Good-Adsໂຄສະນາ

Good-Adsໂຄສະນາ ສິນຄ້າແລະບໍລິການ

05/02/2022
27/12/2021

👉ເບົາຫວານ (Diabetes) ເປັນພາວະທີ່ລະດັບນໍ້າຕານໃນເລືອດສູງຜິດປົກກະຕິຈາກການທີ່ຮ່າງກາຍບໍ່ສາມາດຈັດການກັບລະດັບນໍ້າຕານໃນເລືອດໃຫ້ຢູ່ໃນລະດັບປົກກະຕິທີ່ເໝາະສົມໄດ້.
- ການປັບການໃຊ້ຊີວິດປະຈໍາວັນໃຫ້ມີວິໄນທາງດ້ານສຸຂະພາບມີຄວາມສໍາຄັນຕໍ່ການຄວບຄຸມເບົາຫວານໄດ້ຢ່າງດີ.
- ການເກີດພະຍາດເບົາຫວານໃນເດັກນ້ອຍ ແລະ ໄວລຸ້ນມີແນວໂນ້ມທີ່ຈະມີຄວາມສ່ຽງຕໍ່ພະຍາດແຊກຊ້ອນໄດ້ຫຼາຍກວ່າພະຍາດເບົາຫວານໃນຜູ້ໃຫຍ່ ເນື່ອງຈາກສະພາວະດ້ານອາລົມ ແລະ ການຕັດສິນໃຈທີ່ມີໂອກາດສູງເຮັດໃຫ້ຂາດວິໄນໃນການຄວບຄຸມເບົາຫວານ.
- ການກວດສຸຂະພາບເພື່ອປະເມີນຄວາມສ່ຽງຕໍ່ພະຍາດເບົາຫວານ ເປັນອີກວິທີໜຶ່ງໃນການປ້ອງກັນພະຍາດ
- ເປັນຫັຍງເດັກນ້ອຍ ແລະ ໄວລຸ້ນກໍ່ສ່ຽງຕໍ່ເບົາຫວານ?
ເບົາຫວານ (Diabetes) ເປັນພາວະທີ່ລະດັບນໍ້າຕານໃນເລືອດສູງຜິດປົກກະຕິຈາກການທີ່ຮ່າງກາຍບໍ່ສາມາດລັ່ງສານອິນຊູລິນໃນປະລິມານທີ່ພຽງພໍເພື່ອມາຈັດການກັບລະດັບນໍ້າຕານ, ສານອິນຊູລິນທີ່ຮ່າງກາຍລັ່ງມານັ້ນມີປະສິດທິພາບບໍ່ດີພໍຕໍ່ການຄວບຄຸມລະດັບນໍ້າຕານໃນເລືອດ, ທີ່ຈະສົ່ງຜົນຕໍ່ຂະບວນການເຜົາຜານ ຫຼື ຂະບວນການປ່ຽນອາຫານ ແລະ ເຄື່ອງດື່ມທີ່ບໍລິໂພກເຂົ້າໄປໃຫ້ກາຍເປັນພະລັງງານໂດຍສະເພາະນໍ້າຕານ ໂດຍຖ້າລະດັບນໍ້າຕານໃນເລືອດບໍ່ສາມາດຖືກຄວບຄຸມໃຫ້ຢູ່ໃນລະດັບປົກກະຕິຈະສົ່ງຜົນກະທົບທີ່ສາມາດທໍາລາຍຫົວໃຈ, ເສັ້ນເລືອດ, ຫມາກໄຂ່ຫຼັງ ແລະ ລະບົບປະສາດ ນອກຈາກນີ້ອາດເຮັດໃຫ້ສູນເສຍການເບິ່ງເຫັນໃນໄລຍະຍາວໄດ້, ເບົາຫວານມີຫຼາຍຊະນິດສາມາດເກີດຂຶ້ນໄດ້ທຸກເພດ, ທຸກຊ່ວງອາຍຸ ໂດຍສະເພາະເບົາຫວານຊະນິດ 1 ແລະ 2 ທີ່ເດັກນ້ອຍ ແລະ ໄວລຸ້ນສະໄໝໃໝ່ມີແນວໂນ້ມທີ່ຈະເປັນຫຼາຍ ເພາະເກີດຈາກພຶດຕິກໍາໃນການໃຊ້ຊີວິດທີ່ປ່ຽນໄປເຊັ່ນ: ການກິນອາຫານ Fast Food ຫຼື ກິນອາຫານທີ່ຫວານຈັດ ເປັນອາຫານປະເພດແປ້ງໃນສັດສ່ວນທີ່ສູງ ມີແຄຄໍລີສູງຕໍ່ມື້ ການເກີດໂລກອ້ວນ, ຂາດການອອກກໍາລັງກາຍຢ່າງສະໝໍ່າສະເໝີ ແລະ ເກີດຈາກກໍາມະພັນເປັນຕົ້ນ.
🔰ສາເຫດຂອງພະຍາດເບົາຫວານຊະນິດທີ 1: ສາມາດເກີດຂຶ້ນໄດ້ທຸກເພດ ທຸກໄວອາຍຸ ແລະ ພົບໄດ້ຕະຫຼອດເບົາຫວານໃນເດັກນ້ອຍ ແລະ ໄວລຸ້ນສາເຫດເກີດຈາກ ລະບົບພູມຕ້ານທານຂອງຮ່າງກາຍທໍາລາຍເຊວທີ່ຜະລິດອິນຊູລິນໃນຕັບອ່ອນ ເມື່ອເກີດສະພາວະນີ້ຮ່າງກາຍຈະບໍ່ສາມາດເຜົາຜານ ແລະ ເອົານໍ້າຕານ (Glucose) ທີ່ຢູ່ພາຍໃນກະແສເລືອດໄປໃຊ້ເປັນພະລັງງານໄດ້ຢ່າງເໝາະສົມ ລວມເຖິງບໍ່ສາມາດຂັບອອກໄດ້ເປັນປົກກະຕິຈຶ່ງເຮັດໃຫ້ເກີດສະພາວະນໍ້າຕານໃນຮ່າງກາຍຫຼາຍເກີນໄປ.
🔰ສາເຫດຂອງພະຍາດເບົາຫວານຊະນິດທີ 2: ມີໂອກາດພົບໄດ້ໃນໄວລຸ້ນສາເຫດເກີດຈາກ ຕັບອ່ອນບໍ່ສາມາດສ້າງອິນຊູລິນໄດ້ພຽງພໍ ແລະ ເຊວບໍ່ສາມາດເອົານໍ້າຕານມາໃຊ້ໃນການສ້າງພະລັງງານໄດ້ດີ, ໃນໄວລຸ້ນທີ່ມີນໍ້າໜັກໂຕເກີນ ຫຼື ເປັນໂລກອ້ວນ ແລະ ມີປະຫັວດຄອບຄົວທີ່ເຄີຍເປັນເບົາຫວານຈຶ່ງສົ່ງຜົນໃຫ້ມີຄວາມສ່ຽງຫຼາຍຂຶ້ນ, ຈະມີຄວາມສ່ຽງຫຼາຍຂຶ້ນຕື່ມເມື່ອມີອາຍຸ 40 ປີຂຶ້ນໄປ.

