LaoViet OBGYN Clinic

LaoViet OBGYN Clinic Contact information, map and directions, contact form, opening hours, services, ratings, photos, videos and announcements from LaoViet OBGYN Clinic, Medical and health, Phaokhao Village, Xaythanee District, Vientiane Capital, Vientiane.

29/08/2026
ມະເຮັງບໍ່ມີການເຕືອນລ່ວງໜ້າ – ກວດຄັດກາເຊື້ອ HPV ດຽວນີ້! 🚨ຫຼາຍພະຍາດອັນຕະລາຍມັກຈະແພ່ກະຈາຍໄປຢ່າງງຽບໆ ໂດຍບໍ່ມີສັນຍານເຕືອນທີ່ຊ...
28/08/2026

ມະເຮັງບໍ່ມີການເຕືອນລ່ວງໜ້າ – ກວດຄັດກາເຊື້ອ HPV ດຽວນີ້! 🚨
ຫຼາຍພະຍາດອັນຕະລາຍມັກຈະແພ່ກະຈາຍໄປຢ່າງງຽບໆ ໂດຍບໍ່ມີສັນຍານເຕືອນທີ່ຊັດເຈນ. ຢ່າປ່ອຍຄວາມປະໝາດມາສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຄວາມສຸກໃນອະນາຄົດຂອງທ່ານ!

ກວດ HPV: 15 ນາທີ, ອຸ່ນໃຈໄດ້ຕະຫຼອດຊີວິດ 💡
ທີ່ຄລີນິກແມ່ແລະເດັກ ລາວ-ຫວຽດ , ຂັ້ນຕອນການກວດຄັດກອງມະເຮັງປາກມົດລູກ ແລະ ກວດຄັດກອງຫາເຊື້ອ HPV ໄດ້ຮັບການອອກແບບຢ່າງເໝາະສົມ ເພື່ອຊ່ວຍໃຫ້ແມ່ຍິງເປັນຜູ້ທີ່ໄດັຮັບໃນການປົກປ້ອງສຸຂະພາບຂອງຕົນເອງຢ່າງອ່ອນໂຍນ ແລະ ມີປະສິດທິພາບທີ່ສຸດ:

ເຕັກໂນໂລຊີກ້າວໜ້າ:ອຸປະກອນທີ່ທັນສະໄໝ, ໃຫ້ຜົນກວດທີ່ຖືກຕ້ອງ ແລະ ວ່ອງໄວ.

ໃຫ້ຄຳປຶກສາ ແລະ ປິ່ນປົວຢ່າງເລິກເຊິ່ງ: ທີມງານທ່ານໝໍຊ່ຽວຊານທີ່ມີປະສົບການສູງກວດໂດຍກົງ, ອະທິບາຍຜົນ ແລະ ວາງແຜນການປິ່ນປົວທີ່ເໝາະສົມທີ່ສຸດ.

ຮัກສາຄວາມລັບຂອງຂໍ້ມູນ: ຮັກສາພື້ນທີ່ສ່ວນຕົວ, ຮັກສາຄວາມລັບຂອງຂໍ້ມູນສ່ວນບຸກຄົນ ແລະ ປະຫວັດການປິ່ນປົວຢ່າງແທ້ຈິງ.

ຈົ່ງເປັນຝ່າຍປົກປ້ອງຕົນເອງເລີ່ມແຕ່ມື້ນີ້ 💖
ເສຍເວລາພຽງແຕ່ 15 ນາທີໃນການກວດເຊັກເປັນປະຈຳ ເພື່ອແລກກັບຄວາມອຸ່ນໃຈຕະຫຼອດຊີວິດສຳລັບຕົວທ່ານ ແລະ ຄອບຄົວ. ຢ່າລັງເລທີ່ຈະສະລະເວລາດູແລ ສຸຂະພາບຍິງຂອງຕົນເອງ!

