ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ Hands Of Hope Center

ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ Hands Of Hope Center The Hands of Hope Center in Laos empowers deaf individuals through education, sign language, and vocational training.

Founded in 2016, it offers skills, support, and hope—believing deaf people can thrive and succeed just like anyone else. The Hands of Hope Center is a vocational training and education center for the deaf in Laos. Founded with a strong vision to uplift and empower deaf individuals, HOH provides education, life skills, and job training for children, youth, and adults who are deaf. Since its establishment in 2016, the center has grown into a safe and supportive community where deaf people can learn, express themselves, and develop their talents. The center offers classes in Lao Sign Language, reading and writing, computer skills, and various vocational training programs. HOH also works to raise awareness about deaf culture and advocate for the rights of people with disabilities. The center organizes events, workshops, and campaigns to promote inclusion, reduce discrimination, and build a more understanding society. At the heart of the Hands of Hope Center is a commitment to equality, dignity, and opportunity—believing that deaf people can do anything, except hear.

ພວກເຮົາມີຄວາມຍິນດີທີ່ໄດ້ນຳຜະລິດຕະພັນ ແລະ ຜົນງານຂອງສະມາຊິກຈາກສູນ Hands of Hope ໄປຈັດວາງສະແດງ ແລະ ນຳສະເໜີທີ່ໂຮງແຮມ Crowne ...
03/09/2026

ພວກເຮົາມີຄວາມຍິນດີທີ່ໄດ້ນຳຜະລິດຕະພັນ ແລະ ຜົນງານຂອງສະມາຊິກຈາກສູນ Hands of Hope ໄປຈັດວາງສະແດງ ແລະ ນຳສະເໜີທີ່ໂຮງແຮມ Crowne Plaza.

ນີ້ແມ່ນອີກໜຶ່ງໂອກາດສຳຄັນທີ່ຊ່ວຍໃຫ້ສະມາຊິກຂອງພວກເຮົາ ໄດ້ນຳຜົນງານ ແລະ ຄວາມສາມາດອອກໄປສູ່ສັງຄົມ ເພື່ອໃຫ້ຜູ້ຄົນໄດ້ເຫັນ ແລະ ຮູ້ຈັກຜົນງານຂອງພວກເຮົາຫຼາຍຂຶ້ນ.

ພວກເຮົາເຊື່ອວ່າ ທຸກໂອກາດທີ່ໄດ້ນຳຜົນງານອອກສູ່ສັງຄົມ ເປັນສ່ວນສຳຄັນໃນການສ້າງຄວາມໝັ້ນໃຈ ສົ່ງເສີມທັກສະ ແລະ ເປີດໂອກາດໃໝ່ໆ ໃຫ້ແກ່ສະມາຊິກຂອງພວກເຮົາ.

ຂໍຂອບໃຈທຸກໆໂອກາດ ແລະ ທຸກການສະໜັບສະໜູນ ທີ່ຊ່ວຍເປີດປະຕູໃຫ້ສະມາຊິກຂອງພວກເຮົາ ໄດ້ສະແດງຄວາມສາມາດ ແລະ ກ້າວໄປສູ່ໂອກາດໃໝ່ໆ. ❤️

We are happy to have the opportunity to bring products and handmade works created by our members at Hands of Hope Center to be displayed and presented at Crowne Plaza Hotel.

This is another valuable opportunity for our members to showcase their work and abilities to the wider community, allowing more people to see and get to know the work created by our center.

We believe that every opportunity to present our work to the public is an important step in building confidence, developing skills, and opening new opportunities for our members.

We sincerely thank everyone who continues to support and create opportunities for our members to showcase their abilities and move forward toward new possibilities. ❤️

ໃນວັນທີ 20 ກໍລະກົດ 2026 ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ (Hands of Hope) ມີຄວາມຍິນດີທີ່ໄດ້ຕ້ອນຮັບ ອົງການຈັດຕັ້ງມະຫາຊ...
31/08/2026

ໃນວັນທີ 20 ກໍລະກົດ 2026 ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ (Hands of Hope) ມີຄວາມຍິນດີທີ່ໄດ້ຕ້ອນຮັບ ອົງການຈັດຕັ້ງມະຫາຊົນ ຫ້ອງການທະນາຄານ ແຫ່ງ ສປປ ລາວ ເຂົ້າມາຢ້ຽມຢາມ ແລະ ຮ່ວມຮັບຟັງ, ສຶກສາ ແລະ ແລກປ່ຽນຮຽນຮູ້ກັບສູນຂອງພວກເຮົາ.

ໃນໂອກາດນີ້ ທາງຄະນະໄດ້ໃຫ້ການອຸປະຖຳ ແລະ ບໍລິຈາກອຸປະກອນສຳລັບໃຊ້ໃນຫ້ອງການ ປະກອບມີ ຕູ້ເກັບຂອງ, ຕັ່ງ, ເມົ້າ, ແລະ ອຸປະກອນສຳລັບວຽກເອກະສານ.

ການສະໜັບສະໜູນໃນຄັ້ງນີ້ ເປັນກຳລັງໃຈອັນສຳຄັນ ແລະ ເປັນການຊ່ວຍເສີມສ້າງໃຫ້ສູນຂອງພວກເຮົາມີອຸປະກອນທີ່ຈຳເປັນ ເພື່ອນຳໃຊ້ໃນການດຳເນີນງານ ແລະ ພັດທະນາສູນຕໍ່ໄປ.