ເບົາຫວານໃນເດັກແຕກຕ່າງຈາກເບົາຫວານໃນຜູ້ໃຫຍ່ແນວໃດ?
- ຖ້າເກີດເບົາຫວານໃນເດັກຈະເຮັດໃຫ້ມີໂອກາດເກີດພະຍາດແຊກຊ້ອນໄດ້ຫຼາຍກ່ອນເບົາຫວານໃນຜູ້ໃຫຍ່.
- ເນື່ອງຈາກເດັກນ້ອຍ ແລະ ໄວລຸ້ນເປັນຊ່ວງທີ່ມີການຈະເລີນເຕີບໃຫຍ່ ແລະ ການປ່ຽນແປງທາງດ້ານອາລົມ ແລະ ໃຊ້ຄວາມຮູ້ສຶກຫຼາຍກວ່າອາລົມໃນການຕັດສິນໃຈ ຈຶ່ງອາດສົ່ງຜົນຕໍ່ການຄວບຄຸມການຮັກສາ ຫຼື ຄວບຄຸມອາການຂອງພະຍາດໄດ້ບໍ່ດີເທົ່າກັບຜູ້ໃຫຍ່ຈຶ່ງຕ້ອງມີຜູຸ້ປົກຄອງ ຫຼື ຍາດພີ່ນ້ອງເບິ່ງແຍງຊ່ວຍ.
✅ອາການທີ່ສັງເກດໄດ້:
- ຖ່າຍເບົາຕະຫຼອດໂດຍສະເພາະເວລາກາງຄືນ
- ດື່ມນໍ້າຫຼາຍກວ່າປົກກະຕິ ຫຼື ຢາກນໍ້າຕະຫຼອດ
- ມີຄວາມຢາກອາຫານຢູ່ຕະຫຼອດ
- ການເບິ່ງເຫັນມົວບໍ່ຊັດເຈນ ຫຼື ເກີດພາບຊ້ອນ, ບາດແຜນານເຊົາ
- ລົມຫາຍໃຈມີກິ່ນຄ້າຍຄືໝາກໄມ້ຫວານ
- ຮູ້ສຶກເມື່ອຍ ແລະ ຫງຸດຫງິດງ່າຍ
- ນໍ້າໜັກຫຼຸດລົງທັງທີ່ກິນຫຼາຍ
- ການຕິດເຊື້ອທີ່ຜິວໜັງ ເປັນບາດແຜອັກເສບງ່າຍແຕ່ນານເຊົາ ໃນຜູ້ຍິງອາດຕິດເຊື້ອໃນຊ່ອງຄອດ.
👉ສາມາດປ້ອງກັນເບົາຫວານໃນເດັກນ້ອຍ ຫຼື ໄວລຸ້ນໄດ້ຫຼືບໍ່?
ຖ້າຈະຫາວິທີທີ່ປ້ອງກັນໄດ້ແບບເຕັມຮ້ອຍເປີເຊັນ ແມ່ນຍັງບໍ່ມີການລະບຸໄດ້ຈາກວົງການແພດ ໂດຍສະເພາະພະຍາດເບົາຫວານຊະນິດທີ 1 ແລະ ທີ່ມີສາເຫດມາຈາກກໍາມະພັນ, ແຕ່ມີຫຼັກຖານການວິໄຈວ່າ ຜຸ້ທີ່ເປັນເບົາຫວານຊະນິດທີ່ 2 ສາມາດດູແລ ແລະ ປ້ອງກັນຕົວເອງໃນເບື້ອງຕົ້ນໄດ້ຈາກການປັບໃຊ້ໃນຊີວິດປະຈໍາວັນໃຫ້ມີວິໄນຫຼາຍຂຶ້ນເຊັ່ນຖ້າມີພາວະນໍ້າໜັກເກີນຕ້ອງຫຼຸດນໍ້າໜັກເພື່ອຫຼຸດຄວາມສ່ຽງ, ເລືອກກິນອາຫານທີ່ມີປະໂຫຍດ, ຫຼີກລ້ຽງການກິນອາຫານລົດຫວານຈັດ, ລົດມັນ ແລະ ອອກກໍາລັງກາຍຢ່າງສະໝໍ່າສະເໝີ.
✅ສະຫຼຸບລວມແລ້ວ: “ການປ້ອງກັນຍ່ອມດີກວ່າການຮັກສາ” ໂດຍການປັບການໃຊ້ຊີວິດປະຈໍາວັນໃຫ້ມີວິໄນດ້ານສຸຂະພາບຫຼາຍຂຶ້ນເຊັ່ນວ່າ ຖ້າມີພາວະນໍ້າໜັກເກີນໃຫ້ຫຼຸດນໍ້າໜັກລົງເພື່ອຫຼຸດຄວາມສ່ຽງ, ໃຫ້ເລືອກກິນອາຫານທີ່ມີແຄລໍລີຕໍ່າ, ຫຼີກລ້ຽງການກິນອາຫານລົດຫວານ, ມັນ, ເລືອກກິນອາຫານຕາມຫຼັກໂພຊະນາການ, ຈັດການກັບຄວາມຄຽດໄດ້ຢ່າງເໝາະສົມ, ແລະ ອອກກໍາລັງຢ່າງສະໝໍ່າສະເໝີ ຖ້າທ່ານໃດສົງໄສ ຫຼື ຕ້ອງການຮູ້ວ່າລູກຫຼານຂອງທ່ານຈະສ່ຽງຕໍ່ພະຍາດເບົາຫວານ ຫຼືບໍ່ ແມ່ນຕ້ອງໄດ້ຮັບການກວດສຸຂະພາບເພື່ອປະເມີນຄວາມສ່ຽງຂອງພະຍາດນີ້ ແລະ ປ້ອງກັນໄດ້ທັນເວລາ.
#ຢາກໃຫ້ທຸກທ່ານມີສຸຂະພາບທີ່ແຂງແຮງ
ອ້າງອີງ:
https://www.pathlab.co.th/children-and-adolescents-diabetes/

