Better Me ທີ່ປຶກສາຄອບຄົວແລະໄວໜຸ່ມ

Better Me ທີ່ປຶກສາຄອບຄົວແລະໄວໜຸ່ມ ບ່ອນພັດທະນາເດັກ ໄວໜຸ່ມ ແລະ ຄອບຄົວ

ການລ້ຽງລູກບໍ່ແມ່ນການເອົາຊະນະ ຫຼື ການໃຊ້ອຳນາດບັງຄັບ, ແຕ່ແມ່ນການ ກຳນົດຂອບເຂດທີ່ຊັດເຈນ ໄປພ້ອມໆກັບຄວາມອ່ອນໂຍນ ແລະ ຄວາມເຂົ້າໃ...
28/08/2026

ການລ້ຽງລູກບໍ່ແມ່ນການເອົາຊະນະ ຫຼື
ການໃຊ້ອຳນາດບັງຄັບ, ແຕ່ແມ່ນການ
ກຳນົດຂອບເຂດທີ່ຊັດເຈນ ໄປພ້ອມໆກັບ
ຄວາມອ່ອນໂຍນ ແລະ ຄວາມເຂົ້າໃຈ

ເມື່ອເຮົາປ່ຽນມຸມມອງ ແລະ
ເຂົ້າໃຈທຳມະຊາດຂອງເດັກ,
ວິທີການຕອບສະໜອງຂອງເຮົາກໍຈະປ່ຽນໄປ

Better Me ປິດທ້າຍອາທິດນີ້
ດ້ວຍການແລກປ່ຽນກັບຜູ້ປົກຄອງ
ທີ່ໂຮງຮຽນນານາຊາດ Heathfield:
"ການລ້ຽງລູກຢ່າງເຂົ້າໃຈດ້ວຍວິໄນທາງບວກ"

ສິ່ງທີ່ໄດ້ຈາກການອົບຮົມນີ້:
- ເຂົ້າໃຈທຳມະຊາດຂອງເດັກ,
ຮູ້ວ່າລູກບໍ່ໄດ້ "ຈົງໃຈດື້", ພໍ່ແມ່ຈະໃຈເຢັນ
ແລະ ບໍ່ໃຊ້ອາລົມ.
- ​ຮູ້ວິທີຊ່ວຍໃຫ້ລູກຮຽນຮູ້ການຈັດການອາລົມ
ແລະ ແກ້ໄຂບັນຫາເປັນ.
- ຮຸ້ວິທີການ​ສ້າງຄວາມຜູກພັນ
ໃຫ້ລູກຮູ້ສຶກປອດໄພ, ໄວ້ໃຈພໍ່ແມ່.
- ​ປ້ອງກັນການສ້າງປົມໃນໃຈລູກ ແລະ ສົ່ງເສີມ
ການເຫັນຄຸນຄ່າ ແລະ ຄວາມໝັ້ນໃຈໃນຕົວເອງ

#ວິໄນທາງບວກ
ີ່ປຶກສາຄອບຄົວແລະໄວໜຸ່ມ

 #ເມື່ອເດັກຮູ້ສຶກປອດໄພເຂົາເຈົ້າຈະພ້ອມໃນການຮຽນຮູ້ 🧠💙ຫຼາຍເທື່ອທີ່ເຮົາເຫັນເດັກນ້ອຍງໍແງ, ດື້, ຫຼື ບໍ່ມີສະມາທິ... ແຕ່ເມື່ອເຮົ...
25/08/2026

#ເມື່ອເດັກຮູ້ສຶກປອດໄພ
ເຂົາເຈົ້າຈະພ້ອມໃນການຮຽນຮູ້ 🧠💙

ຫຼາຍເທື່ອທີ່ເຮົາເຫັນເດັກນ້ອຍງໍແງ, ດື້, ຫຼື ບໍ່ມີສະມາທິ...
ແຕ່ເມື່ອເຮົາເຂົ້າໃຈເລື່ອງຄວາມຜູກພັນ ແລະ
ການເຮັດວຽກຂອງລະບົບປະສາດສຳຜັດ
ເຮົາຈະປ່ຽນມຸມມອງທັນທີວ່າ

“ລູກບໍ່ໄດ້ດື້... ແຕ່ສະໝອງ ແລະ ອາລົມຂອງເຂົາເຈົ້າ
ກຳລັງຕ້ອງການການຊ່ວຍເຫຼືອ”.

