ້າຄືນເປັນປົກກະຕິ”ເບິ່ງໄດ້ຈາກພາບເອັກຊະເລ້ທັງກ່ອນ ແລະ ຫຼັງ📌 ແລະ ພ້ອມນັ້ນກໍ່ໄດ້ຮັກສາດ້ວຍສະໝຸນໄພທີ່ເປັນສູດສະເພາະຂອງໂຮງໝໍເຮົາຈົນຫາຍດີເປັນປົກກະຕິ ແລະ ດຳລົງຊີວິດປະຈໍາວັນໄດ້ຢ່າງສະດວກສະບາຍບໍ່ເຈັບປວດ🎊
ມາໃນວັນທີ 22 ສິງຫາ 2026 ທ່ານ 崔记货 - Cuijihuo”ຄົນເຈັບ”ໄດ້ມອບປ້າຍຂອບໃຈດ້ວຍຂໍ້ຄວາມທີ່ມີຄວາມໝາຍຢ່າງເລິກເຊິ່ງໃຫ້ແກ່ ດຣ ລີຊາງຍົງ ແລະ ທີມແພດໝໍຂອງພວກເຮົາ ດ້ວຍຄວາມດີໃຈ ແລະ ຍ້ອງຍໍສັນລະເສີນທີ່ໂຮງໝໍຂອງພວກເຮົາໄດ້ເອົາໃຈໃສ່ໃນການປິ່ນປົວຮັກສາ,ຕິດຕາມຄົນເຈັບຢ່າງໃກ້ສິດຕັ້ງແຕ່ເລີ່ມຕົ້ນຈົນຫາຍດີປົກກະຕິຢ່າງປອດໄພ🙏🏻
ພວກເຮົາຂໍຂອບໃຈຢ່າງສູງຕໍ່ຄວາມໄວ້ວາງໃຈຂອງຄົນເຈັບທຸກທ່ານ, ແລະ ໂຮງໝໍຂອງພວກເຮົາ ຍັງຄົງມຸ່ງໝັ້ນຍຶດໝັ້ນໃນຈັນຍາບັນແພດ, ເອົາໃຈໃສ່ເບິ່ງແຍງສຸຂະພາບຂອງຄົນເຈັບທຸກຄົນຢ່າງສຸດຄວາມສາມາດ ເພື່ອສຸຂະພາບທີ່ດີຂອງທຸກໆຄົນ. 💙
📍 ໂຮງໝໍ ກະດູກ ລາວ-ຈີນ ລີຊາງຍົງ ຕັ້ງຢູ່ບ້ານໂພນຕ້ອງຈອມມະນີ(ເສັ້ນທາງລົງໄປໜອງທາ)ເມືອງຈັນທະບູລີ,ນະຄອນຫລວງວຽງຈັນ https://maps.app.goo.gl/8XrD5z1o5G1gYFPt6?g_st=ic
📞 ໂທ: 02091654289
🌐 Email:[email protected]
#ຕິດຕາມແດ່ເດີ້ໂຮງໝໍຈະເປີດໄວໆນີ້ #ໂຮງໝໍກະດູກລາວຈີນ #ປວດຫຼັງເຈັບແອວຊໍາເຮື້ອ #ຊ່ຽວຊານກະດູກ #ໂຮງໝໍລາວຈີນ