17/12/2021

ຢ່າອາຍ ທຳກິນ
ເພາະ ບໍ່ມີກິນ ໜ້າອາຍກວ່າ

#ຄຳຄົມປະຈຳວັນ

16/12/2021

ເຄັດລັບໃນການດູແລລູກນ້ອຍໃນຊ່ວງໜ້າໜາວ:
ຊ່ວງນີ້ເຂົ້າສູ່ລະດູໜາວແລ້ວ ພໍ່ແມ່ທີ່ມີລູກນ້ອຍຄວນຈະດູແລສຸຂະພາບຂອງລູກໃຫ້ແຂງແຮງປາສະຈາກໂລກໄພໄຂ້ເຈັບຕ່າງໆ ໃນຊ່ວງລະດູໜາວທີ່ອາກາດໜາວເຢັນ ແລະ ບໍ່ສະບາຍໄດ້ງ່າຍ ມື້ນີ້ເຮົາມີເຄັດລັບວິທີດູແລລູກນ້ອຍຊ່ວງໜ້າໜາວມາຝາກກັນ:
ເຂົ້າລະດູໜາວແລ້ວເຮົາຈະຮັກສາສຸຂະພາບລູກນ້ອຍແນວໃດ? ລະດູໜາວອາດຈະເຮັດໃຫ້ລູກກິນອາຫານໄດ້ຫຼາຍຂຶ້ນຍ້ອນວ່າ:
- ສະພາບອາກາດທີ່ເຍັນລົງ ເຮັດໃຫ້ອຸນຫະພູມຂອງສະພາບແວດລ້ອມ ຕໍ່າລົງກວ່າອຸນຫະພູມຂອງຮ່າງກາຍຫຼາຍ, ຮ່າງກາຍຂອງລູກນ້ອຍຈຶ່ງຕ້ອງໄດ້ປັບຕົວໃຫ້ພໍ່ ແລະ ແມ່ສາມາດສ້າງຄວາມອົບອຸ່ນໃຫ້ກັບລູກ ລູກຍັງມີການຈະເລີນເຕີບໃຫຍ່ຂອງຮ່າງກາຍຍັງບໍ່ສົມບູນການປັບຕົວໃນສະພາບອາກາດທີ່ໜາວເຢັນ ຈຶ່ງເຮັດໃຫ້ລໍາບາກ ແລະ ອາດເຮັດໃຫ້ເກີດການເຈັບປ່ວຍໄດ້ງ່າຍ.
- ໃນລະດູໜາວຈະເໝາະກັບການຈະເລີນເຕີບໂຕຂອງເຊື້ອພະຍາດບາງຊະນິດທີ່ກໍ່ໃຫ້ເກີດພະຍາດຕ່າງໆເຊັ່ນ: ໄຂ້ຫັວດ. ພະຍາດຕິດເຊື້ອໃນລະບົບທາງເດີນອາຫານ, ໂດຍລູກນ້ອຍອາດຕິດເຊື້ອພະຍາດເຫຼົ່ານີ້ໄດ້ງ່າຍ ເນື່ອງຈາກລະບົບພູມຄຸ້ມກັນຂອງຮ່າງກາຍຍັງບໍ່ຈະເລີນເຕີບໃຫຍ່ສົມບູນຄືກັບຜູ້ໃຫຍ່.
- ເດັກນ້ອຍທີ່ເປັນພູມແພ້ບໍ່ວ່າຈະເປັນພູມແພ້ທາງລະບົບທາງເດີນຫາຍໃຈເຊັ່ນ: ຫອດລົມ ຫຼື ເລືອດ, ຜື່ນພູມແພ້ຜິວໜັງອັກເສບ ໃນອາກາດທີ່ໜາວເຢັນອາດຈະເປັນຜື່ນຂຶ້ນ ແລະ ບໍ່ສະບາຍໄດ້ງ່າຍກ່ອນພາວະອາກາດອື່ນໆ.
ເມື່ອຮູ້ວ່າສາເຫດຂອງການເຈັບເປັນແລ້ວ ເຮົາມາເບິ່ງແຍງສຸຂະພາບລູກນ້ອຍເພື່ອປ້ອງກັນການເຈັບເປັນດ້ວຍວິທີດັ່ງນີ້:
1. ປົກປ້ອງໃຫ້ຮ່າງກາຍລູກອົບອຸ່ນຢູ່ສະເໝີ: ໂດຍໃຫ້ລູກໃສ່ເສື້ອໜາໆ, ໃສ່ສະບາຍ, ເສື້ອແຂນຍາວ, ໂສ້ງຂາຍາວ. ຖ້າຢູ່ໃນບໍລິເວນທີ່ອາກາດໜາວຫຼາຍ, ຄວນໃສ່ໝວກ, ຖົງມື, ຖົງຕີນໃຫ້ລູກ, ໃຫ້ລູກກິນແຕ່ອາຫານປຸງສຸກໃໝ່ໆ ແລະ ກິນນໍ້າອຸ່ນຫຼາຍໆ, ງົດນໍ້າເຢັນເພື່ອໃຫ້ຮ່າງກາຍອົບອຸ່ນ.
2. ລະວັງ ແລະ ປົກປ້ອງລູກນ້ອຍຈາກເຊື້ອພະຍາດຕ່າງໆເຊິ່ງມັກລະບາດໃນຊ່ວງຍາມໜາວ:
- ໂດຍບໍ່ພາລູກໄປໃນບ່ອນທີ່ຄົນຫຼາຍເຊັ່ນ ຫ້າງຊັບພະສິນຄ້າ ຫຼື ຕະຫຼາດນັດ.
- ລ້າງມືຕະຫຼອດດ້ວຍສະບູ່ເມື່ອໄປສໍາຜົດກັບສິ່ງແວດລ້ອມພາຍນອກ.
- ລະວັງບໍ່ໃຫ້ລູກເອົາມື ຫຼື ສິ່ງຂອງເຂົ້າປາກ.
- ໃຫ້ລູກກິນອາຫານທີ່ສະອາດປຸງສຸກໃໝ່ໆ.
- ບໍ່ໃຫ້ລູກໃຊ້ບ່ວງ ຫຼື ທໍ່ດູດຮ່ວມກັບຄົນອື່ນເດັດຂາດ.
- ໃຫ້ລູກນ້ອຍໄດ້ຮັບວັກຊີນເພື່ອປ້ອງກັນເຊື້ອພະຍາດຢ່າງຄົບຖ້ວນຕາມຊ່ວງອາຍຸ.
- ໃຫ້ລູກກິນນົມແມ່ເຊິ່ງມີພູມຕ້ານທານຕໍ່ເຊື້ອພະຍາດຕ່າງໆ.
3. ຖ້າຫາກວ່າລູກເປັນໂລກພູມແພ້ທາງເດີນຫາຍໃຈ ຫຼື ຜິວໜັງ:
- ເບິ່ງແຍງສຸຂະພາບລູກເພື່ອບໍ່ໃຫ້ອາການພູມແພ້ ໂດຍໃຫ້ນອນຫຼັບພັກຜ່ອນຢ່າງພຽງພໍ ກິນອາຫານທີ່ມີປະໂຫຍດ, ອອກກໍາລັງກາຍໃຫ້ເໝາະສົມກັບພັດທະນາການສົມໄວ.
- ຫຼີກລ້ຽງສານກໍ່ພູມແພ້ທີ່ລູກ ແລະ ສານລະຄາຍເຄືອງທາງເດີນຫາຍໃຈ.
- ເມື່ອມີອາການຜື່ນພູມແພ້ຜົວໜັງອັກເສບກໍ່ຄວນທາຢາ ຫຼື ໂລຊັ້ນລົດການອັກເສບ ຖ້າມີນໍ້າມູກກໍ່ຄວນຊ່ວຍລ້າງດັງບັນເທົາອາການ, ກິນຢາແກ້ແພ້ຕ່າງໆ.
ທັງນີ້ວິທີການເບິ່ງແຍງລູກໃນຊ່ວງໜ້າໜາວເປັນພຽງການປ້ອງກັນເທົ່ານັ້ນແຕ່ຖ້າລູກມີອາການເຈັບປ່ວຍທີ່ມີຄວາມຮຸນແຮງເກີດຂຶ້ນກໍ່ຄວນຟ້າວໄປປຶກສາໝໍທັນທີ.
ອ້າງອີງຈາກ: https://th.theasianparent.com/1710-take-care-of-baby-in-winter-season-2019
---------------------------------------
#ຄອບຄົວແຂງແຮງ

