11/06/2023
ສຕລ ປະກາດລາຍຊື່ນັກກິລາ ທີມຊາດລາວ U17 ຊຸດເຂົ້າຮ່ວມແຂ່ງຂັນ AFC U17 ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ທີ່ປະເທດໄທ.
ທີມຊຸດນີ້ ຄຸມທີມໂດຍ ທ່ານ ກັນລະຍາ ສີສົມຫວັງ ອະດີດກອງກາງທີມຊາດລາວ ໄດ້ເລີ່ມເກັບຕົວຝຶກຊ້ອມມາຕັ້ງແຕ່ ວັນທີ 06 ມີນາ2023 ເປັນຕົ້ນມາ ໂດຍຄັດເລືອກນັກກິລາ 23 ຄົນມີລາຍຊື່ດັ່ງນີ້:
+ ຜູ້ຮັກສາປະຕູ:
- ຈັນທະວີສຸກ ໝູວໍລະວົງ ຈາກ ແຂວງສະຫວັນນະເຂດ
- ສຸກສະໝອນ ເວທີຕະ ຈາກ ສະໂມສອນ ຊ້າງນ້ອຍ
- ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ຈຳປາສັກ
+ ກອງຫຼັງ:
- ອາລີຍາກອນ ຟອງສະຫວັນ ຈາກ ສະໂມສອນ ເອັສທີທີ
- ດູລະໄນ ແກ້ວມະນີວົງ ຈາກ ສະໂມສອນ ຈັນທະບູລີ
- ຈັນທະວີສຸກ ພົງສະຫວັດ ຈາກ ສະໂມສອນ ຈຳປາສັກ
- ຄໍາໝັ້ນ ທາປະເສີດ ຈາກ ແຂວງສະຫວັນນະເຂດ
- ຂຸນວັງ ສູນດາລາ ຈາກ ສະໂມສອນ ນ້ຳທາ
- ສີສະຫວາດ ແກ້ວມຸງຄຸນ ຈາກ ສະໂມສອນ ນ້ຳທາ
- ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນ ເອສະຣາ
+ ກອງກາງ:
- ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ນົນທະບູລີ ( ປະເທດໄທ )
- ບິນລີ້ ໂດນສະໜູພິດ ຈາກ ສະໂມສອນ ເອສະຣາ
- ຄູນທະວີ ທອງມະນີ ຈາກ ສະໂມສອນ ຈັນທະບູລີ
- ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ຈຳປາສັກ
- ສຸລີນ ທໍາມະສອນ ຈາກ ສະໂມສອນ ນ້ຳທາ
- ຄຳສິງ ນາລິນທອນ ຈາກ ສະໂມສອນ ຊ້າງນ້ອຍ
- ເກດສະດາ ເດດກຸມມານ ຈາກ ສະໂມສອນ ກອງທັບ
- ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກອງທັບ
- ກາດໍາ ກອນເຍີ ຈາກ ແຂວງເຊກອງ
+ ກອງຫນ້າ
- ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ
- ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ເອສະຣາ
- ຊີການດາ ໄຊສົງຄາມ ຈາກ ສະໂມສອນ ຈຳປາສັກ
- ເພັດສະໝອນ ສີຫາເທບ ຈາກ ສະໂມສອນ ຊ້າງນ້ອຍ
ການແຂ່ງຂັນ AFC U17 ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ທີ່ປະເທດໄທ ລະຫວ່າງ 15 ມິຖຸນາ ຫາ 2 ກໍລະກົດ 2023, ໂດຍມີ 16 ທີມ ແບ່ງອອກເປັນ 4 ກຸ່ມຄື:
- ກຸ່ມ A : ໄທ (ເຈົ້າພາບ), ເຢເມນ, ມາເລເຊຍ ແລະ ລາວ
- ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ
- ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ
- ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ.
ຕາຕະລາງການແຂ່ງຂັນທີມຊາດລາວ
- ວັນທີ 15 ມິຖຸນາ 2023 ເວລາ 19:00 ໂມງ ທີມຊາດລາວ ພົບ ໄທ ເຈົ້າພາບ ທີ່ສະຫນາມ ປະທຸມທານີ
- ວັນທີ 18 ມິຖຸນາ 2023 ເວລາ 17:00 ໂມງ ທີມຊາດລາວ ພົບ ເຢເມນ ທີ່ສະຫນາມ ທຳມະສາດ
- ວັນທີ 21 ມິຖຸນາ2023 ເວລາ 19:00 ໂມງ ທີມຊາດລາວ ພົບ ມາເລເຊຍ ແຂ່ງຂັນຢູ່ທີ່ສະຫນາມ ທຳມະສາດ
U17 ທີມຊາດລາວ ຈະອອກເດີນທາງໄປປະເທດໄທ ໃນຕອນບ່າຍ ວັນຈັນ 12 ມິຖຸນາ 2023.
ທີມທີ່ໄດ້ ອັນດັບ 1 – 4 ລາຍການນີ້ ແມ່ນຈະໄດ້ສິດ ໄປບານເຕະ U17 ຊີງແຊ້ມໂລກ 2023.
Photo: LFF
--------------------
ສະໜັບສະໜູນການລາຍງານຂ່າວ: Evo Store - ອີໂວ ສະຕໍຣ໌
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650
#ໂທລະພາບເເຫ່ງຊາດລາວທຊລ1
#ໂທລະພາບເເຫ່ງຊາດລາວທຊລ3hd