🙏 ພວກເຮົາຂໍຂອບໃຈ ອົງການຈັດຕັ້ງມະຫາຊົນ ຫ້ອງການທະນາຄານ ແຫ່ງ ສປປ ລາວ ຢ່າງຈິງໃຈ ,ການສະໜັບສະໜູນອັນມີຄຸນຄ່າໃນຄັ້ງນີ້.

❤️ ທຸກການແບ່ງປັນ ແມ່ນການສົ່ງຕໍ່ຄວາມຫວັງ ແລະ ສ້າງໂອກາດທີ່ດີໃຫ້ແກ່ຄົນຫູໜວກ
ທະນາຄານແຫ່ງ ສປປ ລາວ - Bank of the Lao PDR
#ສູນຝຶກວິຊາຊີບມືແຫ່ງຄວາມຫວັງ #ຂໍຂອບໃຈ #ການແບ່ງປັນ #ສປປລາວ

ຂອບໃຈອາສາສະໝັກຈາກປະເທດອາຟຣິກາໃຕ້ 🇿🇦❤️ໃນຊ່ວງປະມານ 1 ອາທິດທີ່ຜ່ານມາ ສູນຝຶກວິຊາຊີບມືແຫ່ງຄວາມຫວັງ ຂອງພວກເຮົາ ມີໂອກາດໄດ້ຕ້ອນຮ...
25/08/2026

ຂອບໃຈອາສາສະໝັກຈາກປະເທດອາຟຣິກາໃຕ້ 🇿🇦❤️

ໃນຊ່ວງປະມານ 1 ອາທິດທີ່ຜ່ານມາ ສູນຝຶກວິຊາຊີບມືແຫ່ງຄວາມຫວັງ ຂອງພວກເຮົາ ມີໂອກາດໄດ້ຕ້ອນຮັບອາສາສະໝັກຈຳນວນ 10 ຄົນ ຈາກປະເທດອາຟຣິກາໃຕ້ 🇿🇦 ທີ່ໄດ້ເຂົ້າມາເປັນສ່ວນໜຶ່ງຂອງກິດຈະກຳອາສາສະໝັກ ແລະ ໃຊ້ເວລາຮ່ວມກັບນັກຮຽນ ແລະ ທີມງານຂອງພວກເຮົາ.

ຕະຫຼອດໄລຍະທີ່ຢູ່ກັບພວກເຮົາ ອາສາສະໝັກໄດ້ຮ່ວມເຮັດຫຼາຍກິດຈະກຳ ເຊັ່ນ ການແຕ້ມຮູບ 🎨 ຊ່ວຍປັບປຸງ ແລະ ຣີໂນເວດຫ້ອງນ້ຳ ຮ່ວມກັນເຮັດວິດີໂອ ລວມເຖິງກິດຈະກຳນອກສະຖານທີ່ຕ່າງໆ.

ນອກຈາກການໄດ້ຊ່ວຍເຫຼືອສູນແລ້ວ ການມາຮ່ວມກິດຈະກຳໃນຄັ້ງນີ້ ຍັງເປັນໂອກາດໃຫ້ພວກເຮົາໄດ້ຮຽນຮູ້ ແລະ ແລກປ່ຽນວັດທະນະທຳຊຶ່ງກັນແລະກັນ ພ້ອມທັງໄດ້ສ້າງຄວາມຊົງຈຳດີໆຮ່ວມກັນ ❤️

ອາສາສະໝັກທັງ 10 ຄົນ ໄດ້ເດີນທາງມາພາຍໃຕ້ໂຄງການ Global One Year Expedition ເຊິ່ງເປັນໂຄງການທີ່ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ອອກເດີນທາງ ພົບປະຜູ້ຄົນ ຮຽນຮູ້ວັດທະນະທຳໃໝ່ໆ ແລະ ເຂົ້າຮ່ວມວຽກງານອາສາສະໝັກ ເພື່ອເກັບກ່ຽວປະສົບການຊີວິດຕະຫຼອດໄລຍະການເດີນທາງ.

ພວກເຮົາຂໍຂອບໃຈອາສາສະໝັກທຸກຄົນ ສຳລັບເວລາ ແຮງກາຍ ແຮງໃຈ ແລະ ຮອຍຍິ້ມທີ່ໄດ້ມອບໃຫ້ພວກເຮົາ ❤️

ເຖິງແມ່ນຈະເປັນເວລາພຽງປະມານ 1 ອາທິດ ແຕ່ພວກທ່ານກໍໄດ້ກາຍເປັນສ່ວນໜຶ່ງຂອງຄວາມຊົງຈຳດີໆຂອງພວກເຮົາ. ຫວັງວ່າພວກເຮົາຈະໄດ້ພົບກັນອີກໃນອະນາຄົດ.

ຂອບໃຈທີ່ເຂົ້າມາເປັນສ່ວນໜຶ່ງຂອງສູນມືແຫ່ງຄວາມຫວັງ 🇿🇦❤️🇱🇦

---

Thank You to Our Volunteers from South Africa 🇿🇦❤️

Over the past week, Hands of Hope Vocational Training Center had the wonderful opportunity to welcome 10 volunteers from South Africa. 🇿🇦 They came to spend time with our students and team and to be part of our community.

During their time with us, they participated in many activities, including painting 🎨, helping renovate and improve our bathrooms, creating videos together, and joining various outdoor activities.

