ສະມາຄົມຄົນຫູໜວກ Association For The Deaf

ສະມາຄົມຄົນຫູໜວກ Association For The Deaf ສະມາຄົມຄົນຫູຫນວກ ມີຄວາມສຳຄັນໃນການສະໜັບສະໜູນສິດທິຂອງຄົນຫູໜວກ, ພັດທະນາ, ສະໜັບສະໜູນຊຸມຊົນ ແລະ ສົ່ງເສີມການມີສ່ວນຮ່ວມໃນສັງຄົມ.

01/06/2026

ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ🌱🌱
ວັນທີ1 ມີຖຸນາ 2026

#ລາຍງານຂ່າວໂດຍສະມາຄົມຄົນຫູໜວກ
#ສະໜັບສະໜູນໂດຍ.

29/05/2026

📢ປະກາດຂ່າວພາສາມື🙌🙌🙌
ອຸທາຫອນຈາກປະເທດຫວຽດນາມ ເຫດການລົດຖອຍຢຽບເດັກນ້ອຍເສຍຊີວິດ
ເມື່ອວັນທີ 19 ພຶດສະພາ 2026 ທີ່ຜ່ານມາ

ກາຍເປັນກະແສເຕືອນໄພໃຫ້ຜູ້ປົກຄອງຕ້ອງເພີ່ມຄວາມລະມັດລະວັງ ແລະ ເບິ່ງແຍງລູກຫຼານຢ່າງໃກ້ຊິດ ເພື່ອຫຼີກລ້ຽງອຸປະຕິເຫດໃນເວລາລົດເຂົ້າ-ອອກ.
#ລາຍງານຂ່າວໂດຍສະມາຄົມຄົນຫູໜວກ
#ສະໜັບສະໜູນໂດຍ.

28/05/2026

📢ປະກາດຂ່າວພາສາມື🙌🙌🙌
ເຈົ້າໜ້າທີ່ບຸກມ້າງແກ້ງສະແກມເມີຂ້າມຊາດ ຢູ່ນະຄອນຫຼວງວຽງຈັນ
​ວັນທີ 19 ພຶດສະພາ 2026 ທີ່ຜ່ານມາ
ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າກວດຄົ້ນໂຮງແຮມແຫ່ງໜຶ່ງ ຢູ່ບ້ານທາດຫຼວງເໜືອ, ເມືອງໄຊເສດຖາ, ສາມາດກັກຕົວຜູ້ຖືກຫາ 88 ຄົນ (ຍິງ 11 ຄົນ) ຈາກ 5 ສັນຊາດ (ຫວຽດນາມ, ຈີນ, ມຽນມາ, ເກົາຫຼີໃຕ້ ແລະ ລາວ) ທີ່ເຄື່ອນໄຫວຫຼອກລວງທາງໂທລະຄົມ.
​ຂອງກາງທີ່ຍຶດໄດ້:
​ໂທລະສັບມືຖື 1,005 ໜ່ວຍ.
​ຄອມພິວເຕີ ແລະ ໂນດບຸກ 104 ໜ່ວຍ.
​ລົດໃຫຍ່ 2 ຄັນ.
​ປະຈຸບັນ ເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນ ເພື່ອດຳເນີນຄະດີຕາມກົດໝາຍ.

#ລາຍງານຂ່າວໂດຍສະມາຄົມຄົນຫູໜວກ
#ສະໜັບສະໜູນໂດຍ.

18/05/2026

♻️ ໂຄງການ "Trash to Table 2026" ເລີ່ມຮັບບໍລິຈາກຝາກະຕຸກນ້ຳແລ້ວ! 🪑
ມາຮ່ວມປ່ຽນ "ຝາກະຕຸກນ້ຳປລາສະຕິກ" ໃຫ້ກາຍເປັນ "ໂຕະ-ຕັ່ງຮຽນ" ເພື່ອມອບໂອກາດທາງການສຶກສາ ແລະ ຮອຍຍິ້ມໃຫ້ນ້ອງໆນັກຮຽນທີ່ຍັງຂາດເຂີນ ພ້ອມທັງຊ່ວຍຫຼຸດຜ່ອນຂີ້ເຫຍື້ອ ແລະ ຮັກສາສິ່ງແວດລ້ອມໄປນຳກັນ! 🌍
​📍 ຈຸດຮັບບໍລິຈາກຫຼັກ:
“ຂະແໜງສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ, ບ້ານພະບາດໃຕ້, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ”
​🚚 ຕ່າງແຂວງ:
ສາມາດຝາກຜ່ານຂົນສົ່ງຮຸ່ງອາລຸນໄດ້ທຸກສາຂາທົ່ວປະເທດ (ຟຣີ ບໍ່ມີຄ່າໃຊ້ຈ່າຍ)
(ສົ່ງເຖິງ: Green Luangprabang, ສາຂາບ້ານພະບາດໃຕ້ (ເດີ່ນທາດຫຼວງ), ນະຄອນຫຼວງພະບາງ)
​📞 ສອບຖາມຂໍ້ມູນເພີ່ມເຕີມ: 020 23 246 519