ຈອງຄິວມື້ນີ້ – ຮັບສິດພິເສດຊຸດກວດຄັດກອງ! 🎁
👉 ກົດທີ່ນີ້ "ສົ່ງຂໍ້ຄວາມ" ຫຼື ໂທຫາສາຍດ່ວນ ເພື່ອລົງທະບຽນຊຸດກວດຄັດກອງ HPV ແລະ ຮັບໂປຣໂມຊັນສຸດພິເສດຈາກ LaoViet OB-GYN Clinic ໃນມື້ນີ້!

21/08/2026

🔴 ຍັງບໍ່ທันມີຜົວ, ຍັງບໍ່ທัน "ມີເພດສຳພັນ" ຈະບໍ່ມີທາງເປັນພະຍາດອັກເສບ ຫຼື ພະຍາດຍິງເລີຍບໍ? ❌🌸
ຖ້າສາວໆທັ້ງຫລາຍຍັງມີຄວາມຄິດແບບນີ້ຢູ່ ຕ້ອງຮີບຕື່ນຕົວຂຶ້ນມາເລີຍເດີ!
ຄວາມເປັນຈິງທາງການແພດສະແດງໃຫ້ເຫັນວ່າ: ອາການອັກເສບ ຫຼື ບັນຫາພະຍາດຍິງ ບໍ່ໄດ້ມາຈາກການມີເພດສຳພັນພຽງຢ່າງດຽວ.
ສະພາບແວດລ້ອມບໍລິເວນຊ່ອງຄອດທີ່ອັບຊຸ່ມ, ການຮັກສາຄວາມສະອາດຜິດວິທີ, ຄວາມຄຽດສະສົມເປັນເວລາດົນ ຫຼື ຮໍໂມນບໍ່ສົມດຸນ... ລ້ວນແຕ່ສາມາດເຮັດໃຫ້ເຊື້ອແບັກທີເຣຍ ແລະ ເຊື້ອລາເຕີບໃຫຍ່ໄດ້ຕະຫຼອດເວລາ — ບໍ່ວ່າເຈົ້າເຄີຍມີສຳພັນມາແລ້ວ ຫຼື ຍັງບໍ່ທັນມີກໍຕາມ!
💡 ຢ່າເອົາຄວາມອາຍມາເຮັດໃຫ້ກະທົບຕໍ່ສຸຂະພາບໃນໄລຍະຍາວ!
ສາວໆຫຼາຍຄົນກັງວົນວ່າການໄປກວດຈະເຮັດໃຫ້ເຈັບ ຫຼື ກະທົບຕໍ່ຄວາມເປັນສ່ວນຕົວບໍ? ✨ ສຳລັບສາວໆທີ່ຍັງບໍ່ທັນໄດ້ແຕ່ງງານ ຫຼື ບໍ່ເຄີຍມີສຳພັນ, ທ່ານໝໍຈະ ນຳໃຊ້ວິທີການເອັກໂກ້ທ້ອງ ແລະ ກວດສະເພາະທາງ:
ປອດໄພສູງສຸດ, ອ່ອນໂຍນ.
ບໍ່ເຈັບ, ບໍ່ກະທົບຕໍ່ໂຄງສ້າງທຳມະຊາດຢ່າງແນ່ນອນ.
ເໝາະສຳລັບທຸກເພດທຸກໄວເລີ່ມແຕ່ໄລຍະເປັນສາວ.
👉 ການກວດສຸຂະພາບເປັນປະຈຳ ຊ່ວຍໃຫ້ພົບເຫັນຄວາມສ່ຽງທີ່ເຊື່ອງຊ້ອນໄດ້ໄວ, ປົກປ້ອງສຸຂະພາບຈະເລີນພັນໃນອະນາຄົດຂອງເຈົ້າໃຫ້ສົມບູນແບບ!
🔒 ສົ່ງຂໍ້ຄວາມປຶກສາສ່ວນຕົວ – ປົກປ້ອງຄວາມລັບຢ່າງເຂັ້ມງວດ!
ສຸຂະພາບແມ່ນຂອງຕົນເອງ, ເພາະຄວາມອາຍຈຶ່ງທົນອົມທຸກ ຫຼື ປິ່ນປົວດ້ວຍຕົນເອງຢູ່ເຮືອນ ເຮັດໃຫ້ອາການໜັກກວ່າເກົ່າ.
👉 ກົດ [ສົ່ງຂໍ້ຄວາມ] ມື້ນີ້ ເພື່ອໃຫ້ທີມງານທ່ານໝໍຊ່ຽວຊານຄລີນິກລາວຫວຽດໃຫ້ຄຳປຶກສາແບບ ສ່ວນຕົວຢ່າງເປັນຄວາມລັບ ແລະ ນັດໝາຍເວລາເຂົ້າກວດທີ່ດີທີ່ສຸດ!