Beyond the practical support they provided, their visit was also a wonderful opportunity for everyone to learn from one another, exchange cultures, share experiences, and create meaningful memories together. ❤️

The 10 volunteers came as part of the Global One Year Expedition, a program that gives participants the opportunity to travel, meet new people, experience different cultures, take part in volunteer activities, and gain valuable life experiences throughout their journey.

We would like to sincerely thank every volunteer for your time, energy, kindness, and smiles that you shared with us. ❤️

Although your time with us was only about one week, you have become a special part of our memories. We hope our paths will cross again in the future.

Thank you for being part of Hands of Hope! 🇿🇦❤️🇱🇦

🍄 ເຫັດສົດຈາກສູນຝຶກວິຊາຊີບມືແຫ່ງຄວາມຫວັງ 🍄ຕອນນີ້ພວກເຮົາມີ ເຫັດສົດທີ່ປູກໂດຍພວກເຮົາເອງ ຈາກການຝຶກອາຊີບດ້ານການກະສິກຳຂອງສູນ ພ້...
20/08/2026

🍄 ເຫັດສົດຈາກສູນຝຶກວິຊາຊີບມືແຫ່ງຄວາມຫວັງ 🍄

ຕອນນີ້ພວກເຮົາມີ ເຫັດສົດທີ່ປູກໂດຍພວກເຮົາເອງ ຈາກການຝຶກອາຊີບດ້ານການກະສິກຳຂອງສູນ ພ້ອມໃຫ້ທຸກຄົນມາຊື້ໄດ້ແລ້ວ 🍄🌱

ສຳລັບຜູ້ໃດທີ່ຢູ່ໃກ້ສູນຝຶກວິຊາຊີບມືແຫ່ງຄວາມຫວັງ ສາມາດແວ່ມາຊື້ເຫັດສົດກັບພວກເຮົາໄດ້ໂດຍກົງ.

ຫຼືຖ້າທ່ານຢາກມາ ຢ້ຽມຢາມສູນ ແລະ ມາເບິ່ງການຝຶກອາຊີບຂອງພວກເຮົາ ກໍສາມາດແວ່ມາຊື້ເຫັດກັບພວກເຮົາໄດ້ເຊັ່ນກັນ ❤️

🍄 ເຫັດສົດ
🌱 ຜົນຜະລິດຈາກການຝຶກອາຊີບ
💙 ທຸກການຊື້ຂອງທ່ານ ເປັນສ່ວນໜຶ່ງໃນການສະໜັບສະໜູນໂອກາດ ແລະ ການຝຶກອາຊີບໃຫ້ຄົນຫູໜວກຂອງພວກເຮົາ

ພວກເຮົາຍິນດີຕ້ອນຮັບທຸກຄົນ ❤️ ມາຊື້ເຫັດ ແລະ ມາຢ້ຽມຢາມພວກເຮົາໄດ້ເລີຍ!

🌱 ຈາກນັກສຶກສາຝຶກງານ 3 ຄົນ ສູ່ຄວາມຊົງຈຳອັນມີຄຸນຄ່າຂອງສູນແຫ່ງຄວາມຫວັງ 💙ຕະຫຼອດໄລຍະເວລາ 3 ເດືອນ ຕັ້ງແຕ່ເດືອນມີນາ ຫາ ເດືອນພຶດ...
18/08/2026

🌱 ຈາກນັກສຶກສາຝຶກງານ 3 ຄົນ ສູ່ຄວາມຊົງຈຳອັນມີຄຸນຄ່າຂອງສູນແຫ່ງຄວາມຫວັງ 💙

ຕະຫຼອດໄລຍະເວລາ 3 ເດືອນ ຕັ້ງແຕ່ເດືອນມີນາ ຫາ ເດືອນພຶດສະພາ ສູນແຫ່ງຄວາມຫວັງຂອງພວກເຮົາ ໄດ້ມີໂອກາດຕ້ອນຮັບ ນັກສຶກສາຊັ້ນປີທີ 4 ສາຂາວິຊາສັງຄົມສົງເຄາະ ຈາກມະຫາວິທະຍາໄລແຫ່ງຊາດ ສປປ.ລາວ ຈຳນວນ 3 ຄົນ ເຂົ້າມາຝຶກງານ ແລະ ເປັນສ່ວນໜຶ່ງຂອງຄອບຄົວສູນຂອງພວກເຮົາ.
ຄົນທີ ໜຶ່ງ ນາງຈັນອາມອນ ວົງຄຳພາ
ຄົນທີ ສອງ ນາງຜິວ ມະນີວັນ
ຄົນທີ ສາມ ນາງ ຊາລາ ທ່າວ
ສຳລັບພວກເຮົາ ພວກເຂົາບໍ່ແມ່ນພຽງແຕ່ “ນັກສຶກສາຝຶກງານ” ທີ່ເຂົ້າມາຮຽນຮູ້ການເຮັດວຽກເທົ່ານັ້ນ ແຕ່ພວກເຂົາຍັງເປັນ ຜູ້ຊ່ວຍ ເພື່ອນຮ່ວມງານ ແລະ ເປັນອີກໜຶ່ງກຳລັງສຳຄັນຂອງສູນ ໃນຊ່ວງເວລາໜຶ່ງ. ❤️

ຕະຫຼອດໄລຍະການຝຶກງານ ພວກເຂົາໄດ້ຊ່ວຍວຽກຫຼາຍດ້ານ ເຊັ່ນ: ຈັດເຮັດແຜນງານ ແລະ ຕາຕະລາງ, ຈັດເຮັດເອກະສານ, ຕິດຕໍ່ປະສານງານ, ເຂົ້າຮ່ວມການປະຊຸມ, ຊ່ວຍຂາຍ ແລະ ໂຄສະນາຜະລິດຕະພັນຂອງສູນ ລວມເຖິງຊ່ວຍວຽກງານຕ່າງໆຂອງສູນໃນແຕ່ລະມື້.