​ຂໍຂອບໃຈຄູ-ອາຈານ ແລະ ຜູ້ປົກຄອງທຸກທ່ານ
ໃນໂຮງຮຽນນານາຊາດ Briston ທີ່ມາຮ່ວມຮຽນຮູ້
ແລະ ເຕີບໂຕໄປນຳກັນໃນງານສຳມະນາມື້ນີ້ 👏✨

ປະໂຫຍດທີ່ຄູ-ອາຈານ ແລະ ຜູ້ປົກຄອງໄດ້ຮັບຈາກຫົວຂໍ້ນີ້:

💥​ສຳລັບຄູ-ອາຈານ:
- ເຂົ້າໃຈ​ພຶດຕິກຳເດັກໃນຫ້ອງຮຽນໄດ້ເລິກເຊິ່ງຂຶ້ນ
- ​ໄດ້ທັກສະການສ້າງຖານທີ່ໝັ້ນທາງໃຈ ໃນຫ້ອງຮຽນ
ເພື່ອໃຫ້ເດັກກ້າຄົ້ນຫາ ແລະ ຮຽນຮູ້ສິ່ງໃໝ່.
- ​ຮູ້ວິທີການຝຶກວິໄນທາງບວກ ເພື່ອປັບພຶດຕິກຳເດັກ

💥​ສຳລັບຜູ້ປົກຄອງ 🏠:
- ​ເຂົ້າໃຈວ່າການຕອບສະໜອງອາລົມລູກຢ່າງສະໝ່ຳສະເໝີ
ຄືການສ້າງ ຕົວຕົນ ແລະ ຄວາມພູມໃຈ ໃຫ້ລູກເຕີບໂຕ
ຢ່າງໝັ້ນຄົງ.
- ​ໄດ້ຮູ້ວິທີການ ແລະ ເຄື່ອງມືການປັບອາລົມ
ເມື່ອລູກເກີດການໂມໂຫອາລະວາດ.
​ເຮັດໃຫ້ການລ້ຽງລູກມີຄວາມສຸກຂຶ້ນ,
ຫຼຸດຄວາມເຄັ່ງຕຶງໃນເຮືອນ, ແລະ
ສ້າງສາຍສຳພັນທີ່ແໜ້ນແຟ້ນ.

​🌱 ການເບິ່ງແຍງເດັກນ້ອຍຄືການປູກຕົ້ນໄມ້...
ຖ້າຮາກ (ຄວາມຜູກພັນ ແລະ ປະສາດສຳຜັດ)
ແຂງແຮງ, ດອກໄມ້ (ພັດທະນາການ ແລະ ການຮຽນຮູ້)
ກໍຈະເບິ່ງບານຢ່າງສວຍງາມ! 🌸



#ພັດທະນາການເດັກ

ທຸກການເຄື່ອນໄຫວມີຄວາມໝາຍຕໍ່ພັດທະນາການຂອງເດັກ #ຝຶກກະຕຸ້ນພັດທະນາການເດັກ ີ່ປຶກສາຄອບຄົວແລະໄວໜຸ່ມ
24/08/2026

ທຸກການເຄື່ອນໄຫວ
ມີຄວາມໝາຍຕໍ່ພັດທະນາການຂອງເດັກ
#ຝຶກກະຕຸ້ນພັດທະນາການເດັກ
ີ່ປຶກສາຄອບຄົວແລະໄວໜຸ່ມ