19/08/2026

🔴 ກີນເຄວຊ້ຽມແລະທາດເຫລັກພ້ອມກັນເລີຍເພື່ອບໍ່ໃຫ້ຫຼົງລືມ:
ແມ່ຖືພາຈົ່ງຢຸດທັນທີ ເພາະຈະເສຍເງິນຟຣີ! ❌🤰
ແມ່ກຳລັງກີນຢາບຳລຸງທີ່ຕິດນິໄສຈັບວິຕາມິນໜຶ່ງກຳແລ້ວດື່ມນຳ້ຕາມລວດດຽວໃຫ້ແລ້ວເລີຍຢູ່ບໍ?
ຄວາມຈິງທາງການແພດແມ່ນ: ຄວຊຽມ ແລະ ທາດເຫຼັກ ແມ່ນ "ບໍ່ຖືກກັນ" ຢ່າງແຮງເວລາເຂົ້າສູ່ຮ່າງກາຍ!
ເມື່ອກິນພ້ອມກັນ, ຄວຊຽມຈະໄປແຂ່ງຂັນໂດຍກົງ ແລະ ຂັດຂວາງຄວາມສາມາດໃນການດູດຊຶມທາດເຫຼັກຢູ່ລຳໄສ້ນ້ອຍຢ່າງເຕັມທີ່.
⚠️ ຜົນສະທ້ອນແມ່ນ:
• ແມ່ເສຍເງິນຊື້ວິຕາມິນລາຄາແພງ ແຕ່ຮ່າງກາຍກັບດູດຊຶມໄດ້ໜ້ອຍຫຼາຍ.
• ສ້າງຜົນຂ້າງຄຽງທີ່ບໍ່ສະບາຍເຊັ່ນ: ທ້ອງຜູກ, ຮ້ອນໃນ, ທ້ອງອືດ, ຂຶ້ນສິວ.
💡 ກົດເຫຼັກໃນການເສີມສ້າງວິຕາມິນຕາມມາດຕະຖານການແພດ:
⏱️ ໄລຍະຫ່າງທີ່ຈຳເປັນ: ກິນເຄວຊຽມ ແລະ ທາດເຫຼັກຫ່າງກັນຢ່າງໜ້ອຍ 2 ຊົ່ວໂມງ.
☀️ ຕອນເຊົ້າ (ຫຼັງກິນເຂົ້າ 1 - 2 ຊົ່ວໂມງ): ກິນເຄວຊຽມ (ນີ້ແມ່ນເວລາທອງທີ່ຮ່າງກາຍຈະສັງເຄາະວິຕາມິນ ດີ ຈາກແສງແດດ ເຊິ່ງຊ່ວຍດູດຊຶມເຄວຊຽມໄດ້ສູງສຸດ).
🌤️ ຕອນທ່ຽງ / ຕອນບ່າຍໂມງ: ກິນທາດເຫຼັກ (ກິນຮ່ວມກັບວິຕາມິນ ຊີ ຫຼື ນ້ຳໝາກກ້ຽງ ເພື່ອເພີ່ມປະສິດທິພາບໃນການດູດຊຶມ).
👉 ແມ່ຖືພາແຕ່ລະຄົນມີສະພາບຮ່າງກາຍ ແລະ ຜົນກວດເລືອດທີ່ແຕກຕ່າງກັນ. ການເລືອກຊະນິດທາດເຫຼັກ/ເຄວຊຽມແບບທີ່ດູດຊຶມງ່າຍ ແລະ ການຈັດສັນເວລາໃຫ້ເໝາະສົມ ຄືກະແຈສຳຄັນທີ່ຊ່ວຍໃຫ້ສຸຂະພາບດີ ແລະ ບໍ່ທ້ອງຜູກ!
📩 ຮັບຕາຕະລາງເວລາກິນວິຕາມິນຕາມມາດຕະຖານການແພດຈາກທ່ານໝໍ!
👉 ກົດ [ສົ່ງຂໍ້ຄວາມ] ມື້ນີ້ ເພື່ອຮັບການປຶກສາແບບສ່ວນຕົວ ກັບທ່ານໝໍຊ່ຽວຊານດ້ານແມ່ແລະເດັກຮັບຕາຕະລາງການເສີມວິຕາມິນທີ່ເໝາະສົມທີ່ສຸດສຳລັບສະພາບຮ່າງກາຍຂອງແມ່!