ບາງວຽກອາດເບິ່ງຄືເປັນວຽກນ້ອຍໆໃນສາຍຕາຂອງຄົນອື່ນ
ແຕ່ສຳລັບພວກເຮົາ ວຽກນ້ອຍໆເຫຼົ່ານັ້ນ ມີຄວາມໝາຍຫຼາຍ ເພາະມັນເຮັດໃຫ້ວຽກຂອງສູນງ່າຍຂຶ້ນ ມີຄົນຊ່ວຍຄິດ ຊ່ວຍເຮັດ ແລະ ເຮັດໃຫ້ພວກເຮົາຮູ້ວ່າ ພວກເຮົາບໍ່ໄດ້ຍ່າງເດີນຢູ່ພຽງລຳພັງ. 🤝

ສິ່ງທີ່ພວກເຮົາຊາບຊຶ້ງທີ່ສຸດ ບໍ່ແມ່ນພຽງແຕ່ວຽກງານທີ່ພວກເຂົາຊ່ວຍສູນ ແຕ່ແມ່ນການທີ່ພວກເຂົາ ເປີດໃຈເຂົ້າມາຮຽນຮູ້ ເຂົ້າໃຈ ແລະ ໃຊ້ເວລາຮ່ວມກັບຄົນຫູໜວກ ແລະ ການເຮັດວຽກເພື່ອສັງຄົມ.

ຕະຫຼອດ 3 ເດືອນ ພວກເຂົາອາດໄດ້ຮຽນຮູ້ຫຼາຍຢ່າງຈາກພວກເຮົາ ແຕ່ພວກເຮົາເອງກໍເຊື່ອວ່າ ພວກເຮົາກໍໄດ້ຮຽນຮູ້ຫຼາຍຢ່າງຈາກພວກເຂົາເຊັ່ນກັນ. 🌱

ມື້ນີ້ ເຖິງແມ່ນວ່າໄລຍະການຝຶກງານຈະສິ້ນສຸດລົງແລ້ວ ແຕ່ສິ່ງທີ່ພວກເຂົາຝາກໄວ້ ບໍ່ໄດ້ຈົບລົງພ້ອມກັບມື້ສຸດທ້າຍ.

ພວກເຂົາໄດ້ຝາກໄວ້ທັງ ຜົນງານ, ຄວາມຊ່ວຍເຫຼືອ, ຮອຍຍິ້ມ, ຄວາມຊົງຈຳ ແລະ ຄວາມຮູ້ສຶກດີໆ ທີ່ຈະຢູ່ໃນໃຈຂອງພວກເຮົາຕໍ່ໄປ. ❤️

🙏 ສູນແຫ່ງຄວາມຫວັງ ຂໍຂອບໃຈນັກສຶກສາທັງ 3 ຄົນ ຈາກມະຫາວິທະຍາໄລແຫ່ງຊາດ ຢ່າງສຸດຊຶ້ງ ທີ່ໄດ້ເລືອກໃຫ້ສູນຂອງພວກເຮົາ ເປັນສ່ວນໜຶ່ງໃນເສັ້ນທາງການຮຽນຮູ້ ແລະ ປະສົບການຊີວິດຂອງພວກເຈົ້າ.

ຂອບໃຈທີ່ເຂົ້າມາເປັນສ່ວນໜຶ່ງຂອງຄອບຄົວນ້ອຍໆແຫ່ງນີ້
ຂອບໃຈທຸກຄວາມຕັ້ງໃຈ
ຂອບໃຈທຸກວຽກງານທີ່ຊ່ວຍກັນເຮັດ
ແລະ ຂອບໃຈທຸກມື້ທີ່ໄດ້ຮ່ວມເດີນໄປກັບພວກເຮົາ.

ແລະ ສິ່ງສຳຄັນທີ່ສຸດ...

ຂອບໃຈທີ່ເຮັດໃຫ້ພວກເຮົາຮູ້ວ່າ ສູນແຫ່ງຄວາມຫວັງບໍ່ໄດ້ຍ່າງເດີນຢູ່ພຽງລຳພັງ ເພາະຍັງມີຄົນຮຸ່ນໃໝ່ທີ່ພ້ອມຈະເຂົ້າມາຮຽນຮູ້ ແລະ ເຕີບໂຕໄປພ້ອມກັບພວກເຮົາ. 🌱💙

ສຳລັບອາຈານ ນັກສຶກສາ ແລະ ມະຫາວິທະຍາໄລຕ່າງໆ ທີ່ກຳລັງຊອກຫາສະຖານທີ່ຝຶກງານໃນອະນາຄົດ
ສູນແຫ່ງຄວາມຫວັງ ຍິນດີເປີດປະຕູຕ້ອນຮັບສະເໝີ. 🚪❤️

ພວກເຮົາຢາກໃຫ້ທີ່ນີ້ເປັນຫຼາຍກວ່າສະຖານທີ່ຝຶກງານ
ແຕ່ຢາກໃຫ້ທີ່ນີ້ເປັນບ່ອນທີ່ນັກສຶກສາໄດ້ ຮຽນຮູ້ຈາກຊີວິດຈິງ, ໄດ້ລົງມືເຮັດຈິງ, ໄດ້ເຂົ້າໃຈຜູ້ຄົນຈິງ ແລະ ໄດ້ເຫັນວ່າຄວາມຮູ້ຂອງຕົນເອງ ສາມາດສ້າງປະໂຫຍດໃຫ້ແກ່ສັງຄົມໄດ້ຈິງ.

