Lao Alliance ພັນທະມິດ Group

Lao Alliance ພັນທະມິດ Group Laos Alliance Pharmaceutical Group Co.,Ltd;

ຍົກລະດັບຄວາມຮູ້ ແລະ ສັກກາຍະພາບດ້ານນະວັດຕະກຳໃໝ່ 🔬✨ພາບຄວາມປະທັບໃຈຈາກງານສຳມະນາ ເຝິກອົບຮົມກ່ຽວກັບ "ສະເຕັມເຊລ" (Stem Cell) ທີ...
25/05/2026

ຍົກລະດັບຄວາມຮູ້ ແລະ ສັກກາຍະພາບດ້ານນະວັດຕະກຳໃໝ່ 🔬✨

ພາບຄວາມປະທັບໃຈຈາກງານສຳມະນາ ເຝິກອົບຮົມກ່ຽວກັບ "ສະເຕັມເຊລ" (Stem Cell) ທີ່ຈັດຂຶ້ນໃນວັນທີ 23 ພຶດສະພາ 2026 ທີ່ຜ່ານມາ, ໂດຍທີມງານ ແລະ ຊ່ຽວຊານໄດ້ຮ່ວມແລກປ່ຽນຄວາມຮູ້ ຢູ່ທີ່ ໂຮງງານ ລາວພັນທະມິດຟາມາ ກຣຸບ ຈຳກັດ ແຫ່ງທີ 2.

ພັນທະມິດຟາມາ ພວກເຮົາບໍ່ເຄີຍຢຸດຢັ້ງທີ່ຈະພັດທະນາ ແລະ ເປີດຮັບເຕັກໂນໂລຊີໃໝ່ໆ ທາງການແພດ ແລະ ສຸຂະພາບ ເພື່ອມຸ່ງໝັ້ນສູ່ການເປັນຜູ້ນຳດ້ານຄຸນນະພາບ ແລະ ນະວັດຕະກຳຢ່າງແທ້ຈິງ. ຂໍຂອບໃຈທຸກໆທ່ານທີ່ມີສ່ວນຮ່ວມໃນຄວາມສຳເລັດຂອງງານຄັ້ງນີ້! 🤝💼

Elevating Knowledge and Unleashing the Potential of New Innovations 🔬✨
A glimpse into our successful seminar and training session on "Stem Cells," held on May 23, 2026. Our dedicated team and industry experts gathered to share insights and explore new frontiers at the Lao Panthamit Pharma Group Co., Ltd. (Factory 2).
At Alliance Pharma, we never stop evolving. We are fully committed to embracing cutting-edge medical and healthcare technologies, driving us closer to our goal of becoming a true leader in quality and innovation.
#ສະເຕັມເຊລ #ງານສຳມະນາ #ພັດທະນາບຸກຄະລາກອນ #ພັນທະມິດຟາມາແຫ່ງທີ2

🚨ແຈ້ງເຕືອນດ່ວນ! ເວັບໄຊປອມ https://ali-tirzep.com/Laos Alliance Pharmaceutical Group ຂໍແຈ້ງວ່າ ເວັບໄຊດັ່ງກ່າວບໍ່ມີຄວາມກ່ຽ...
19/05/2026

🚨ແຈ້ງເຕືອນດ່ວນ! ເວັບໄຊປອມ https://ali-tirzep.com/
Laos Alliance Pharmaceutical Group ຂໍແຈ້ງວ່າ ເວັບໄຊດັ່ງກ່າວບໍ່ມີຄວາມກ່ຽວຂ້ອງໃດໆກັບບໍລິສັດ. ຜະລິດຕະພັນທີ່ຈຳໜ່າຍໃນນັ້ນອາດເປັນຢາປອມ, ບໍ່ໄດ້ມາດຕະຖານ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ.
* ຫ້າມສັ່ງຊື້ສິນຄ້າ ຈາກເວັບໄຊນີ້ເດັດຂາດ.
* ຫາກຊື້ໄປແລ້ວ ໃຫ້ຢຸດໃຊ້ທັນທີ ແລະ ໄປພົບແພດດ່ວນ.
* ກະລຸນາຊື້ຢາຈາກຮ້ານຂາຍຢາ ຫຼື ແພດທີ່ໄດ້ຮັບອະນຸຍາດໃນ ສປປ ລາວ ເທົ່ານັ້ນ.
* ຫາກພົບເຫັນສິ່ງຜິດປົກກະຕິ ກະລຸນາແຈ້ງບໍລິສັດ ຫຼື ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ.