#ນົມເຫຼືອງ #ເນເຈີເຮັດ
#ເຕີບໃຫຍ່ #ພູມຕ້ານທານດີ #ບຳລຸງສະໝອງດີ

06/12/2021

ນົມເຫຼືອງ NaturH ແມ່ນຫັຍງ❓
✅ນົມເຫຼືອງ NaturH Colostrum ນົມເຫຼືອງທີ່ມີຄຸນນະພາບສູງ ອຸດົມໄປດ້ວຍສານອາຫານທີ່ເຂັ້ມຂຸ້ນ ນຳເຂົ້າຈາກປະເທດນິວຊີແລນ ທີ່ເປັນຍີ່ຫໍ້ຖືກຍອມຮັບຢ່າງກວ້າງຂວາງທັງໃນ ແລະ ຕ່າງປະເທດ
👉ລູກເຕ້ຍ, ລູກມັກບໍ່ສະບາຍ, ຈ່ອຍຜອມບໍ່ແຂງແຮງ ໃຫ້ຄິດຫາ NaturH Colostrum ມີຕົວແທນຈໍາໜ່າຍແລ້ວທຸກແຂວງທົ່ວປະເທດ
-------------------------------------------------------------
☎️ Tel & Whatsapp 020 2855 1155
#ຄອບຄົວແຂງແຮງ