17/08/2026

🔴 ຖືພາແລ້ວຕ້ອງຍ່າງເບົາໆ ເວົ້າຄ່ອຍໆ, ຫ້າມອອກກຳລັງກາຍເດັດຂາດ ເພາະຢ້ານສະເທືອນທ້ອງ? 🧘‍♀️🏋️‍♀️
ຄວາມເຊື່ອແບບນີ້ເກົ່າຫຼາຍແລ້ວແມ່ເອີຍ! ວິທະຍາສາດສະໄໝໃໝ່ໄດ້ພິສູດແລ້ວວ່າ: ການອອກກຳລັງກາຍຢ່າງຖືກວິທີ ໃຫ້ຜົນປະໂຫຍດທີ່ດີເລີດຕໍ່ທັງແມ່ ແລະ ລູກ!
✨ ຜົນປະໂຫຍດເມື່ອແມ່ຖືພາອອກກຳລັງກາຍ, ຫຼິ້ນໂຍຄະຢ່າງຖືກວິທີ:
✅ ຫຼຸດຜ່ອນອາການເຈັບຫຼັງ ແລະ ເມື່ອຍບໍລິເວນສະໂພກໃນລະຫວ່າງຖືພາໄດ້ຢ່າງມີປະສິດທິພາບ.
✅ ຊ່ວຍໃຫ້ຮ່າງກາຍມີຄວາມຍືດຫຍຸ່ນ, ຊ່ວຍກະຕຸ້ນໃຫ້ການເກີດລູກແບບທຳມະຊາດງ່າຍຂຶ້ນ.
✅ ຄວບຄຸມນ້ຳໜັກໄດ້ຢ່າງມີປະສິດທິພາບ ແລະ ກັບມາມີຫຸ່ນດີໄດ້ໄວຫຼັງຈາກເກີດ.
⚠️ ກົດເຫຼັກໃນການອອກກຳລັງກາຍສຳລັບແມ່ຖືພາ:
• 3 ເດືອນທຳອິດ: ເປັນໄລຍະທີ່ລະອຽດອ່ອນ, ແມ່ຄວນເລືອກການຍ່າງເບົາໆເປັນຫຼັກ.
• ຕັ້ງແຕ່ເດືອນທີ 4 ເປັນຕົ້ນໄປ: ແມ່ສາມາດກັບມາອອກກຳລັງກາຍດ້ວຍຄວາມໜັກທີ່ເໝາະສົມໄດ້.
⛔ ຂໍ້ຄວນລະວັງພິເສດ:
❌ ຫ້າມບິດໂຕ ຫຼື ເກັງໜ້າທ້ອງຢ່າງໜັກ, ຫ້າມ (ນັ່ງຢອງ) ທີ່ໜັກເກີນໄປ.
❌ ຫ້າມນອນຫງາຍໃນເວລາອອກກຳລັງກາຍ ຫຼັງຈາກອາທິດທີ 20 ເປັນຕົ້ນໄປ.
❌ ໃຫ້ຢຸດອອກກຳລັງກາຍທັນທີ ຖ້າມີອາການເຈັບທ້ອງ ຫຼື ມີເລືອດອອກຜິດປົກກະຕິ.
👉 ໂດຍສະເພາະ, ການຖືພາຂອງແຕ່ລະຄົນມີສະພາບຮ່າງກາຍທີ່ແຕກຕ່າງກັນ. ກ່ອນຈະເລີ່ມອອກກຳລັງກາຍໃດໆ, ແມ່ຈຳເປັນຕ້ອງໄດ້ຮັບການກວດສະພາບຕຳແໜ່ງຮົກ, ປາກມົດລູກ ແລະ ສຸຂະພາບລວມກ່ອນ!
📩 ປຶກສາການຖືພາທີ່ມີສຸຂະພາບດີ - ນັດກວດສຸຂະພາບຕາມມາດຕະຖານການແພດ! ແມ່ກຳລັງລັງເລໃຈຢູ່ບໍວ່າສະພາບຮ່າງກາຍຂອງຕົນເອງຄວນອອກກຳລັງກາຍຫຼືບໍ່?
👉 ກົດສົ່ງຂໍ້ຄວາມມື້ນີ້ ເພື່ອຮັບການປຶກສາແບບ ສ່ວນຕົວກັບທ່ານໝໍຊ່ຽວຊານດ້ານແມ່ແລະເດັກ ນັດໝາຍກວດສຸຂະພາບການຖືພາຢ່າງລະອຽດທີ່ສຸດ!