23/08/2026

#3ເຫດຜົນຫຼັກ ທີ່ພໍ່ແມ່ຕ້ອງມີຄວາມຮູ້ແລະເຂົ້າໃຈຈິດຕະວິທະຍາເພື່ອລ້ຽງລູກໄວລຸ້ນ 👇👇

ທີ່ Better Meຫ້ອງຝຶກພັດທະນາການເດັກເຖິງຝົນຈະຕົກທຸກມື້ບັນຍາກາດກໍຍັງອົບອຸ່ນ ຄຶກຄື້ນ ແລະ ມ່ວນຊື່ນສະເໝີ #ພັດທະນາການເດັກ  ີ່ປຶ...
21/08/2026

ທີ່ Better Me
ຫ້ອງຝຶກພັດທະນາການເດັກ
ເຖິງຝົນຈະຕົກທຸກມື້
ບັນຍາກາດກໍຍັງອົບອຸ່ນ
ຄຶກຄື້ນ ແລະ ມ່ວນຊື່ນສະເໝີ

#ພັດທະນາການເດັກ
ີ່ປຶກສາຄອບຄົວແລະໄວໜຸ່ມ

 #​ການເປີດໃຈໄວລຸ້ນບໍ່ແມ່ນເລື່ອງຍາກ ຖ້າເຮົາເລີ່ມຕົ້ນດ້ວຍການເຂົ້າໃຈ ຈິດຕະວິທະຍາໄວລຸ້ນ!​📘 ປຶ້ມ 4 ຂັ້ນຕອນເປີດໃຈໄວລຸ້ນ (Teen ...
20/08/2026

#​ການເປີດໃຈໄວລຸ້ນບໍ່ແມ່ນເລື່ອງຍາກ
ຖ້າເຮົາເລີ່ມຕົ້ນດ້ວຍການເຂົ້າໃຈ ຈິດຕະວິທະຍາໄວລຸ້ນ!

​📘 ປຶ້ມ 4 ຂັ້ນຕອນເປີດໃຈໄວລຸ້ນ (Teen Psychology)
ຄູ່ມືທີ່ຈະຊ່ວຍໃຫ້ພໍ່ແມ່ໄດ້ປະໂຫຍດຈາກຄວາມເຂົ້າໃຈ
ແລະ ສ້າງຄວາມ ສຳພັນທີ່ດີກັບລູກໄວລຸ້ນຢ່າງຍືນຍົງ.

​👉 ສົນໃຈສັ່ງຊື້ ຫຼື ຂໍຂໍ້ມູນເພີ່ມເຕີມໄດ້ທີ່
020 99 733 099 ຫຼື Inbox ເລີຍ!

 #ລູກພັດທະນາການຊ້າ ໂຮງຮຽນປະຕິເສດ... ຝຶກເດັກຕອນນີ້ຍັງທັນຢູ່ບໍ? 💔​ເຊື່ອວ່າພໍ່ແມ່ຫຼາຍຄົນທີ່ຕົກຢູ່ໃນສະພາບນີ້ ຄົງຮູ້ສຶກເຈັບປວ...
19/08/2026

#ລູກພັດທະນາການຊ້າ ໂຮງຮຽນປະຕິເສດ...
ຝຶກເດັກຕອນນີ້ຍັງທັນຢູ່ບໍ? 💔

​ເຊື່ອວ່າພໍ່ແມ່ຫຼາຍຄົນທີ່ຕົກຢູ່ໃນສະພາບນີ້
ຄົງຮູ້ສຶກເຈັບປວດ ແລະ ມີຄຳຖາມວ່າ
"ຍ້ອນຫຍັງໂຮງຮຽນຄືບໍ່ຍອມຮັບລູກເຮົາ?",
"ເຮົາລ້ຽງລູກບໍ່ດີບໍ?", "ແລ້ວອະນາຄົດຂອງລູກ
ຈະເປັນແນວໃດ?"

​ຢາກໃຫ້ພໍ່ແມ່ຫາຍໃຈເຂົ້າເລິກໆ ແລະ ຟັງທາງນີ້:
ມັນຍັງບໍ່ສວາຍເກີນໄປ ແລະ ຍັງທັນສະເໝີ!

