ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງຊານໄຊ - AFN II - Sanxay

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງຊານໄຊ - AFN II - Sanxay Contact information, map and directions, contact form, opening hours, services, ratings, photos, videos and announcements from ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງຊານໄຊ - AFN II - Sanxay, Nutritionist, Attapu.

 #ໂຄງການກະສິກຳເພື່ອໂພຊະນາການໄລຍະ2ເມືອງຊານໄຊ ຂໍເຊີນຊວນ ບໍລິສັດ, ຜູ້ປະກອບການ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ, ຜູ້ທີ່ມີຄວາມສົນໃຈ ...
03/08/2026

#ໂຄງການກະສິກຳເພື່ອໂພຊະນາການໄລຍະ2ເມືອງຊານໄຊ ຂໍເຊີນຊວນ ບໍລິສັດ, ຜູ້ປະກອບການ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ, ຜູ້ທີ່ມີຄວາມສົນໃຈ ເຂົ້າຮ່ວມການແຂ່ງຂັນປະມູນລາຄາ ການສະໜອງ ແນວພັນປາ, ອາຫານ ແລະ ອຸປະກອນໃນການລ້ຽງປາ ດັ່ງລາຍລະອຽດລຸ່ມນີ້

☘️🌿ໃນລະຫວ່າງວັນທີ 28-29 ພຶດສະພາ 2026  #ໂຄງການກະສິກໍາເພື່ອໂພຊະນາການໄລຍະ2ເມືອງຊານໄຊ ໄດ້ສໍາເລັດການຈັດກອງປະຊຸມເວທີຜູ້ມີສ່ວນຮ...
01/06/2026

☘️🌿ໃນລະຫວ່າງວັນທີ 28-29 ພຶດສະພາ 2026 #ໂຄງການກະສິກໍາເພື່ອໂພຊະນາການໄລຍະ2ເມືອງຊານໄຊ ໄດ້ສໍາເລັດການຈັດກອງປະຊຸມເວທີຜູ້ມີສ່ວນຮ່ວມຫຼາຍຝ່າຍທຸລກິດກະສິກໍາຕ່ອງໂສ້ມູນຄ່າກາເຟ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄໍາສຸກ ບຸນປະເສີດ ຮອງປະທານຄະນະກໍາມະການປົກຄອງເມືອງ(ປະທານຊີ້ນຳໂຄງການຂັ້ນເມືອງ) ແລະ ທ່ານ ສີໂສວັດ ພັນດານຸວົງ ຫົວໜ້າປະສານງານໂຄງການ AFNII ຂັ້ນສູນກາງ ເຊິ່ງມີບັນດາຫົວໜ່ວຍຜູ້ປະກອບການທຸລະກິດເກັບຊື້ກາເຟ(ລັດວິສະກິດການຄ້າ ຂາອອກ-ຂາເຂົ້າ ແຂວງ ອັດຕະປື), ສະຫະກອນເດາະກາເຟ ຊານໄຊ, ຕົວແທນກຸ່ມຜະລິດກາເຟ ລວມທັງວິຊາການໂຄງການ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ; ກອງປະຊຸມໄດ້ລາຍງານເຖິງສະພາບລວມຈຸດປະສົງຂອງໂຄງການ ແລະ ສະພາບການຜະລິດກາເຟໃນໄລຍະຜ່ານມາ, ລວມທັງບັນຫາ ແລະ ຂໍ້ຄົງຄ້າງຕ່າງໆຂອງກຸ່ມປູກກາເຟ ກັບ ຝ່າຍຜູ້ປະກອບການ(ລັດວິສາຫະກິດການຄ້າ), ໃນຂະນະດຽວກັນ ທາງລັດວິສາຫະກິດໄດ້ສະເໜີລາຄາມາຍັງກຸ່ມປູກກາເຟໂດຍຈະເກັບຊື້ ກາເຟປະເພດໝາກແດງ ຢູ່ທີ່ 18,000-20,000 ກີບ/ກິໂລ, ກາເຟດໍາ 30,000-35,000 ກີບ/ກິໂລ, ກາເຟໝາກຂາວ 60,000-100,000 ກີບ/ກິໂລ(ຄວາມຊຸ່ມ 11-14%), ກາເຟໝາກຂຽວ 300,000-350,000 ກີບ/ກິໂລ(9-11%), ກາເຟໝາກຂົ້ວ 400,000-500,000 ກີບ/ກິໂລ; ນອກນັ້ນສະຫະກອນເດາະກາເຟຊານໄຊ ເຫັນດີຮັບຊື້ກາເຟໝາກຂາວ (ຄວາມຊຸ່ມ 10-12%). ກອງປະຊຸມໄດ້ເຫັນດີໃຫ້ຫອ້ງການອຸດສະກໍາ ແລະ ການຄ້າ ເມືອງ ຄໍ້າປະກັນລາຄາກາເຟໂດຍອີງໃສ່ລາຄາສະມາຄົມກາເຟລາວ ແລະ ຕິດຕາມກວດກາຜູ້ປະກອບການຮັບຊື້ທີ່ບໍ່ມີໃບອະນຸຍາດ, ສ່ວນກຸ່ມປູກກາເຟແມ່ນໃຫ້ຕົວແທນກຸ່ມ ຫຼື ຫົວໜ້າກຸ່ມກັບໄປປຶກສາຫາລືສະມາຊິກ ຫຼື ປະຊາຊົນພາຍໃນບ້ານກ່ຽວກັບການເຮັດສັນຍາຊື້-ຂາຍກາເຟໃຫ້ແກ່ລັດວິສາຫະກິດການຄ້າ ພ້ອມນັ້ນຍັງໄດ້ເນັ້ນໃຫ້ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ລວມທັງຫ້ອງການການອຸດສາຫະກໍາ ແລະ ການຄ້າ ລົງຈັດກອງປະຊຸມເຊັນສັນຍາຊື້້-ຂາຍຢູ່ຂັ້ນບ້ານ.
#ໂຄງການກະສິກໍາເພື່ອໂພຊະນາການໄລຍະ2ເມືອງຊານໄຊ
🌿🐓🐖🦆🐟🦙