13/08/2026

🔴 ອົດອາຫານ ແລະ ຕັດແປ້ງອອກຢ່າງສິ້ນເຊີງເພື່ອຫຼຸດນ້ຳຕານໃນເລືອດ: ແມ່ຖືພາຈົ່ງຢຸດຄວາມຜິດພາດທີ່ອັນຕະລາຍນີ້ທັນທີ! 🤰🩸
ຖືກກວດພົບວ່າເປັນພະຍາດເບົາຫວານໃນຂະນະຖືພາ ເຮັດໃຫ້ແມ່ຕົກໃຈຢ້ານ ຈົນບໍ່กล້າກິນຫຍັງເລີຍ ເພາະຢ້ານວ່າຄ່ານ້ຳຕານໃນເລືອດຈະສູງຂຶ້ນບໍ?
ແມ່ຮູ້ຫຼືບໍ່ວ່າ: ການອົດອາຫານຫຼາຍ ບໍ່ພຽງແຕ່ບໍ່ຊ່ວຍຄວບຄຸມພະຍາດເທົ່ານັ້ນ, ແຕ່ຍັງເຮັດໃຫ້ຮ່າງກາຍຂອງແມ່ອ່ອນເພຍ, ເຊິ່ງພາໃຫ້ລູກໃນທ້ອງຂາດສານອາຫານຢ່າງຮ້າຍແຮງ ແລະ ພັດທະນາການຊັກຊ້າອີກດ້ວຍ! ພະຍາດເບົາຫວານໃນຂະນະຖືພາແມ່ນສາມາດຄວບຄຸມໄດ້ຢ່າງປອດໄພ ຖ້າແມ່ຮັກສາລະບົບໂພຊະນາການຕາມຫຼັກວິທະຍາສາດຢ່າງຖືກຕ້ອງ.
💡 ກົດເກນຈານອາຫານຕາມມາດຕະຖານການແພດສຳລັບແມ່ຖືພາ:
🥗 1/2 ຈານ: ຜັກສົດ, ເສັ້ນໃຍອາຫານ ແລະ ໝາກໄມ້ສຸກທີ່ຫວານໜ້ອຍ.
🥩 1/4 ຈານ: (ໂປຣຕີນ) ຄຸນະພາບສູງ (ເນື້ອບໍ່ຕິດມັນ, ປາ, ໄຂ່, ຖົ່ວ).
🍠 1/4 ຈານ: ແປ້ງທີ່ຍ່ອຍຊ້າ ຫຼື ໃຫ້ພະລັງງານຊ້າ (ເຂົ້າກ່ຳ/ເຂົ້າສີນ້ຳຕານ, ມັນບົງ/ມັນເທດ, ເຂົ້າໂອດ).
✨ 2 ເຄັດລັບສຳຄັນທີ່ສຸດຊ່ວຍໃຫ້ນ້ຳຕານໃນເລືອດຄົງທີ່:
• ແບ່ງມື້ອາຫານໃຫ້ເປັນມື້: ກິນ 3 ມື້ຫຼັກ + 2-3 ມື້ຫວ່າງຕໍ່ມື້ ເພື່ອຫຼີກລ່ຽງການພົກຕົວສູງຂອງນ້ຳຕານໃນເລືອດ.
• ການກິນທີ່ຖືກຕ້ອງ: ຜັກ ➡️ ອາຫານ (ໂປຣຕີນ) ➡️ ແປ້ງ ເພື່ອຊ່ວຍຊະລໍຂະບວນການດູດຊຶມນ້ຳຕານເຂົ້າສູ່ກະແສເລືອດ.
👉 ໂດຍສະເພາະ, ແມ່ຖືພາແຕ່ລະຄົນມີລະດັບຄວາມຕອບສະໜອງຕໍ່ຮໍໂມນອິນຊູລິນທີ່ແຕກຕ່າງກັນ. ການກວດກາດັດຊະນີ້ນ້ຳຕານໃນເລືອດຕາມກຳນົດ ແລະ ການສ້າງເມນູອາຫານສະເພາະຕົວຮ່ວມກັບທ່ານໝໍຊ່ຽວຊານດ້ານແມ່ແລະເດັກ ແມ່ນສິ່ງທີ່ຈຳເປັນຢ່າງຍິ່ງ!
🎁 ພິເສດ: ມອບຟຣີເມນູອາຫານ 7 ວັນ ສຳລັບແມ່ຖືພາທີ່ເປັນເບົາຫວານໃນຂະນະຖືພາ! ແມ່ກັງວົນໃຈຢູ່ບໍວ່າຈະກິນຫຍັງດີ ເພື່ອໃຫ້ໄດ້ສານອາຫານພຽງພໍສຳລັບລູກ ແລະ ປອດໄພສຳລັບແມ່?
👉 ກົດສົ່ງຂໍ້ຄວາມມື້ນີ້ ເພື່ອຮັບຊຸດເມນູອາຫານ 7 ວັນຕາມມາດຕະຖານການແພດຟຣີ ແລະ ນັດໝາຍປຶກສາແບບສ່ວນຕົວກັບທ່ານໝໍຊ່ຽວຊານດ້ານແມ່ແລະເດັກ!