​1. ຕັ້ງສະຕິ ແລະ ປ່ຽນມຸມມອງ
ການທີ່ໂຮງຮຽນປະຕິເສດ ບໍ່ໄດ້ໝາຍຄວາມວ່າ
ລູກເຮົາ "ບໍ່ມີຄ່າ" ຫຼື "ຮຽນບໍ່ໄດ້", ແຕ່ອາດເປັນເພາະ
ໂຮງຮຽນນັ້ນໆ ຍັງບໍ່ມີຄູຊ່ຽວຊານ ຫຼື ອຸປະກອນ
ທີ່ພ້ອມຈະຊ່ວຍເຫຼືອເດັກທີ່ມີຄວາມຕ້ອງການພິເສດ
ຢ່າງຖືກວິທີ.

​2. "ນາທີທອງ" ຂອງການຟື້ນຟູ
ສະໝອງຂອງເດັກມີຄວາມຍືດຫຍຸ່ນສູງຫຼາຍ
(Brain Plasticity). ຍິ່ງເຮົາເລີ່ມຕົ້ນຝຶກໄວເທົ່າໃດ
ຜົນກະທົບຕໍ່ພັດທະນາການຂອງລູກກໍຍິ່ງດີຂຶ້ນເທົ່ານັ້ນ:

​ອາຍຸ 0 - 6 ປີ: ແມ່່ນຊ່ວງເວລາທີ່ດີທີ່ສຸດ
ສະໝອງຈະຮຽນຮູ້ ແລະ ປັບໂຕໄດ້ໄວ.

​ອາຍຸ 6 ປີຂຶ້ນໄປ: ກໍຍັງບໍ່ສວາຍ!
ການຝຶກຢ່າງຕໍ່ເນື່ອງຈະຊ່ວຍໃຫ້ເດັກຊ່ວຍເຫຼືອຕົວເອງໄດ້
ແລະ ປັບຕົວເຂົ້າກັບສັງຄົມໄດ້ດີຂຶ້ນເລື້ອຍໆ.

​3. ສິ່ງທີ່ພໍ່ແມ່ຄວນຟ້າວເຮັດຕອນນີ້
- ​ພາລູກໄປພົບແພດຊ່ຽວຊານ: ເພື່ອປະເມີນ
ພັດທະນາການຢ່າງລະອຽດ ​
- ຝຶກ ກະຕຸ້ນພັດທະນາການ
- ​ຊອກຫາໂຮງຮຽນທີ່ເຂົ້າໃຈ ຫຼື ສູນຝຶກພັດທະນາການ
ທີ່ມີບຸກຄະລາກອນພ້ອມດູແລລູກເຮົາຢ່າງຖືກວິທີ.

​ຝຶກຕໍ່ຢູ່ເຮືອນ: ເຮັດກິດຈະກຳງ່າຍໆກັບລູກ,
ເວົ້າລົມ, ເລົ່ານິທານ, ໃຫ້ລູກຊ່ວຍເຫຼືອຕົວເອງ
ໃນຊີວິດປະຈຳວັນ.

​❤️ ຝາກເຖິງພໍ່ແມ່ທຸກຄົນ:
ການທີ່ໂຮງຮຽນປະຕິເສດໃນມື້ນີ້ ອາດເປັນຈຸດເລີ່ມຕົ້ນ
ທີ່ເຮັດໃຫ້ເຮົາໄດ້ຊອກຫາເສັ້ນທາງທີ່ເໝາະສົມທີ່ສຸດ
ໃຫ້ກັບລູກ.

​ກຳລັງໃຈທີ່ດີທີ່ສຸດຂອງລູກ... ກໍຄືພໍ່ແມ່ທີ່ບໍ່ຍອມແພ້!
✌️ລູກເຮັດໄດ້ ເຮັດໄດ້ແນ່ນອນ!