13/05/2026

📢ປະກາດຂ່າວພາສາມື🙌🙌🙌
ເຖິງນ້ອງນັກຮຽນຄົນຫູໜວກ ທີ່ສົນໃຈສະໝັກຮຽນໃນຊັ້ນມັດທະຍົມສຶກສາຕອນປາຍ (ມໍ5) ແລະ ຊັ້ນມັດທະຍົມຕົ້ນ (ມໍ1) ສົກຮຽນ 2026-2027 ສາມາດຕິດຕໍ່ສອບຖາມກັບພວກເຮົາໄດ້ທີເບີໂທຂອງລຸ່ມນີ້:
ສອບຖາມຂໍ້ມູນເພີ່ມເຕີມທີ່:020 96973238
WhatsApp: 020 2909 5744

#ຄົນຫູໜວກ #ການສຶກສາຄົນຫູໜວກ #ພາສາມື
📍https://maps.app.goo.gl/4Tvakbizk461q6sB8

07/05/2026

ປະກາດ! ປະກາດ! ເຖິງນ້ອງນັກຮຽນຄົນຫູໜວກ ທີ່ສົນໃຈສະໝັກຮຽນໃນຊັ້ນມັດທະຍົມສຶກສາຕອນປາຍ (ມໍ5) ແລະ ຊັ້ນມັດທະຍົມຕົ້ນ (ມໍ1) ສົກຮຽນ 2026-2027 ສາມາດຕິດຕໍ່ສອບຖາມກັບພວກເຮົາໄດ້ທີເບີໂທຂອງລຸ່ມນີ້: #ຄົນຫູໜວກ #ການສຶກສາຄົນຫູໜວກ #ພາສາມື

01/05/2026

ຊົມເຊີຍ ວັນກຳມະກອນສາກົນ ຄົບຮອບ140ປີ ຢ່າງສຸດໃຈ
1 ພຶດສະພາ 1886 - 1 ພຶດສະພາ 2026

ໃນວັນທີ 23 ມີນາ 2026, ຕາງໜ້າສະມາຄົມຄົນຫູໜວກ ໄດ້ເຂົ້າຮ່ວມນຳສະເໜີກ່ຽວກັບ ການສຶກສາແບບສອງພາສາ ໃນກອງປະຊຸມປຶກສາຫາລືຮ່ວມກັບ ກະຊ...
28/03/2026

ໃນວັນທີ 23 ມີນາ 2026, ຕາງໜ້າສະມາຄົມຄົນຫູໜວກ ໄດ້ເຂົ້າຮ່ວມນຳສະເໜີກ່ຽວກັບ ການສຶກສາແບບສອງພາສາ ໃນກອງປະຊຸມປຶກສາຫາລືຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການ ADDP ເພື່ອໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຮູບແບບການສຶກສານີ້. ✨
​ຂໍຂອບໃຈຢ່າງສູງມາຍັງ ອົງການ ADDP ແລະ ມູນນິທິ ນິບປອນ (Nippon Foundation) ທີ່ໃຫ້ການສະໜັບສະໜູນໂຄງການດີໆໃນຄັ້ງນີ້. 🙏
​ #ສະມາຄົມຄົນຫູໜວກ

ກອງປະຊຸມທົບທວນຄຳສັບພາສາມືລາວ ທີ່ມີຢູ່ແລ້ວ ແລະ ຄົ້ນຄ້ວາຄຳສັບພາສາມືລາວໃໝ່ ຊຸດຄັ້ງທີ 6.ຄັ້ງວັນທີ 25-27 ມີນາ 2026 ທີ່ຜ່ານມາ,...
28/03/2026

ກອງປະຊຸມທົບທວນຄຳສັບພາສາມືລາວ ທີ່ມີຢູ່ແລ້ວ ແລະ ຄົ້ນຄ້ວາຄຳສັບພາສາມືລາວໃໝ່ ຊຸດຄັ້ງທີ 6.

ຄັ້ງວັນທີ 25-27 ມີນາ 2026 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ສະມາຄົມຄົນພິການແຫ່ງຊາດລາວ.

ຄູ່ຮ່ວມງານ ແລະ ຕິດຕາມໂດຍ ກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ,ສະໜັບສະໜູນໂດຍ CBM Global

24/03/2026

Address

Phonsavang-Nongtha Road, Unit 55, Phonsavang Village, Chanthabury District
Vientiane

Website

Alerts

Be the first to know and let us send you an email when ສະມາຄົມຄົນຫູໜວກ Association For The Deaf posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share