16/07/2026
🔬 ຄົ້ນຫາຄວາມຈິງທີ່ເຊື່ອງຢູ່... ມາທຳຄວາມຮູ້ຈັກກັບ "ຄະນະເຕັກນິກການແພດ" ມ.ວ.ສ! ✨
ນ້ອງໆເຄີຍສົງໄສບໍ່ວ່າ ໃຜຄືຜູ້ທີ່ຢູ່ເບື້ອງຫຼັງການຄົ້ນຫາຄວາມຈິງຂອງພະຍາດຕ່າງໆ? ຖ້າຢາກຮູ້ ຕາມມາເບິ່ງໃນຄລິບນີ້ເລີຍ! ມື້ນີ້ເຮົາຈະພາໄປບຸກຄະນະເຕັກນິກການແພດ (Faculty of Medical Technology) ມະຫາວິທະຍາໄລວິທະຍາສາດສຸຂະພາບ ເຊິ່ງຕັ້ງຢູ່ທີ່ ບ້ານຊຽງດາ, ວິທະຍາເຂດດົງໂພສີ.
📌 ທີ່ຄະນະເຕັກນິກການແພດ ມີ 3 ສາຂາຫຼັກທີ່ໜ້າສົນໃຈ:
🧪 ສາຂາວິເຄາະການແພດ (Medical Laboratory): ຮຽນຮູ້ກ່ຽວກັບເລືອດ, ຈຸລິນຊີ ແລະ ທະນາຄານເລືອດ. ນ້ອງໆຈະໄດ້ລົງມືຕົວຈິງໃນການກວດຫາເລືອດ, ປັດສະວະ ແລະ ສິ່ງສົ່ງກວດອື່ນໆ ເພື່ອຊ່ວຍໃນການວິນິດໄສພະຍາດ.
💪🏻 ສາຂາກາຍະບຳບັດ (Physical Therapy): ຮຽນຮູ້ກ່ຽວກັບ ລະບົບປະສາດ, ລະບົບກ້າມຊີ້ນ ແລະ ລະບົບກະດູກ, ຮຽນວິທີການອອກກຳລັງກາຍເພື່ອການຮັກສາ, ການດຶງ-ດັດຂໍ້ຕໍ່, ແລະ ການໃຊ້ເຄື່ອງມືຟີຊິກຊ່ວຍ ເຊັ່ນ: Ultrasound, Laser, ສາຍຟ້າກະຕຸ້ນກ້າມຊີ້ນ.
💀 ສາຂາເຕັກນີກລັງສີ ແລະ ຮູບພາບ (Radiological Technology): ຮຽນຮູ້ກ່ຽວກັບກາຍະວິພາກສາດ, ຟີຊິກ, ລັງສີ ແລະ ການຄວບຄຸມເຄື່ອງມືທີ່ທັນສະໄໝ ເຊັ່ນ: X-ray, CT Scan ແລະ MRI.
💼 ຮຽນຈົບແລ້ວເຮັດວຽກຫຍັງໄດ້ແດ່?
ສາມາດໄປປະກອບອາຊີບໃນໂຮງໝໍ, ຄລີນິກ, ສູນວິໄຈ ຫຼື ແມ້ກະທັ້ງເປັນຕົວແທນຂາຍອຸປະກອນທາງການແພດກໍໄດ້!
🌟 ພິເສດ! ພົບກັບກິດຈະກຳ Exclusive ໃນງານ Open House:
ນ້ອງໆຈະໄດ້ຮັບບົດບາດເປັນ "ນັກເຕັກນິກການແພດ" ໃນການ ກວດຫາໝວດເລືອດຈຳລອງ! ຊ່ວຍໃຫ້ເຂົ້າໃຈການກວດໝວດເລືອດກ່ອນການສົ່ງຄົນເຈັບ ພ້ອມຝຶກທັກສະການສັງເກດ, ການວິເຄາະຜົນ, ການທົດລອງ ແລະ ການເຮັດວຽກເປັນທີມ.
📢 ໃຜທີ່ມັກວຽກຫ້ອງແລັບ ແລະ ສົນໃຈເຕັກໂນໂລຊີທາງການແພດ ຫ້າມພາດ! ມາພົບກັນໃນງານ UHS Open House 2026
📅 ວັນທີ: 18 ກໍລະກົດ 2026
📍 ສະຖານທີ່ຈັດງານ: ວິທະຍາເຂດເພຍວັດ (ບ່ອນຈັດງານ Open House)
👉 ຢ່າລືມມາພົບກັນຫຼາຍໆເດີ້! ແທັກໝູ່ທີ່ຢາກເປັນນັກເຕັກນິກການແພດ ມາເບິ່ງຄລິບນີ້ລຸ່ມຄອມເມັ້ນແດ່!
#ຄະນະເຕັກນິກການແພດ #ມະຫາວິທະຍາໄລວິທະຍາສາດສຸຂະພາບ