#ພັດທະນາການເດັກ
ີ່ປຶກສາຄອບຄົວແລະໄວໜຸ່ມ

📌 ລູກມັກແຍກຕົວ ບໍ່ເຂົ້າກຸ່ມ... ພໍ່ແມ່ຊ່ວຍໄດ້ແນວໃດ?ເມື່ອລູກມັກຢູ່ຄົນດຽວ ຫຼື ມີໂລກສ່ວນຕົວສູງ ສ່ວນຫຼາຍເກີດຈາກການອ່ານອາລົມຄົ...
17/08/2026

📌 ລູກມັກແຍກຕົວ ບໍ່ເຂົ້າກຸ່ມ... ພໍ່ແມ່ຊ່ວຍໄດ້ແນວໃດ?

ເມື່ອລູກມັກຢູ່ຄົນດຽວ ຫຼື ມີໂລກສ່ວນຕົວສູງ
ສ່ວນຫຼາຍເກີດຈາກການອ່ານອາລົມຄົນອື່ນບໍ່ອອກ
ແລະ ຮູ້ສຶກວ່າສັງຄົມຄາດເດົາຍາກ
ລາວຈຶ່ງຖອຍເຂົ້າພື້ນທີ່ປອດໄພຂອງຕົນເອງ

ພໍ່ແມ່ສາມາດໃຊ້ 4 ເຕັກນິກງ່າຍໆນີ້ຊ່ວຍລູກ:

1. ໃຊ້ສິ່ງທີ່ລູກມັກເປັນຂົວຕໍ່:
ຖ້າລາວມັກ ຫຼ ສົນໃຈສິ່ງໃດ ໃຫ້ເຂົ້າໄປຫຼິ້ນ
ແລະ ລົມກັບລາວໃນເລື່ອງນັ້ນກ່ອນ
ເພື່ອສ້າງຄວາມໄວ້ວາງໃຈ

2. ຝຶກອ່ານສີໜ້າຜ່ານຕົວລະຄອນທີ່ລາວມັກ:
ຢຸດວິດີໂອ ແລ້ວຊວນລູກສັງເກດ: "ລູກຄິດວ່າ
ຕົວລະຄອນນີ້ ກຳລັງຮູ້ສຶກແນວໃດ?"
ເພື່ອໃຫ້ລາວຮຽນຮູ້ອາລົມຄົນອື່ນ

3. ເລີ່ມຈາກກຸ່ມນ້ອຍ (1 ຕໍ່ 1): ຢ່າຟ້າວໃຫ້ເຂົ້າກຸ່ມໃຫຍ່
ເລີ່ມຈາກການຫຼິ້ນກັບໝູ່ທີ່ໃຈເຢັນ 1 ຄົນ ຫຼື
ເລືອກກິລາທີ່ບໍ່ມີການປະທະ ເຊັ່ນ: ການລອຍນ້ຳ
ເພື່ອຝຶກການເຂົ້າສັງຄົມ ແລະ ການອົດທົນລໍຄອຍ

4. ຝຶກປະໂຫຍກງ່າຍໆ ກ່ອນອອກບ້ານ:
ຊ້ອມໃຫ້ລາວເວົ້າ "ສະບາຍດີ" ຫຼື "ຂໍຫຼິ້ນນຳໄດ້ບໍ່?"
ເພື່ອໃຫ້ລາວມີຄວາມໝັ້ນໃຈ

💥ກົດທຸກຢ່າງ: ບໍ່ແມ່ນການບັງຄັບໃຫ້ລູກປ່ຽນນິໄສ,
ແຕ່ແມ່ນການຊ່ວຍໃຫ້ລາວຮູ້ສຶກປອດໄພ
ໃນການຢູ່ຮ່ວມກັບຄົນອື່ນ