🚨 URGENT ALERT: Fake Website https://ali-tirzep.com/
Laos Alliance Pharmaceutical Group warns that ali-tirzep.com is an unauthorized site and is NOT affiliated with us. Products sold there are likely counterfeit and highly dangerous to your health.
*DO NOT BUY from this website.
*If you have already used their products, stop immediately and see a doctor.
*Buy only from licensed pharmacies or doctors in Lao PDR.
*Report suspicious activities to us and the Food and Drug Department, Ministry of Health, Lao PDR.

ໃນວັນທີ 13 ພຶດສະພາ 2026, ບໍລິສັດ ລາວພັນທະມິດ ຟາມາ ກຣຸບ ຈຳກັດ (ແຫ່ງທີ 2) ມີຄວາມປິຕິຍິນດີຢ່າງສູງທີ່ໄດ້ຕ້ອນຮັບ ທ່ານ ນາງ ໃບຄ...
14/05/2026

ໃນວັນທີ 13 ພຶດສະພາ 2026, ບໍລິສັດ ລາວພັນທະມິດ ຟາມາ ກຣຸບ ຈຳກັດ (ແຫ່ງທີ 2) ມີຄວາມປິຕິຍິນດີຢ່າງສູງທີ່ໄດ້ຕ້ອນຮັບ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ເຂົ້າຢ້ຽມຊົມ ແລະ ຊີ້ນຳໂຮງງານ.
ພວກເຮົາໄດ້ມີການແລກປ່ຽນ ແລະ ຮັບຄຳຊີ້ແນະກ່ຽວກັບ:
✨ການພັດທະນາການຜະລິດຢາທີ່ອອກລິດຕໍ່ຈິດປະສາດ (Controlled Drugs).
✨ ການສ້າງຄວາມສາມາດໃນການຜະລິດຢາພາຍໃນປະເທດ ເພື່ອຄວາມໝັ້ນຄົງທາງດ້ານຢາ.
✨ ການນຳໃຊ້ R&D ທີ່ທັນສະໄໝໃນການຍົກລະດັບມາດຕະຖານໂຮງງານ.
ທາງຄະນະຜູ້ບໍລິຫານບໍລິສັດລາວພັນທະມິດ ຟາມາ ກຣຸບຂໍສະແດງຄວາມຂອບໃຈຕໍ່ຄະນະການນຳກະຊວງສາທາລະນະສຸກທີ່ໄດ້ເສຍສະຫລະເວລາມາຢ້ຽມຢາມແລະລົງຊຸກຍູ້ໃຫ້ທິດຊີ້ນຳຕໍ່ພວກເຮົາໃນຄັ້ງນີ້ ພວກເຮົາຂໍໃຫ້ຄຳຫມັ້ນວ່າຈະສືບຕໍ່ພັດທະນາແລະຮັກສາລະດັບມາດຕະຖານການຜະລິດເພື່ອສະຫນອງສິນຄ້າທີ່ມີຄຸນະພາບສູງຕໍ່ສັງຄົມລາວຕໍ່ໄປ