☘️🌿 #ໂຄງການກະສິກໍາເພື່ອໂພຊະນາການໄລຍະ2ເມືອງຊານໄຊ ໄດ້ສໍາເລັດການມອບອຸປະກອນ ແລະ ແນວພັນກາເຟໃຫ້ແກ່ກຸ່ມປູກກາເຟ ຈໍານວນ 12 ກຸ່ມ ໃ...
25/05/2026

☘️🌿 #ໂຄງການກະສິກໍາເພື່ອໂພຊະນາການໄລຍະ2ເມືອງຊານໄຊ ໄດ້ສໍາເລັດການມອບອຸປະກອນ ແລະ ແນວພັນກາເຟໃຫ້ແກ່ກຸ່ມປູກກາເຟ ຈໍານວນ 12 ກຸ່ມ ໃນ 10 ບ້ານທີ່ນອນໃນ 15 ເປົ້າຫມາຍປີ 2025 ຄຽງຄູ່ກັບການຝຶກອົບຮົມເຕັກນິກການກ້າເບ້ຍ ແລະ ເຕັກນິການປູກ ພ້ອມກັບວິທີການບໍາລຸງຮັກສາໂດຍສະເພາະແມ່ນການໃສ່ຝຸ່ນ, ປຸ໋ຍ, ການໃຫ້ນໍ້າ ແລະ ອື່ນໆ... 🌱
#ໂຄງການກະສິກໍາເພື່ອໂພຊະນາການໄລຍະ2ເມືອງຊານໄຊ

 #ໂຄງການກະສິກໍາເພື່ອໂພຊະນາການໄລຍະ2ເມືອງຊານໄຊ ຂໍແຈ້ງເຖິງບໍລິສັດ,ຫ້າງຮ້ານ ຫຼື ຜູ້ປະກອບການ ທີ່ມີຄວາມສົນໃຈເຂົ້າປະມູນ ແລະ ສະເ...
18/02/2026

#ໂຄງການກະສິກໍາເພື່ອໂພຊະນາການໄລຍະ2ເມືອງຊານໄຊ ຂໍແຈ້ງເຖິງບໍລິສັດ,ຫ້າງຮ້ານ ຫຼື ຜູ້ປະກອບການ ທີ່ມີຄວາມສົນໃຈເຂົ້າປະມູນ ແລະ ສະເໜີລາຄາ ໃຫ້ແກ່ກຸ່ມປູກກາເຟເປັນສິນຄ້າ ຈໍານວນ 12 ກຸ່ມ ທີ່ ເມືອງຊານໄຊ ແຂວງອັດຕະປື ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
#ສາມາດດາວໂຫລດແບບຟອມປະກອບເອກະສານທີ່: https://drive.google.com/file/d/1kRKchVtqf6by4COCo41dY3kcQQ5bTw7A/view?usp=sharing

Address

Attapu

Alerts

Be the first to know and let us send you an email when ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງຊານໄຊ - AFN II - Sanxay posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category