ສົນໃຈປະເມີນ ແລະ ຮັບຄຳປຶກສາ
ສອບຖາມເພີ່ມເຕີມໄດ້ທີ່ 020 020 99 733 099

ີ່ປຶກສາຄອບຄົວແລະໄວໜຸ່ມ
#ຈິດຕະວິທະຍາເດັກ #ທັກສະສັງຄົມແລະອາລົມ

 #ເຮົາເປັນພື້ນທີ່ປອດໄພໃຫ້ລູກແລ້ວຫຼືຍັງ? 🏡❤️​ພໍ່ແມ່ຫຼາຍທ່ານມັກຄິດວ່າ ການມີອາຫານດີໆ, ມີໂຮງຮຽນດີໆ ແລະ ມີຫ້ອງນອນອົບອຸ່ນ ຈະເຮ...
13/08/2026

#ເຮົາເປັນພື້ນທີ່ປອດໄພໃຫ້ລູກແລ້ວຫຼືຍັງ? 🏡❤️
​ພໍ່ແມ່ຫຼາຍທ່ານມັກຄິດວ່າ ການມີອາຫານດີໆ,
ມີໂຮງຮຽນດີໆ ແລະ ມີຫ້ອງນອນອົບອຸ່ນ
ຈະເຮັດໃຫ້ລູກຮູ້ສຶກປອດໄພແລ້ວ...
ແຕ່ໃນຄວາມເປັນຈິງ ສຳລັບ ລູກໄວລຸ້ນ ແລ້ວ
ພື້ນທີ່ປອດໄພ ທີ່ເຂົາຕ້ອງການທີ່ສຸດ ບໍ່ແມ່ນສະຖານທີ່
ແຕ່ແມ່ນ ຄວາມຮູ້ສຶກທີ່ມີຕໍ່ພໍ່ແມ່

​🎯ແນວໃດຈຶ່ງເອີ້ນວ່າເປັນພື້ນທີ່ປອດໄພໃຫ້ລູກ?

​1. ເປັນບ່ອນທີ່ລູກກ້າເວົ້າຄວາມຈິງໂດຍບໍ່ຢ້ານຖືກດ່າ
​ເມື່ອລູກເຮັດຜິດພາດ, ເສັງຕົກ, ຫຼື ເຮັດສິ່ງທີ່ຜິດຫວັງ...

ສິ່ງທຳອິດທີ່ເຂົາຄິດເຖິງແມ່ນ "ພໍ່ແມ່" ບໍ່ແມ່ນຄວາມຢ້ານ
ເຂົາຮູ້ວ່າຖ້າເລົ່າໃຫ້ເຮົາຟັງ ເຮົາຈະຊ່ວຍແກ້ໄຂ ບໍ່ແມ່ນເພີ່ມຄວາມເຈັບປວດດ້ວຍຄຳຕັກເຕືອນທີ່ຮຸນແຮງ

​2. ເປັນບ່ອນທີ່ອາລົມຂອງລູກຖືກຮັບຮູ້
​ເມື່ອລູກເສຍໃຈ, ຮ້ອງໄຫ້, ຫຼື ຫງຸດຫງິດ...
ເຮົາບໍ່ໄດ້ຕັດສິນວ່າ "ເລື່ອງສ່ຳນີ້ກໍຮ້ອງໄຫ້" ຫຼື
"ຄິດຫຼາຍໄປເອງ"
ແຕ່ເຮົາເຂົ້າໃຈວ່າ ຄວາມຮູ້ສຶກຂອງເຂົາເປັນເລື່ອງຈິງ
ແລະ ພ້ອມທີ່ຈະຢູ່ຄຽງຂ້າງໃນມື້ທີ່ເຂົາອ່ອນແອ

​3. ເປັນບ່ອນທີ່ຄວາມຄິດເຫັນ ຖືກຮັບຟັງ
​ບໍ່ແມ່ນບ່ອນທີ່ພໍ່ແມ່ຖືກສະເໝີໄປ ຫຼື ໃຊ້ຄຳວ່າ
"ພໍ່ແມ່ອາບນ້ຳຮ້ອນມາກ່ອນ" ເພື່ອຕັດຄວາມຄິດລູກ