On May 13, 2026, Lao Phanthamit Pharma Group Co., Ltd (Factory 2) was deeply honored to welcom MS. Baikham Khatthiya, Minister of Health, along with her delegation for an official site visit and strategic guidance session.
During this visit, we engaged in high-level discussions regarding:
Advancing Specialized Production: Developing manufacturing capabilities for Controlled Drugs, such as psychotropic substances (anesthetics and analgesics).
Strengthening National Security: Scaling up domestic production to reduce the 100% reliance on imports and ensure long-term pharmaceutical security for Laos.
R&D Excellence: Leveraging modern Research & Development to elevate our factory standards to an international level.
We extend our heartfelt gratitude to the Ministry of Health leadership for their trust and invaluable guidance. We remain committed to producing high-quality medicine for the people of Laos! 💊🔬
ັນທະມິດ

✨ເພາະທຸກຄວາມທຸ່ມເທຄືພະລັງຂັບເຄື່ອນໃຫ້ ບໍລິສັດ ອາລີອັນ ພັນທະມິດ ກ້າວໄປຂ້າງໜ້າ. ຂໍຂອບໃຈທີມງານທຸກຄົນທີ່ຮ່ວມແຮງຮ່ວມໃຈກັນສ້າງ...
01/05/2026

✨ເພາະທຸກຄວາມທຸ່ມເທຄືພະລັງຂັບເຄື່ອນໃຫ້ ບໍລິສັດ ອາລີອັນ ພັນທະມິດ ກ້າວໄປຂ້າງໜ້າ. ຂໍຂອບໃຈທີມງານທຸກຄົນທີ່ຮ່ວມແຮງຮ່ວມໃຈກັນສ້າງຜົນສຳເລັດໃນທຸກໆມື້.
ພັກຜ່ອນໃຫ້ເຕັມທີ່ ແລ້ວກັບມາສ້າງສັນສິ່ງດີໆນຳກັນໃໝ່! 🚀💙

Happy Labour Day! 👷‍♂️👩‍💼
Every effort is the driving force that moves Alliance Panthamit forward. Thank you to our amazing team for your teamwork and for making success happen every single day.
Enjoy your well-deserved break and let’s keep building greatness together! 🚀💙

#ວັນກຳມະກອນສາກົນ #ອາລີອັນພັນທະມິດ

ແຈ້ງການ📣📣 ພະນັກງານພົ້ນສະພາບຂອງ ຈັນທະລີ ສີຊົມພູ ຕຳແໜ່ງ: ຝ່າຍອອກບິນ ຂອງບໍລິສັດຕັ້ງແຕ່ວັນທີ 12 ກັນຍາ 2025 ເປັນຕົ້ນໄປ.  ຖ້າຫ...
30/04/2026

ແຈ້ງການ📣📣 ພະນັກງານພົ້ນສະພາບຂອງ ຈັນທະລີ ສີຊົມພູ ຕຳແໜ່ງ: ຝ່າຍອອກບິນ ຂອງບໍລິສັດຕັ້ງແຕ່ວັນທີ 12 ກັນຍາ 2025 ເປັນຕົ້ນໄປ.
ຖ້າຫາກມີການແອບອ້າງ ຫຼື ໃຊ້ສິດໃດໆ ທີ່ກ່ຽວຂ້ອງກັບບໍລິສັດ ທາງເຮົາບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂື້ນໃນທຸກກໍລະນີ ນັບຕັ້ງແຕ່ມື້ພົ້ນສະພາບເປັນຕົ້ນໄປ.

10/04/2026

"ສະບາຍດີປີໃໝ່ລາວ ພສ 2569! 🌸
ໃນນາມ Alliance ພັນທະມິດ, ຂໍສົ່ງຄວາມປາດຖະໜາດີມາຍັງທຸກໆທ່ານ.
ຂໍໃຫ້ປີນີ້ ເປັນປີແຫ່ງຄວາມສຸກ, ສຸຂະພາບແຂງແຮງ ແລະ ສົມຫວັງໃນທຸກປະການ.
"Sabaidee Pi Mai Lao BE 2569! 🌸
On behalf of Alliance Phanthamit, we extend our warmest wishes to everyone. May the Year bring you happiness, good health, and success in all your aspirations. Happy Lao New Year!"
#ປີໃໝ່ລາວ2569

"ຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 116 ປີ! ຂໍໃຫ້ເປັນມື້ທີ່ພິເສດສຳລັບແມ່ຍິງທຸກໆຄົນ. ດ້ວຍຄວາມປາດຖະໜາດີຈາກ Alliance. 🩷💫   "
06/03/2026

"ຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 116 ປີ! ຂໍໃຫ້ເປັນມື້ທີ່ພິເສດສຳລັບແມ່ຍິງທຸກໆຄົນ. ດ້ວຍຄວາມປາດຖະໜາດີຈາກ Alliance. 🩷💫

"

LAPG and Mane Group Sign 50/50 Joint Venture to Establish PHANNTHAMIT in CambodiaMane Group (Cambodia) and Lao Alliance ...
08/01/2026

LAPG and Mane Group Sign 50/50 Joint Venture to Establish PHANNTHAMIT in Cambodia

Mane Group (Cambodia) and Lao Alliance Pharmaceutical Group (LAPG) (Lao PDR) officially signed a 50/50 Joint Venture Agreement to establish PHANNTHAMIT, a new pharmaceutical and healthcare distribution company in Cambodia.

This strategic partnership aims to strengthen Cambodia–Laos private sector cooperation and enhance access to safe, high-quality, and affordable medicines nationwide.

The signing ceremony was held in Phnom Penh and witnessed by representatives from the Department of Drugs and Food (DDF), Ministry of Health of Cambodia, and the Pharmacy Association of Cambodia, underscoring the importance of regulatory compliance and professional standards.

PHANNTHAMIT is expected to begin operations in March–April 2026, serving all 25 provinces and Phnom Penh Capital, with a focus on essential generics, hospital medicines, and pharmacy-first distribution.

Guided by the tagline “Trusted Medicines, Better Lives,” PHANNTHAMIT reflects a shared long-term vision to support Cambodia’s healthcare system and expand toward ASEAN markets in the future.

LAPG ແລະ Mane Group ລົງນາມຈັດຕັ້ງບໍລິສັດຮ່ວມທຶນ 50/50 “PHANNTHAMIT” ໃນກຳປູເຈຍ

Mane Group (ກຳປູເຈຍ) ແລະ Lao alliance Pharmaceutical Group (LAPG) (ສປປ.ລາວ) ໄດ້ລົງນາມໃນຂໍ້ຕົກລົງ ບໍລິສັດຮ່ວມທຶນ 50/50 ເພື່ອຈັດຕັ້ງບໍລິສັດ PHANNTHAMIT ດ້ານການຈັດຈໍາໜ່າຍຢາ ແລະ ຜະລິດຕະພັນດ້ານສຸຂະພາບໃນປະເທດກຳປູເຈຍຢ່າງເປັນທາງການ

ການຮ່ວມມືໃນຄັ້ງນີ້ ມີເປົ້າໝາຍເພື່ອເສີມສ້າງຄວາມຮ່ວມມືພາກເອກະຊົນລະຫວ່າງ ກຳປູເຈຍ–ລາວ ແລະ ຍົກລະດັບການເຂົ້າເຖິງ ຢາທີ່ມີຄຸນນະພາບ ປອດໄພ ແລະ ມີມາດຕະຖານ ໃຫ້ແກ່ປະຊາຊົນທົ່ວປະເທດ

ພິທີລົງນາມຈັດຂຶ້ນທີ່ນະຄອນພະນົມເປັນ ໂດຍມີຜູ້ແທນຈາກ ກົມຢາ ແລະ ອາຫານ (DDF) ກະຊວງສາທາລະນະສຸກກຳປູເຈຍ ແລະ ສະມາຄົມເພສັດຊະກຳ ກຳປູເຈຍ ເຂົ້າຮ່ວມເປັນສັກຂີພະຍານ ສະທ້ອນເຖິງຄວາມສໍາຄັນຂອງການກຳກັບດູແລ ແລະ ມາດຕະຖານດ້ານວິຊາການ

