06/09/2026
ສະຫຼຸບພາບບັນຍາກາດອາທິດທີ່5 ຊຸດສອງ Prototyping Week ຂອງງານ MEDI-HACK MAKEATHON 2026 [World Class Edition!] 🩺 ກັບຫົວຂໍ້ Physical + AI
ໂດຍໃນອາທິດນີ້ ແມ່ນພິເສດຈາກຜູ້ບັນລະຍາຍຈາກທັງພາຍໃນ ແລະ ຕ່າງປະເທດ ໃນຫົວຂໍ້ທີ່ນ່າສົນໃຈ ຂອງການໄດ້ຄວາມຮູ້ການລົງມືສ້າງເຄື່ອງອຸປະກອນທີ່ຈະໄດ້ຄວາມຮູ້ທັງເອເລັກໂຕນິກ, AI, Bioelectronic ເຕັກໂນໂລຊີການຜະລິດວັດສະດຸປະສົມທາງອຸດສາຫະກຳ ແລະ ການແພດ, ການຄົ້ນຄວ້າເສັ້ນໃຍ 3D ວັດສະດຸປະສົມ - ຜະລິດເຄື່ອງພິມ 3D - ການຄຸ້ມຄອງລະບົບບໍລິຫານການສະໜອງຕ່ອງໂສ້ ໃນບໍລິສັດດ້ານເຕັກໂນໂລຊີການແພດ ແລະ ແນະນໍາການນໍາໃຊ້ເຄື່ອງພິມ 3 ມິຕິ:
1. ທ່ານ ປອ ໂພສີ ປານທອງສີ, ອາຈານສອນພາກວິຊາວິສະວະກໍາເອເລັກໂຕນິກ ແລະ ໂທລະຄົມມະນາຄົມ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ
2. ທ່ານ ກອນມະນີ ກັນລະຍາ - ຜູ້ກໍ່ຕັ້ງ ແລະ ຜູ້ອໍານວຍການ Medi Maker, ຜູ້ຮ່ວມກໍ່ຕັ້ງ The Makerbox Lao, ອາຈານສອນ ພາກວິຊາວິສະວະກຳກົນຈັກ, ມຊ
3. ທ່ານ Katsuyuki Hara, ຮອງປະທານພະແນກສູນຄົ້ນຄວ້າອົງຄະທຽມ ແລະ ເຄື່ອງຄໍ້າຊູ VP of P&O Research Center Department - ບໍລິສັດ Instalimb, MedTech Startup - ຂາທຽມຈາກການພິມ 3 ມິຕິ, ປະເທດຍີ່ປຸ່ນ.
4. ທ່ານ Seiji Kitsunezuka , ວິສະວະກອນພັດທະນາເຄື່ອງພິມ 3D - 3D Printer Development Engineer - ບໍລິສັດ Instalimb, MedTech Startup - ຂາທຽມຈາກການພິມ 3 ມິຕິ, ປະເທດຍີ່ປຸ່ນ.
5. ທ່ານ Kentaro Sako, ຮອງປະທານຝ່າຍຄຸ້ມຄອງລະບົບບໍລິຫານການສະໜອງຕ່ອງໂສ້ - VP of Supply Chain Management - ບໍລິສັດ Instalimb, MedTech Startup - ຂາທຽມຈາກການພິມ 3 ມິຕິ, ປະເທດຍີ່ປຸ່ນ.
🧬 ງານສ້າງສັນການອອກແບບ ອຸປະກອນການແພດ ຄັ້ງທີ່ສອງໃນລາວ 2026, ⚙️🧰 [English Text Below]
ເພື່ອຄົ້ນຄິດ, ເພື່ອພັດທະນາ, ເພື່ອປະດິດສ້າງ ສໍາລັບສັງຄົມໃຫ້ມີການເປັນຢູ່ທີ່ດີກວ່າ.