#ນົມເຫຼືອງ #ເນເຈີເຮັດ
#ເຕີບໃຫຍ່ #ພູມຕ້ານທານດີ #ບຳລຸງສະໝອງດີ

22/11/2021

👉 ພໍ່ໆແມ່ໆມັກມີຄວາມກັງວົນກ່ຽວກັບເຊື້ອພະຍາດຊະນິດຕ່າງໆທີ່ມາກັບລົມ ແລະ ກໍາລັງເຂົ້າສູ່ຮ່າງກາຍຂອງລູກນ້ອຍ ຫຼາຍທ່ານພະຍາຍາມຫາວິທີປ້ອງກັນຫຼາກຫຼາຍຮູບແບບ ເລີ່ມຕັ້ງແຕ່ຜ້າອັດປາກປ້ອງກັນ ໄປຈົນເຖິງການສັກຢາປ້ອງກັນ, ເຊິ່ງຄວາມຈິງແລ້ວການດູແລເອົາໃຈໃສ່ກັບພຶດຕິກໍາທົ່ວໄປ ແລະ ການຮັກສາຄວາມສະອາດໃນຊີວິດປະຈໍາວັນກໍ່ມີສ່ວນຊ່ວຍເບິ່ງແຍງສຸຂະພາບລູກນ້ອຍໄດ້ເຊັ່ນວ່າ:
1. ລ້າງມືຢ່າງຖືກຕ້ອງ: ການລ້າງມືທີ່ຖືກຕ້ອງຄວນໃຊ້ສະບູ່ຖູໃຫ້ທົ່ວບໍລິເວນນິ້ວມື ແລະ ເລັບມື ແລະ ຄວນຖູຢ່າງໜ້ອຍເປັນເວລາ 20 ວິນາທີ ຫຼື ທຽບເທົ່າກັບການຮ້ອງເພງຊ້າງ 1 ຮອບ ຈາກນັ້ນໃຫ້ລ້າງອອກດ້ວຍນໍ້າສະອາດ ແລະ ເຊັດມືເປົ່າມືໃຫ້ແຫ້ງ.
2. ໄອ ແລະ ຈາມໃສ່ເຈ້ຍທິດຊູ່: ການໄອ ຫຼື ຈາມໂດຍບໍ່ປິດປາກນັ້ນເປັນການກະຈາຍເຊື້ອພະຍາດໃສ່ຜູ້ອື່ນ ແຕ່ການປິດປາກໂດຍໃຊ້ມື ຫຼື ຜ້າເຊັດໜ້າກໍ່ຈະເຮັດໃຫ້ມີໂອກາດຮັບເຊື້ອເຂົ້າສູ່ຮ່າງກາຍໄດ້ຖ້າບໍ່ລ້າງມືທັນທີ ເຊິ່ງວິທີທີ່ດີທີ່ສຸດກໍ່ຄືການສອນໃຫ້ລູກໆ ໄອ ຫຼື ຈາມໃສ່ເຈ້ຍທິດຊູ່ແລ້ວຖິ້ມແຜ່ນທີ່ໃຊ້ແລ້ວທັນທີ.
3. ທໍາຄວາມສະອາດສິ່ງຂອງພາຍໃນບ້ານເຮືອນຢ່າງສະໝໍ່າສະເໝີ: ສິ່ງຂອງບາງຢ່າງພາຍໃນເຮືອນນັ້ນເປັນພາຫະນໍາເຊື້ອພະຍາດ ໂດຍສະເພາະຂອງຫຼິ້ນລູກໆ, ຮາວຂັ້ນໄດ, ລູກບິດປະຕູ, ກະຕ່າໃສ່ເຄື່ອງ, ບ່ອນນອນ ແລະ ເຄື່ອງໃຊ້ບໍລິເວນຫ້ອງຮັບແຂກ ເຊິ່ງຜູ້ປົກຄອງຄວນໃສ່ໃຈໃນເລື່ອງຄວາມສະອາດຂອງສິ່ງຂອງເຫຼົ່ານີ້.
4. ບໍ່ໃຊ້ຂວດນົມ ແລະ ຈອກນໍ້າຊໍ້າໆ: ຜູ້ປົກຄອງຄວນທໍາຄວາມສະອາດຂວດນົມ ແລະ ຈອກນໍ້າຂອງລູກໆຢ່າງສະໝໍ່າສະເໝີ ເພາະຄວາມຊຸ່ມໃນພາຊະນະເຫຼົ່ານີ້ເຮັດໃຫ້ເຊື້ອພະຍາດຈະເລີນເຕີບໃຫຍ່ເປັນຢ່າງດີ ໃນກໍລະນີທີ່ລູກຢູ່ຂ້າງນອກຄວນຈະສໍາຮອງຂວດນົມ ແລະ ຈອກນໍ້າໄວ້ໃນພາຊະນະທີ່ແຫ້ງ, ສະອາດ ແລະ ຄວນປ່ຽນທັນທີເມື່ອຕົກລົງພື້ນແລ້ວ.
5. ຫຼີກລ້ຽງການຈັບສິ່ງຂອງໃນສະຖານທີ່ສາທາລະນະ: ສະຖານທີ່ສາທາລະນະມັກຈະເປັນແຫຼ່ງສະສົມເຊື້ອພະຍາດເພາະຂາດການອະນາໄມຢ່າງສະໝໍ່າສະເໝີໂດຍສະເພາະໃນຮ້ານອາຫານ ແລະ ຫ້າງຊັບພະສິນຄ້າ ຜູ້ປົກຄອງຄວນເຊັດຕັ່ງ ແລະ ລົດເຂັນຂອງລູກໆດ້ວຍເຈ້ຍທິດຊູ່ແບບປຽກ ຫຼື ແມ່ນແຕ່ສິ່ງຂອງໃນໂຮງໝໍກໍ່ມັກມີເຊື້ອພະຍາດແຝງຢູ່ເຊັ່ນ: ຂອງຫຼິ້ນ ຫຼື ປຶ້ມກາຕູນ.