PHANNTHAMIT ຄາດວ່າຈະເລີ່ມດໍາເນີນງານໃນຊ່ວງ ເດືອນມີນາ–ເມສາ 2026 ໂດຍຄອບຄຸມທັງ 25 ແຂວງ ແລະ ນະຄອນພະນົມເປັນ ເນັ້ນການຈັດຈໍາໜ່າຍຢາສາມັນ ຢາໂຮງໝໍ ແລະ ຊ່ອງທາງຮ້ານຂາຍຢາເປັນຫຼັກ

ພາຍໃຕ້ແນວຄິດ “Trusted Medicines, Better Lives” PHANNTHAMIT ມຸ່ງຫມັ້ນສະໜັບສະໜູນລະບົບສາທາລະນະສຸກຂອງກຳປູເຈຍ ພ້ອມວາງຮາກຖານເພື່ອຂະຫຍາຍສູ່ຕະຫຼາດອາຊຽນໃນອະນາຄົດ
ັນທະມິດ

ພິທິເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ Lao Alliance Pharmaceutical Group ແລະ Mane Group ໃນ ວັນທີ 30 ເດືອນພະຈິກ 2025 ທີກຣຸງພ...
03/12/2025

ພິທິເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ Lao Alliance Pharmaceutical Group ແລະ Mane Group
ໃນ ວັນທີ 30 ເດືອນພະຈິກ 2025 ທີກຣຸງພະນົມເປັນ ອານາຈັກກຳປູເຈຍໄດ້ມີພິທິເຊັນບັນທຶກຂໍ້ຕົກລົງ (MoU) ດ້ານຍຸດທະສາດ ເພື່ອຜັກດັນການພັດທະນາດ້ານຢາ ແລະ ສາທາລະນະສຸກໃນປະເທດກຳປູເຈຍ ລະຫວ່າງ Mane Group ຈາກລາຊອານາຈັກກຳປູເຈຍ ແລະ ກຸ່ມບໍລິສັດ Lao Alliance Pharmaceutical Group (LAPG) ຈາກ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ເຊັນບັນທຶກຂໍ້ຕົກລົງຮ່ວມມືຢ່າງເປັນທາງການເຊິ່ງເປັນຈຸດເລີ່ມຕົ້ນຂອງຄວາມຮ່ວມມືດ້ານຍຸດທະສາດເພື່ອຂະຫຍາຍອຸດສາຫະກຳດ້ານຢາ, ສາທາລະນະສຸກ ແລະ ເຄື່ອງສຳອາງໃນປະເທດກຳປູເຈຍ.

ພາຍໃຕ້ການຮ່ວມມືນີ້ ທັງສອງຝ່າຍຈະຮ່ວມກັນຈັດຕັ້ງ Phanthamit Pharmaceutical (Cambodia) Import & Export Co., Ltd. ແມ່ນບໍລິສັດຮ່ວມທຶນທີ່ຈະມຸ່ງເນ້ນໃນການນຳເຂົ້າ, ການຂຶ້ນທະບຽນ, ການກະຈາຍສິນຄ້າ ແລະ ໃນອະນາຄົດຈະມີການຜະລິດສິນຄ້າດ້ານການແພດແລະສຸຂະພາບທີ່ມີຄຸນນະພາບສູງໃນປະເທດກຳປູເຈຍ. ຄວາມຮ່ວມມືນີ້ສອດຄ່ອງກັບແນວທາງການພັດທະນາຂອງພາກພື້ນ ແລະ ມຸ່ງເສີມຄວາມໜ້າເຊື່ອຖືຂອງຫ່ວງໂຊ່ງອຸປະທານ ພ້ອມທັງພັດທະນາການເຂົ້າເຖິງການດູແລສຸຂະພາບໃນກຸ່ມປະເທດ ASEAN.