ທຸກໆທີມຈະມາຈາກສະຫະສາຂາວິຊາ ນັກສຶກສາຈາກຫຼາກຫຼາຍສາຂາຄຶ:
- ວິສະວະກຳ ແລະ ເຕັກໂນໂລຊີ
- ວິທະຍາສາດ ສຸຂະພາບ
- ອອກແບບຜະລິດຕະພັນ
(ພິເສດ ມີນັກສຶກສາຄະນະວິສະວະກຳ ຈາກມະຫາວິທະຍາໄລຂ່ອນແກ່ນ, ປະເທດໄທ ເຂົ້າຮ່ວມທຸກທິມນຳດ້ວຍ ພ້ອມໂອກາດໄປສຳມະນາ AI Workshop ທີ່ມະຫາວິທະຍາໄລຂ່ອນແກ່ນ ວິທະຍາເຂດໜອງຄາຍ)
💡 ຫົວຂໍ້ບັນຫາດ້ານສຸຂະພາບ - ອຸປະກອນການແພດໃນລາວ ຜ່ານການຮ່ວມມືກັບສະຖານທີ່ດູແລສຸຂະພາບເພື່ອປັບປຸງການເຂົ້າເຖິງ, ຄຸນນະພາບການດູແລ ແລະ ຊ່ວຍຊີວິດ ໃຫ້ດີຂື້ນ ດ້ວຍການລົງໄປສັງເກດການ ແລະ ສຳຜັດກັບບັນຫາຕົວຈີງ ຜ່ານຄູ່ຮ່ວມມືຈາກໂຮງໝໍ, ສູນການແພດເພື່ອບໍລິການ ແລະ ການຄົ້່ນຄວ້າຕ່າງໆ, ຄລີນິກ, ອາສາກູ້ໄພ ແລະ ສູນຝຶກອົບຮົມການແພດ ເປັນຕົ້ນ
🤝 ການຮ່ວມມືພາຍໃນປະເທດ:
- ອາຈານຈາກມະຫາວິທະຍາໄລແຫ່ງຊາດລາວ
- ອາຈານຈາກມະຫາວິທະຍາໄລວິທະຍາສາດສຸຂະພາບ
- ທ່ານຫມໍແພດ - ຜູ້ຊ່ຽວຊານ ຈາກໂຮງຫມໍ & ສະຖາບັນສູນບໍລິການ ດ້ານສາທາລະນະສຸກຕ່າງໆ
🌐 ການຮ່ວມມືລະດັບສາກົນ ແລະ ລະດັບໂລກ (ພິເສດເພີ່ມຕື່ມປີນີ້): ປະເທດໄທ. ,ປະເທດຍີ່ປຸ່ນ, ສະຫະລັດອາເມລິກາ, ປະເທດອັງກິດ, ປະເທດສະວິດເຊີແລນ ແລະ ສະຕາບອັບດ້ານເຕັກໂນໂລຊີການແພດ ສາກົນ
📆 ພາຍໃນງານຈະອັດແຫນ້ນໄປດ້ວຍເນື້ອຫາຈັດເຕັມ ເລິ່ມຕັ້ງແຕ່ເດືອນ 8 (ປະຈໍາທຸກໆເສົາ-ອາທິດ) ໄປຫາ ວັນທີ່20 ເດືອນ9 (ວັນເວລາເບີ່ງໄດ້ທີ່ສະໄລ) ເກືອບສອງເດືອນເຕັມ! ພ້ອມສະຫນອງອຸປະກອນຕ່າງໆໃຫ້ຜູ້ເຂົ້າແຂ່ງຂັນ ສ້າງເຄື່ອງຕົ້ນແບບທີ່ໃຊ້ງານໄດ້ແທ້. ສະນັັນ, ມາຮ່ວມໃຈກັນສ້າງ-ຂັບເຄື່ອນ ເພື່ອສັງຄົມສາທາລະນະສຸກທີ່ດີກວ່າ ຜ່ານສົ່ງເສີມຄຽງຄູ່ການປະດິດ ດ້ວຍຄົນລາວເຮົາເອງກັນເຖ໋າະ!!!