6. ບໍ່ໃຊ້ສິ່ງຂອງຮ່ວມກັບລູກ: ສິ່ງຂອງເຄື່ອງໃຊ້ບາງຢ່າງອາດຈະມີເຊື້ອພະຍາດທີ່ບໍ່ແຂງແຮງຫຼາຍເຖິງຂັ້ນເປັນອັນຕະລາຍຕໍ່ຜູ້ໃຫຍ່ແຕ່ກໍ່ອາດສົ່ງຜົນຕໍ່ສຸຂະພາບຂອງລູກໄດ້, ເພາະພູມຕ້ານທານຂອງເດັກນ້ອຍທີ່ອາຍຸຕໍ່າກວ່າ 7 ປີນັ້ນຍັງເຮັດວຽກບໍ່ໄດ້ສົມບູນເຕັມທີ່ ຜູ້ປົກຄອງຈຶ່ງຄວນແຍກຂອງໃຊ້ຂອງຕົນອອກຈາກຂອງໃຊ້ຂອງລູກ.
7. ໃສ່ເຄື່ອງທີ່ໃຫ້ຄວາມອົບອຸ່ນ: ໃນຊ່ວງລະດູໜາວເຖິງແມ່ນວ່າເຮົາຈະບໍ່ຮູ້ສຶກເຢັນແຕ່ຮ່າງກາຍຂອງເດັກນ້ອຍອາດຕ້ອງການຄວາມອົບອຸ່ນເພີ່ມຂຶ້ນ ຜູ້ປົກຄອງຄວນເອົາໃຈໃສ່ໃນເລື່ອງເຄື່ອງນຸ່ງຂອງລູກໆ ເຊັ່ນ: ໃຫ້ລູກໃສ່ເສື້ອຜ້າທີ່ໜາຂຶ້ນ ແລະ ປົກປິດໃນບາງບໍລິເວນທີ່ອາກາດໜາວຫຼາຍ ໃສ່ຜ້າພັນຄໍ ແລະ ໝວກໄໝພົມຊ່ວຍເພີ່ມຄວາມອົບອຸ່ນໄດ້ໃນເວລາທີ່ຢູ່ນອກບ້ານ.
8. ກິນອາຫານທີ່ມີປະໂຫຍດ: ວິຕາມິນຊີນັ້ນເປັນສານອາຫານທີ່ຈໍາເປັນຫຼາຍເພາະມີສ່ວນຊ່ວຍໃນການເສີມສ້າງລະບົບພູມຕ້ານທານຂອງລູກໄດ້ ການກິນໝາກໄມ້, ນໍ້າໝາກໄມ້ ຫຼື ນົມເຫຼືອງເປັນປະຈໍາກໍ່ເຮັດໃຫ້ລູກໆບໍ່ເຈັບປ່ວຍໄດ້ງ່າຍ.
9. ການອາບນໍ້າດ້ວຍອຸນຫະພາບທີ່ເໝາະສົມ: ຜິວໜັງຂອງເດັກນ້ອຍນັ້ນມີຄວາມອ່ອນບາງຫຼາຍ ຖ້າໃຊ້ນໍ້າເຢັນອາບນໍ້າໂດຍສະເພາະຊ່ວງຍາມໜາວ ລູກອາດຈະມີອາການໜາວສັ່ນ ແລະ ເປັນຫັວດໄດ້ ແຕ່ຖ້ານໍ້າທີ່ໃຊ້ອາບນັ້ນຮ້ອນເກີນໄປ ( ເຖິງແມ່ນວ່າຜູ້ໃຫຍ່ຈະຮູ້ສຶກວ່າບໍ່ຮ້ອນເກີນໄປກໍ່ຕາມ) ຜິວໜັງຂອງລູກອາດຈະເປັນຜື່ນແດງຂຶ້ນໄດ້ ການໃຊ້ເຄື່ອງເຮັດນໍ້າອຸ່ນໃນການປັບອຸນຫະພູມຂອງນໍ້າຈຶ່ງເປັນສິ່ງທີ່ແນະນໍາ ຫຼັງຈາກທີ່ອາບແລ້ວຄວນເຊັດໂຕ ແລະ ຜົມໃຫ້ແຫ້ງທັນທີ.
10. ຫຼີກລ້ຽງການສໍາຜັດຮ່າງກາຍລູກຫຼາຍເກີນໄປ: ຜູ້ປົກຄອງຄວນອາບນໍ້າທຸກຄັ້ງຫຼັງຈາກກັບມາຮອດເຮືອນ ແລະ ກ່ອນທີ່ຈະສໍາຜັດກັບລູກ, ລວມໄປເຖິງຫຼີກລ້ຽງບໍ່ໃຫ້ຄົນອື່ນສໍາຜັດລູກເມື່ອອອກໄປຂ້າງນອກ ເພາະໃນແຕ່ລະມື້ເຮົາສໍາຜັດເຊື້ອພະຍາດຫຼາຍຢ່າງທີ່ອາດຈະບໍ່ເຮັດໃຫ້ເຮົາບໍ່ລະຄາຍເຄືອງຮ່າງກາຍ ແຕ່ເຊື້ອພະຍາດເຫຼົ່ານີ້ສາມາດເຮັດໃຫ້ລູກໆບໍ່ສະບາຍໄດ້.