ບາງຄັ້ງ ການຝຶກງານ 3 ເດືອນ ອາດເປັນພຽງຊ່ວງເວລາສັ້ນໆໃນຊີວິດຂອງໃຜຄົນໜຶ່ງ...

ແຕ່ສຳລັບຄົນທີ່ຢູ່ທາງຫຼັງ...

3 ເດືອນນັ້ນ ອາດກາຍເປັນຄວາມຊົງຈຳທີ່ພວກເຮົາຈະຈື່ຈຳໄປອີກດົນ. 🥹💙

ຂໍໃຫ້ນັກສຶກສາທັງ 3 ຄົນ ປະສົບຄວາມສຳເລັດໃນເສັ້ນທາງຊີວິດ ແລະ ການງານໃນອະນາຄົດ.

ແລະ ບໍ່ວ່າພວກເຈົ້າຈະເດີນທາງໄປໄກສ່ຳໃດ ຂໍໃຫ້ຈື່ໄວ້ວ່າ...

ຄັ້ງໜຶ່ງ ພວກເຈົ້າເຄີຍເປັນສ່ວນໜຶ່ງຂອງ “ສູນແຫ່ງຄວາມຫວັງ” ແລະ ພວກເຮົາຈະຍັງຄົງຍິນດີຕ້ອນຮັບພວກເຈົ້າກັບຄືນມາສະເໝີ. ❤️🌱

#ສູນແຫ່ງຄວາມຫວັງ
#ນັກສຶກສາຝຶກງານ
#ມະຫາວິທະຍາໄລແຫ່ງຊາດສປປລາວ
#ສາຂາວິຊາສັງຄົມສົງເຄາະ
#ການຮຽນຮູ້ຈາກປະສົບການຈິງ
#ຂອບໃຈຈາກຫົວໃຈ

ການຝຶກອົບຮົມການລ້ຽງໄກ່ລາດ 🐔ໃນໄລຍະ 2 ອາທິດທີ່ຜ່ານມາ ພວກເຮົາໄດ້ຮຽນຮູ້ ແລະ ຝຶກອົບຮົມກ່ຽວກັບ ການລ້ຽງໄກ່ລາດ ໂດຍອາຈານໄດ້ແນະນຳວ...
17/08/2026

ການຝຶກອົບຮົມການລ້ຽງໄກ່ລາດ 🐔

ໃນໄລຍະ 2 ອາທິດທີ່ຜ່ານມາ ພວກເຮົາໄດ້ຮຽນຮູ້ ແລະ ຝຶກອົບຮົມກ່ຽວກັບ ການລ້ຽງໄກ່ລາດ ໂດຍອາຈານໄດ້ແນະນຳວ່າ ໄກ່ລາດເປັນໄກ່ທີ່ແຂງແຮງ, ລ້ຽງງ່າຍ ແລະ ຕະຫຼາດຍັງມີຄວາມຕ້ອງການ.

ພວກເຮົາໄດ້ຮຽນຮູ້ທັງພາກທິດສະດີ ແລະ ການນຳໄປໃຊ້ຈິງ ເຊັ່ນ: ວິທີສັງເກດອາການໄກ່ເຈັບ, ໄກ່ເປັນໄຂ້, ໄກ່ເປັນຫວັດ, ວິທີການໃຫ້ຢາ ແລະ ວິຕາມິນ ເພື່ອຊ່ວຍໃຫ້ໄກ່ແຂງແຮງ ແລະ ເຕີບໃຫຍ່ໄດ້ດີ.

ອາຈານຍັງໄດ້ສອນຮູບແບບການລ້ຽງໄກ່ 3 ແບບ ຄື: ລ້ຽງແບບປ່ອຍ, ລ້ຽງແບບປ່ອຍສະຫຼັບກັບການຂັງ ແລະ ລ້ຽງແບບຂັງ.

ນອກຈາກນີ້ ພວກເຮົາຍັງໄດ້ຮຽນຮູ້ການສ້າງໂຮງເຮືອນລ້ຽງໄກ່, ການຈັດສະຖານທີ່, ການໃຫ້ອາຫານ ແລະ ການປະສົມອາຫານໃຫ້ມີສານອາຫານ ແລະ ວິຕາມິນທີ່ພຽງພໍ ເພື່ອໃຫ້ໄກ່ມີສຸຂະພາບດີ ແລະ ເຕີບໂຕໄດ້ດີ.

ການຝຶກອົບຮົມໃນຄັ້ງນີ້ ເປັນອີກໜຶ່ງປະສົບການ ແລະ ຄວາມຮູ້ທີ່ສຳຄັນ ທີ່ພວກເຮົາສາມາດນຳໄປປະຕິບັດຈິງ ແລະ ຕໍ່ຍອດເປັນອາຊີບໃນອະນາຄົດ.