ນອກເໜືອຈາກການຂະຫຍາຍທາງທຸລະກິດ ທັງສອງຝ່າຍຍັງຕົກລົງເລີ່ມການສົນທະນາຄວາມເປັນໄປໄດ້ໃນການສ້າງໂຮງໝໍໃນກຳປູເຈຍ ໂດຍນຳຄວາມຊຳນານຂອງ LAPG ດ້ານຢາ ແລະ ການແພດ ມາປະສານກັບຄວາມມືອາຊີບຂອງ Mane Group ດ້ານການບໍລິຫານທຸລະກິດ, ການລົງທຶນ ແລະ ໂຄງສ້າງພື້ນຖານ. ວິໄສທັດນີ້ສະທ້ອນເຖິງຄຳມຸ່ງຫມັ້ນຮ່ວມກັນໃນການພັດທະນາການເຂົ້າເຖິງການຮັບບໍລິການທາງການແພດ ເພີ່ມທະວີບໍລິການທາງການແພດ ແລະ ມີສ່ວນຮ່ວມໃນການເສີມສ້າງການເຕີບໂຕທາງເສດຖະກິດ-ສັງຄົມໃນລະຍະຍາວໃຫ້ແກ່ອານາຈັກກຳປູເຈຍ.

ບັນທຶກ MoU ນີ້ ບໍ່ພຽງແຕ່ເປັນຄວາມຮ່ວມມືທາງທຸລະກິດ ແຕ່ຍັງເປັນການຜັກດັນຄວາມຮ່ວມມືພາກພື້ນໃນອະນາຄົດ ເພື່ອເສີມສ້າງຄວາມເປັນຫຸ້ນສ່ວນຍຸດທະສາດລະຫວ່າງກຳປູເຈຍ-ລາວ ແລະ ສົ່ງເສີມວິໄສທັດການຮ່ວມມືພາຍໃນ ASEAN ດ້ານອຸດສາຫະກຳຢາ ແລະ ສາທາລະນະສຸກ.

Mane Group and Lao Alliance Pharmaceutical Group Sign Strategic Memorandum of Understanding to Advance Pharmaceutical and Healthcare Development in Cambodia in Phnom Penh, Kingdom of Cambodia — 1 December 2025

Mane Group of the Kingdom of Cambodia and Lao Alliance Pharmaceutical Group (LAPG) of the Lao People’s Democratic Republic officially signed a Memorandum of Understanding (MoU) on 30 November 2025 in Phnom Penh, marking the beginning of a strategic partnership aimed at expanding the pharmaceutical, healthcare, and cosmetics industries in Cambodia.

Under this cooperation, the Parties will establish Phanthamit Pharmaceutical (Cambodia) Import & Export Co., Ltd., a joint venture that will focus on the importation, registration, distribution, and future manufacturing of high-quality medical and health-related products in the Kingdom of Cambodia. This partnership aligns with regional development priorities and seeks to strengthen supply chain resilience and healthcare access across ASEAN.

In addition to expansion, the Parties have agreed to begin feasibility discussions on establishing a hospital in Cambodia, combining LAPG’s medical and pharmaceutical expertise with Mane Group’s proven leadership in hospitality, investment, and infrastructure development. This vision reflects a shared commitment to improving healthcare access, enhancing medical services, and contributing to the Kingdom’s long-term socio-economic growth.

This MoU symbolizes not only a commercial cooperation, but a forward-looking regional initiative that strengthens the strategic partnership between Cambodia and Laos and reinforces the broader vision of ASEAN collaboration in the pharmaceutical and healthcare sectors.

Address

Vientiane

Alerts

Be the first to know and let us send you an email when Lao Alliance ພັນທະມິດ Group posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Lao Alliance ພັນທະມິດ Group:

Share