ພື້ນທີ່ປອດໄພຄືບ່ອນທີ່ລູກສາມາດ ແລກປ່ຽນ, ປະຕິເສດ,
ຫຼື ມີຄວາມຄິດເຫັນທີ່ແຕກຕ່າງ ໄດ້ໂດຍບໍ່ຖືກເບິ່ງວ່າເປັນ
"ລູກກ້າວລ້າວ"

​4. ເປັນບ່ອນທີ່ລູກເປັນຕົວຂອງຕົວເອງໄດ້ເຕັມທີ່
​ເຂົາບໍ່ຕ້ອງແກ້ງເຮັດເປັນຄົນເກັ່ງ, ບໍ່ຕ້ອງໃສ່ໜ້າກາກ,
ແລະ ບໍ່ຕ້ອງພະຍາຍາມເປັນ "ລູກໃນຝັນ" ເພື່ອໃຫ້
ໄດ້ຮັບຄວາມຮັກ
ເຂົາຮູ້ສະເໝີວ່າ ເຮົາຮັກໃນສິ່ງທີ່ເຂົາເປັນ
ບໍ່ແມ່ນຮັກພຽງແຕ່ຜົນງານ ຫຼື ຄະແນນສອບເສັງຂອງເຂົາ

​👨‍❤️‍💋‍👨ຖ້າເຮືອນບໍ່ແມ່ນພື້ນທີ່ປອດໄພ...
ລູກຈະໄປຊອກຫາ "ພື້ນທີ່ປອດໄພ" ຢູ່ບ່ອນອື່ນ
(ເຊິ່ງອາດເປັນເພື່ອນ, ໂຊຊຽວ, ຫຼື ບ່ອນທີ່ອັນຕະລາຍກວ່າ)

#ພື້ນທີ່ປອດໄພ
ີ່ປຶກສາຄອບຄົວແລະໄວໜຸ່ມ

ຫາກທ່ານເປັນຄົນໜຶ່ງທີ່ ຮັກເດັກ, ມີພະລັງ ບວກ, ແລະ ຢາກເປັນສ່ວນໜຶ່ງໃນການສ້າງການເຕີບໂຕ ແລະ ທັກສະຊີວິດໃຫ້ກັບເດັກທີ່ມີພັດທະນາກາ...
11/08/2026

ຫາກທ່ານເປັນຄົນໜຶ່ງທີ່ ຮັກເດັກ,
ມີພະລັງ ບວກ, ແລະ ຢາກເປັນສ່ວນໜຶ່ງ
ໃນການສ້າງການເຕີບໂຕ ແລະ ທັກສະຊີວິດ
ໃຫ້ກັບເດັກທີ່ມີພັດທະນາການລ່າຊ້າ

​Better Me ກຳລັງເປີດໂອກາດໃຫ້
ຄົນທີ່ມີຄວາມມຸ່ງໝັ້ນ ເຂົ້າມາເປັນສ່ວນໜຶ່ງ
ຂອງທີມງານເຮົາ❤️

ສອບຖາມລາຍລະອຽດໄດ້ທີ່ 020 99 733 099

#ຮັບສະໝັກຄູຜູ້ຊ່ວຍ
ີ່ປຶກສາຄອບຄົວແລະໄວໜຸ່ມ

Address

Phonesavathneua, Sikhottabong, Vientiane Capital
Vientiane

Opening Hours

Monday 09:00 - 17:30
Tuesday 09:00 - 17:30
Wednesday 09:00 - 17:30
Thursday 09:00 - 17:30
Friday 09:00 - 17:30
Saturday 09:00 - 17:30

Telephone

+8562099733099

Website

Alerts

Be the first to know and let us send you an email when Better Me ທີ່ປຶກສາຄອບຄົວແລະໄວໜຸ່ມ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Better Me ທີ່ປຶກສາຄອບຄົວແລະໄວໜຸ່ມ:

Shortcuts

Share