🤝 ການສະໜັບສະໜູນ

ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກ ແຜນງານພັດທະນາທັກສະການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ ພ້ອມທັງຄູຝຶກຈາກ ສູນພັດທະນາການສຶກສານອກໂຮງຮຽນ.

ພວກເຮົາຂໍຂອບໃຈຢ່າງສູງ ສຳລັບການເຫັນເຖິງໂອກາດ ແລະ ການເປີດພື້ນທີ່ໃຫ້ພວກເຮົາໄດ້ຮຽນຮູ້, ໄດ້ພັດທະນາທັກສະ ແລະ ໄດ້ເປັນສ່ວນໜຶ່ງໃນການສ້າງອາຊີບໃຫ້ກັບຄົນພິການຫູໜວກພາຍໃນສູນແຫ່ງນີ້.

ໃນອະນາຄົດ ໂຄງການຍັງມີແຜນການຂະຫຍາຍການຮຽນຮູ້ເພີ່ມເຕີມ ເຊັ່ນ: 🌱 ການປູກຜັກ ເພື່ອໃຫ້ທຸກຄົນມີທາງເລືອກໃນການຮຽນຮູ້ ແລະ ພັດທະນາຕາມຄວາມສົນໃຈ, ຄວາມສາມາດ ແລະ ຄວາມຊອບຂອງແຕ່ລະຄົນ ເພື່ອກ້າວໄປສູ່ອາຊີບທີ່ເໝາະສົມໃນອະນາຄົດ. 💙
Chicken-Raising Training 🐔

Over the past two weeks, we have had the opportunity to learn and participate in training on raising local chickens. Our instructor explained that local chickens are strong, relatively easy to raise, adaptable to their environment, and continue to have good market demand.

During the training, we learned both theory and practical skills, including how to identify signs of illness such as fever, colds, and other health problems, as well as how to properly provide medicine and vitamins to help chickens stay healthy and grow well.

We also learned three different methods of raising chickens:

1. Free-range raising
2. Semi-free-range and enclosed raising
3. Fully enclosed raising

In addition, we learned about building and preparing chicken houses, managing the raising environment, providing proper feed, and mixing feed to ensure that chickens receive sufficient nutrients and vitamins for healthy growth.

This training has provided us with valuable knowledge and practical experience that we can apply in real life and develop further into future livelihood and career opportunities.

🤝 Support for the Project

This project is supported by the Tourism, Agriculture and Forestry Skills Development Programme, together with trainers from the Non-Formal Education Development Center.

We would like to express our sincere gratitude for recognizing our potential, creating opportunities for us to learn and develop new skills, and supporting us in creating meaningful livelihood opportunities for Deaf people at our center.

Looking ahead, the project plans to expand learning opportunities in areas such as 🌱 vegetable growing
, allowing everyone to choose learning opportunities based on their interests, abilities, and strengths.

Through these opportunities, we hope to continue developing practical skills and help each person move toward a suitable and sustainable career in the future. 💙

⚽️🤝 ບານເຕະມິດຕະພາບ — ຫຼາຍກວ່າການແຂ່ງຂັນ ຄືການເປີດໂລກໃໝ່ໃຫ້ກັນ 💙ໃນວັນທີ 13 ສິງຫາ 2026 ທີ່ຜ່ານມາ, ໄດ້ມີການແຂ່ງຂັນບານເຕະມິດ...
17/08/2026

⚽️🤝 ບານເຕະມິດຕະພາບ — ຫຼາຍກວ່າການແຂ່ງຂັນ ຄືການເປີດໂລກໃໝ່ໃຫ້ກັນ 💙

ໃນວັນທີ 13 ສິງຫາ 2026 ທີ່ຜ່ານມາ, ໄດ້ມີການແຂ່ງຂັນບານເຕະມິດຕະພາບ ລະຫວ່າງ ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ Hands Of Hope Center ແລະ ສະມາຄົມຄົນຫູໜວກ Association For The Deaf ເຊິ່ງເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ມິດຕະພາບ. ⚽️🎉

ຜົນການແຂ່ງຂັນ 9–3 😊 ເຖິງຄັ້ງນີ້ທີມຂອງພວກເຮົາຈະບໍ່ໄດ້ຊະນະ ແຕ່ສິ່ງທີ່ສະມາຊິກໄດ້ຮັບ ມີຄ່າຫຼາຍກວ່າຄະແນນ.

ສຳລັບສະມາຊິກຫຼາຍຄົນ ນີ້ແມ່ນຄັ້ງທຳອິດທີ່ໄດ້ອອກມາຮ່ວມກິດຈະກຳກັບໝູ່ເພື່ອນນອກສູນ, ໄດ້ຮູ້ຈັກໝູ່ໃໝ່, ຝຶກການເຮັດວຽກເປັນທີມ, ສ້າງຄວາມກ້າ ແລະ ເປີດຮັບປະສົບການໃໝ່ໆ. 🌱

ສຳລັບພວກເຮົາ ການພັດທະນາຄົນຫູໜວກບໍ່ໄດ້ຢູ່ພຽງແຕ່ໃນຫ້ອງຮຽນ ຫຼື ການຝຶກວິຊາຊີບເທົ່ານັ້ນ ແຕ່ຍັງແມ່ນການເປີດໂອກາດໃຫ້ພວກເຂົາໄດ້ອອກໄປພົບປະ, ຮຽນຮູ້, ເຂົ້າສັງຄົມ ແລະ ເຕີບໃຫຍ່ໄປພ້ອມກັນ. 💙