11/08/2026

🔴 ຄືນໃດກະນອນບໍ່ຫຼັບ, ຕື່ນມາຕອນ 2-3 ໂມງ, ແມ່ຖືພາທີ່ນອນບໍ່ຫຼັບກຳລັງເຮັດໃຫ້ລູກໃນທ້ອງເມື່ອຍໄປນຳແມ່ນບໍ? 🤰🦉
ພິກໄປເບື້ອງຊ້າຍກະບໍ່ໄດ້, ໝຸນໄປເບື້ອງຂວາກະບໍ່ສະບາຍ... ການນອນໃນແຕ່ລະຄືນຂອງແມ່ກຳລັງກາຍເປັນ "ການຕໍ່ສູ້" ແມ່ນບໍ?
ແມ່ຮູ້ຫຼືບໍ່ວ່າ: ການນອນບໍ່ຫຼັບເປັນເວລາດົນ ບໍ່ພຽງແຕ່ເຮັດໃຫ້ຮ່າງກາຍຂອງແມ່ອ່ອນເພຍ, ເຄັ່ງຕຶງເທົ່ານັ້ນ, ແຕ່ຍັງເຮັດໃຫ້ມີຄວາມສ່ຽງທີ່ລູກໃນທ້ອງຈະຂາດອອກຊີເຈນ ແລະ ພັດທະນາການຊັກຊ້າອີກດ້ວຍ.
🚨 ຄຳເຕືອນທາງການແພດຈາກທ່ານໝໍ: ຫ້າມຊື້ຢານອນຫຼັບ ຫຼື ຊາສະໝຸນໄພແປກໆມາດື່ມເອງໂດຍບໍ່ໄດ້ຮັບຄຳແນະນຳຈາກແພດຢ່າງເດັດຂາດ. ສິ່ງນີ້ອາດເກີດອັນຕະລາຍໂດຍກົງຕໍ່ລູກນ້ອຍໃນທ້ອງ!
💡 3 ເຄັດລັບທາງວິທະຍາສາດທີ່ຊ່ວຍໃຫ້ແມ່ຖືພານອນຫຼັບສະບາຍ:
1️⃣ ໃຊ້ໝອນຮອງນອນຮູບຕົວ U: ຊ່ວຍຮອງຮັບທ້ອງ, ຫຼຸດຜ່ອນຄວາມກົດດັນຕໍ່ກະດູກສັນຫຼັງ ແລະ ຂໍ້ຕໍ່ສະໂພກ.
2️⃣ ດື່ມນົມອຸ່ນ 1 ຈອກ: ດື່ມກ່ອນນອນປະມານ 30 ນາທີ ເພື່ອຊ່ວຍໃຫ້ລະບົບປະສາດຜ່ອນຄາຍ ແລະ ນອນຫຼັບງ່າຍຂຶ້ນ.
3️⃣ ແຊ່ຕີນດ້ວຍນ້ຳອຸ່ນ: ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ແລະ ຜ່ອນຄາຍຕີນທີ່ບວມ.