ຂອບໃຈ ສະມາຄົມຄົນຫູໜວກ ສຳລັບມິດຕະພາບ ແລະ ໂອກາດດີໆໃນຄັ້ງນີ້. 🤝

ພວກເຮົາອາດບໍ່ຊະນະໃນສະໜາມ ແຕ່ພວກເຮົາກັບບ້ານພ້ອມກັບມິດຕະພາບ, ປະສົບການ ແລະ ຄວາມກ້າທີ່ເພີ່ມຂຶ້ນ. ⚽️💙

🌍💙 ຂອບໃຈສຳລັບ 2 ອາທິດທີ່ແສນພິເສດ 💙ຕະຫຼອດໄລຍະເວລາ 2 ອາທິດທີ່ຜ່ານມາ ພວກເຮົາໄດ້ຮູ້ຈັກ ແລະ ໄດ້ຮ່ວມໃຊ້ເວລາດີໆກັບ Damaris ອາສາ...
14/08/2026

🌍💙 ຂອບໃຈສຳລັບ 2 ອາທິດທີ່ແສນພິເສດ 💙

ຕະຫຼອດໄລຍະເວລາ 2 ອາທິດທີ່ຜ່ານມາ ພວກເຮົາໄດ້ຮູ້ຈັກ ແລະ ໄດ້ຮ່ວມໃຊ້ເວລາດີໆກັບ Damaris ອາສາສະໝັກຈາກປະເທດ South Africa 🇿🇦

ຂອບໃຈ Damaris ທີ່ໄດ້ເຂົ້າມາເປັນສ່ວນໜຶ່ງຂອງພວກເຮົາ ແລະ ໃຊ້ເວລາຕະຫຼອດ 2 ອາທິດ ເພື່ອຮຽນຮູ້ ແລະ ແລກປ່ຽນປະສົບການຮ່ວມກັບພວກເຮົາ 🤟

ຕະຫຼອດໄລຍະທີ່ຢູ່ກັບພວກເຮົາ Damaris ໄດ້ຮຽນຮູ້ພາສາມື ແລະ ໄດ້ສ້າງຄວາມສະໜິດສະໜົມກັບສະມາຊິກຂອງພວກເຮົາ.

ນອກຈາກນັ້ນ Damaris ຍັງໄດ້ນຳເອົາຄວາມຮູ້ຈາກປະສົບການດ້ານສື່ອອນລາຍ ແລະ ການຕັດຕໍ່ວິດີໂອ ມາແບ່ງປັນໃຫ້ພວກເຮົາ ໂດຍສອນພວກເຮົາໃນການສ້າງ Content ແລະ ວິດີໂອສຳລັບ TikTok 📱🎥

ບໍ່ພຽງແຕ່ນັ້ນ ລາວຍັງໄດ້ມາຮ່ວມກິດຈະກຳກັບພວກເຮົາ ສອນເຕັ້ນ Zumba ແລະ Dance 💃🕺 ຊ່ວຍສ້າງສີສັນ ແລະ ຄວາມສົດໃສໃຫ້ກັບສູນຂອງພວກເຮົາ.

ລວມເຖິງການເຂົ້າຄົວ ແລະ ຊ່ວຍພວກເຮົາເຮັດອາຫານ 🍳🥗 ເຊິ່ງທຸກໆກິດຈະກຳໄດ້ກາຍເປັນຄວາມຊົງຈຳດີໆສຳລັບພວກເຮົາ.

💙 ຂອບໃຈ Damaris ສຳລັບຮອຍຍິ້ມ, ຄວາມສຸກ, ຄວາມຮູ້ ແລະ ທຸກໆຄວາມຊົງຈຳທີ່ໄດ້ມອບໃຫ້ພວກເຮົາຕະຫຼອດ 2 ອາທິດນີ້.

ເຖິງແມ່ນວ່າ 2 ອາທິດຈະຜ່ານໄປໄວຫຼາຍ ແຕ່ຄວາມຊົງຈຳດີໆຈະຍັງຄົງຢູ່ກັບພວກເຮົາ. 🫶

ພວກເຮົາຈະຄິດຮອດເຈົ້າສະເໝີ ❤️
ຫວັງວ່າໃນຄັ້ງໜ້າ Damaris ຈະກັບມາຢ້ຽມຢາມພວກເຮົາອີກຄັ້ງ.

ຂອບໃຈທີ່ເຂົ້າມາເປັນສ່ວນໜຶ່ງຂອງຄອບຄົວພວກເຮົາ. 🌍🤟💙

━━━━━━━━━━━━━━━━━━

🇬🇧 THANK YOU FOR TWO WONDERFUL WEEKS! 💙

Over the past two weeks, we have had the pleasure of welcoming Damaris, a volunteer from South Africa 🇿🇦, and having her become a special part of our community.

Thank you, Damaris, for spending these two weeks with us, learning, sharing, and creating meaningful experiences together. 🤟

During her time with us, Damaris learned sign language and built wonderful friendships with our members. She also shared her knowledge and experience in online media and video editing, teaching our members how to create content and videos for TikTok 📱🎥.

But it wasn’t only about learning. Damaris also brought so much fun and energy to our center! 💃🕺 She taught us Zumba and dance, helping to create a more joyful, lively, and positive atmosphere for everyone.

She also joined us in the kitchen and helped prepare meals 🍳🥗. These simple moments of working, learning, laughing, and spending time together have become wonderful memories that we will always treasure.