✨ ພິເສດ: ເມື່ອລົງທະບຽນ "ແພັກເກັດດູແລການຖືພາແບບຄົບວົງຈອນ" ທີ່ຄລີນິກ, ແມ່ຈະໄດ້ຮັບການກວດສອບດັດຊະນີຮໍໂມນໂດຍກົງຈາກທ່ານໝໍຊ່ຽວຊານດ້ານແມ່ແລະເດັກ, ພ້ອມທັງຕິດຕາມສຸຂະພາບຂອງທັງແມ່ ແລະ ລູກຢ່າງໃກ້ຊິດຕະຫຼອດການຖືພາ!
📩 ການຖືພາທີ່ມີສຸຂະພາບດີ – ນອນຫຼັບໄດ້ຢ່າງສະບາຍໃຈ! ຖ້າຫາກອາການນອນບໍ່ຫຼັບມາພ້ອມກັບອາການເຈັບຫົວ, ວິນຫົວ ຫຼື ອ່ອນເພຍເປັນເວລາດົນ, ແມ່ຢ່າທົນຢູ່ຄົນດຽວເດີ້!

08/08/2026
07/08/2026

🤰 ເອັກໂກ້ຫຼາຍ ເປັນອັນຕະລາຍຕໍ່ລູກໃນທ້ອງບໍ? ມາຟັງຄຳຕອບຈາກທ່ານໝໍກັນ! 🔊
"ຕື່ນເຕັ້ນຢາກເຫັນໜ້າລູກ ກໍເລີຍໄປເອັກໂກ້ທຸກອາທິດ..." – ມີແມ່ໆຄົນໃດເປັນແບບນີ້ບໍ? ການໄດ້ເຫັນລູກໃຫຍ່ຂຶ້ນເທື່ອລະໜ້ອຍຜ່ານໜ້າຈໍ ມັນເປັນຄວາມສຸກທີ່ອະທິບາຍບໍ່ໄດ້, ແຕ່ໃນໃຈຂອງແມ່ກໍຍັງມີຄວາມກັງວົນຢູ່: "ເອັກໂກ້ຫຼາຍເກີນໄປ ຈະມີຜົນກະທົບຕໍ່ການຈະເລີນເຕີບໂຕ ຫຼື ສມອງຂອງລູກໃນອະນາຄົດບໍ?"
👉 ເສຍເວລາ 45 ວິນາທີ ເບິ່ງວິດີໂອນີ້ ທ່ານໝໍຈະມາອະທິບາຍຕາມຫຼັກການແພດ ເພື່ອໃຫ້ແມ່ໆເຊົາຄິດຫຼາຍເດີ!
💡 ຄວາມຈິງທາງວິທະຍາສາດ: ການເອັກໂກ້ແມ່ນການໃຊ້ຄື້ນສຽງຄວາມຖີ່ສູງ ບໍ່ແມ່ນ "ລັງສີ X-ray" ເດີ້. ເພາະສະນັ້ນ, ຈົນເຖິງປັດຈຸບັນ ແມ່ນຍັງບໍ່ທັນມີຫຼັກຖານທາງວິທະຍາສາດໃດໆ ທີ່ຢັ້ງຢືນວ່າການເອັກໂກ້ຈະເປັນອັນຕະລາຍຕໍ່ລູກໃນທ້ອງ.
⚠️ ແຕ່ເຖິງຢ່າງໃດກໍຕາມ: ການໄປເອັກໂກ້ແບບ "ຕາມໃຈ" ໄປທຸກໆອາທິດມັນບໍ່ມີຄວາມຈຳເປັນ ແລະ ຍັງເຮັດໃຫ້ເສຍທັງເງິນ ເສຍທັງເວລາຂອງຄອບຄົວອີກດ້ວຍ.