💙 Thank you, Damaris, for your kindness, your smiles, your energy, your knowledge, and all the beautiful memories you shared with us during these two weeks.

Two weeks may have passed so quickly, but the memories we created together will stay with us for a long time. 🫶

We will always miss you and remember you. ❤️
We truly hope that you will come back and visit us again someday!

Thank you for becoming a part of our family and for being a special part of our journey. 🌍🤟💙

⚽🤟 ຄັ້ງທຳອິດ! ກ້າວທຳອິດຂອງພວກເຮົາ!ຂໍເຊີນທຸກຄົນມາຮ່ວມເບິ່ງ ແລະ ເຊຍການແຂ່ງຂັນບານເຕະກະຊັບມິດ ⚽🔥ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງ...
13/08/2026

⚽🤟 ຄັ້ງທຳອິດ! ກ້າວທຳອິດຂອງພວກເຮົາ!

ຂໍເຊີນທຸກຄົນມາຮ່ວມເບິ່ງ ແລະ ເຊຍການແຂ່ງຂັນບານເຕະກະຊັບມິດ ⚽🔥

ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ Hands Of Hope Center 🆚 ສະມາຄົມຄົນຫູໜວກ Association For The Deaf

ນີ້ເປັນ ຄັ້ງທຳອິດ ແລະ ກ້າວທຳອິດ ຂອງພວກເຮົາໃນການລົງສະໜາມແຂ່ງຂັນ. 💪⚽

ມາຮ່ວມເບິ່ງ ຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ນ້ອງໆຄົນຫູໜວກ ແລະ ຮ່ວມກັນສະແດງໃຫ້ສັງຄົມເຫັນວ່າ
“ຄົນຫູໜວກກໍເຮັດໄດ້!” 🤟❤️

📅 13/08/2026
⏰ 18:00–19:00
📍 Thanongath Sports Center

ມາເຊຍພວກເຮົາແດ່ເດີ! ⚽📣🤟

ພວກເຮົາຂໍຂອບໃຈ ❤️ ເຖິງຜູ້ຈິດໃຈດີ “ຈາກປະເທດໄຕ້ຫວັນ” ທີ່ໄດ້ເຂົ້າມາສະໜັບສະໜູນ ແລະ ຊ່ວຍເຫຼືອສູນຂອງພວກເຮົາເປັນຄັ້ງທີ 2 ແລ້ວ 🙏...
13/08/2026

ພວກເຮົາຂໍຂອບໃຈ ❤️ ເຖິງຜູ້ຈິດໃຈດີ “ຈາກປະເທດໄຕ້ຫວັນ” ທີ່ໄດ້ເຂົ້າມາສະໜັບສະໜູນ ແລະ ຊ່ວຍເຫຼືອສູນຂອງພວກເຮົາເປັນຄັ້ງທີ 2 ແລ້ວ 🙏❤️

ຄັ້ງນີ້ ທ່ານໄດ້ນຳເອົາເຂົ້າສານ, ອາຫານ ແລະ ສິ່ງຂອງອຸປະກອນທີ່ຈຳເປັນຕ່າງໆ ມາມອບໃຫ້ແກ່ສູນຂອງພວກເຮົາ.

ໂດຍສະເພາະ “ກ້ອງວົງຈອນປິດ” ເຊິ່ງເປັນອຸປະກອນທີ່ຈຳເປັນຫຼາຍສຳລັບສູນຂອງພວກເຮົາ ໃນການດູແລຄວາມປອດໄພ, ຕິດຕາມຄົນເຂົ້າ-ອອກ ແລະ ຊ່ວຍໃຫ້ການບໍລິຫານສູນເປັນໄປຢ່າງດີຂຶ້ນ.

ທຸກໆສິ່ງທີ່ທ່ານນຳມາສະໜັບສະໜູນ ບໍ່ວ່າຈະເປັນອາຫານ, ເຂົ້າສານ ຫຼື ອຸປະກອນຕ່າງໆ ລ້ວນແຕ່ມີຄຸນຄ່າ ແລະ ເປັນສ່ວນສຳຄັນທີ່ຊ່ວຍໃຫ້ສູນຂອງພວກເຮົາສາມາດດຳເນີນງານ ແລະ ສ້າງໂອກາດໃຫ້ແກ່ຄົນຫູໜວກໄດ້ຕໍ່ໄປ. ❤️

ຂອບໃຈສຳລັບນ້ຳໃຈດີ ແລະ ການກັບມາສະໜັບສະໜູນພວກເຮົາ

ຂໍອວຍພອນໃຫ້ທ່ານ ແລະ ຄອບຄົວ ມີຄວາມສຸກ, ສຸຂະພາບແຂງແຮງ, ປອດໄພ ແລະ ປະສົບແຕ່ຄວາມສຳເລັດ. ❤️

ຂອບໃຈຈາກໃຈ ຈາກ Hands of Hope Center 🙏❤️


#ມືແຫ່ງຄວາມຫວັງ
#ຂອບໃຈຜູ້ມີນ້ຳໃຈ


#ຄັ້ງທີ2

Address

ບ້ານ ຫນອງບົວ ເມືອງ ໄຊທານີ
ເມືອງ ໄຊທານີ
13579

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 08:00 - 17:00

Telephone

+8562055526631

Website

Alerts

Be the first to know and let us send you an email when ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ Hands Of Hope Center posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share