ແທນທີ່ຈະໄປເລື້ອຍໆແບບນັ້ນ, ແມ່ໆຈື່ 3 ຊ່ວງສຳຄັນທີ່ດີທີ່ສຸດ ໃນການເອັກໂກ້ ທີ່ຕ້ອງໄປ ເພື່ອຕິດຕາມແລະ ກວດເບິ່ງຄວາມຜິດປົກກະຕິ ລວມເຖິງຕິດຕາມພັດທະນາການຂອງລູກໃຫ້ສົມບູນແບບທີ່ສຸດ:
🎯 ອາທິດທີ 11 – 13: ກວດແທກຄວາມໜາຂອງຕົ້ນຄໍ (NT) ເພື່ອຄັດກອງຄວາມຜິດປົກກະຕິຂອງໂຄຣໂມໂຊມຕັ້ງແຕ່ທຳອິດ.
🎯 ອາທິດທີ 20 – 24: ເອັກໂກ້ເບິ່ງຮ່າງກາຍໂດຍລະອຽດ, ກວດເບິ່ງໂຄງສ້າງອະໄວຍະວະພາຍໃນ ແລະ ໃບໜ້າຂອງລູກ.
🎯 ອາທິດທີ 30 – 32: ປະເມີນການຈະເລີນເຕີບໂຕຊ່ວງທ້າຍຂອງການຕັ້ງຄັນ, ຄາດຄະເນນ້ຳໜັກ ແລະ ທ່າຂອງລູກ.
ເມື່ອມາຫາພວກເຮົາທີ່ຄລີນິກລາວຫວຽດ, ແມ່ໆຈະໄດ້ຮັບການຕິດຕາມການຕັ້ງຄັນໂດຍທີມແພດຜູ້ຊ່ຽວຊານທີ່ມີປະສົບການສູງ ພ້ອມກັບເຄື່ອງເອັກໂກ້ 4D/5D ທີ່ຄົມຊັດສຸດໆ, ຮັບປະກັນວ່າກວດ ຖືກຕ້ອງ – ຄົບຖ້ວນ – ປອດໄພ ທັງແມ່ ແລະ ລູກ.
ແມ່ໆຕັ້ງຄັນໄດ້ຈັກອາທິດແລ້ວນໍ? ຢ່າປ່ອຍໃຫ້ພາດຊ່ວງເວລາຄັດກອງທີ່ສຳຄັນຂອງລູກເດີ!
👉 "ສົ່ງຂໍ້ຄວາມ" ຫຼື ເມັ້ນຈຳນວນອາທິດຂອງການຕັ້ງຄັນໄວ້ກ້ອງໂພສນີ້ໄດ້ເລີຍ ເພື່ອໃຫ້ທ່ານໝໍຈັດຄິວນັດເອັກໂກ້ໃຫ້ຖືກຕາມຊ່ວງເວລາ ແລະ ຮັບໂປຣໂມຊັນແພັກເກັດເອັກໂກ້ໃນເດືອນນີ້ເດີ!
🏢 ສະຖານທີ່: ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
☎️ ເບີໂທລະສັບໃຫ້ຄຳປຶກສາ: 020.51846999 / 030.5999999

Address

Phaokhao Village, Xaythanee District, Vientiane Capital
Vientiane
01000

Alerts

Be the first to know and let us send you an email when LaoViet OBGYN Clinic posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share