18/11/2021
17/11/2021
13/11/2021

ນົມເຫຼືອງເນເຈີເຮັດ ຮອດໜ່ວຍແກ້ວຊໍາເໜືອ ແລ້ວເດີ😍
👉ນົມເຫຼືອງ NaturH ມີຈໍາໜ່າຍແລ້ວທີ່ "ບໍລິສັດພອນຈະເລີນການຢາ ເມືອງຊໍາເໜືອ ແຂວງຫົວພັນ"
ຂໍຂອບໃຈ ບໍລິສັດພອນຈະເລີນການຢາ ທີ່ໄວ້ວາງໃຈ ເປັນຕົວແທນຈຳໜ່າຍຜະລິດຕະພັນຂອງພວກເຮົາ😊
✅ສຳລັບລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ສັ່ງຊື້ກັບຕົວແທນຂອງພວກເຮົາສາຂາໃກ້ບ້ານທ່ານໄດ້ທົ່ວປະເທດ
-------------------
👇🏼 ທ່ານຍັງສາມາດສັ່ງຊື້ສິນຄ້າຈາກເພຈຫຼັກພວກເຮົາໄດ້
☎️ Tel & Whatsapp 020 2855 1155
ຈັດສົ່ງທົ່ວປະເທດໃຫ້ກັບລູກຄ້າ
-------------------
#ບຳລຸງສະໝອງ #ນົມເຫຼືອງ #ເພີ່ມໂພສະນາການໃຫ້ລູກຂອງທ່ານ #ນົມສູງ #ສຸຂະພາບດີ #ໃຫຍ່ໄວ #ແຂງແຮງ
#ນົມເຫຼືອງເນເຈີເຮັດ
#ສູງໃຫຍ່ #ພູມຕ້ານທານແຂງແຮງ #ບຳລຸງສະໝອງດີ

12/11/2021

✅ນົມເຫຼືອງ NaturH Colostrum ນົມເຫຼືອງທີ່ມີຄຸນນະພາບສູງ ອຸດົມໄປດ້ວຍສານອາຫານທຸກຊະນິດທີ່ເຂັ້ມຂຸ້ນ ນຳເຂົ້າຈາກປະເທດ ນິວຊີແລນ ທີ່ເປັນຍີ່ຫໍ້ຖືກຍອມຮັບຢ່າງກວ້າງຂວາງທັງໃນ ແລະ ຕ່າງປະເທດ
👉ລູກເຕ້ຍ, ລູກມັກບໍ່ສະບາຍ, ຈ່ອຍຜອມບໍ່ແຂງແຮງ ໃຫ້ຄິດຫາ NaturH Colostrum ມີຕົວແທນຈໍາໜ່າຍແລ້ວທຸກແຂວງທົ່ວປະເທດ
-------------------------------------------------------------
☎️ Tel & Whatsapp 020 2855 1155

#ນົມເຫຼືອງ #ເນເຈີເຮັດ
#ເຕີບໃຫຍ່ #ພູມຕ້ານທານດີ #ບຳລຸງສະໝອງດີ

10/11/2021

📌📌ກິນອາຫານແບບໃດຈຶ່ງຈະເພີ່ມນໍ້າໜັກລູກໃນທ້ອງ ກິນຫັຍງລູກຈຶ່ງຈະໂຕໃຫຍ່ສົມບູນ?? ຍັງເປັນຄໍາຖາມທີ່ຄາໃຈສໍາຫຼັບແມ່ໆຫຼາຍທ່ານ ໃນຊ່ວງເວລາທີ່ຖືພາຢູ່ນັ້ນ ແມ່ມານຫຼາຍທ່ານມັກຈະມີຄວາມກັງວົນເລື່ອງນໍ້າໜັກຂອງລູກໃນທ້ອງ ເພາະຢ້ານວ່າເມື່ອເວລາເກີດມາແລ້ວລູກຈະມີນໍ້າໜັກໂຕທີ່ໜ້ອຍກວ່າເກນ, ຈະໂຕນ້ອຍ, ບໍ່ແຂງແຮງ ຈຶ່ງເຮັດໃຫ້ເກີດຄໍາຖາມທີ່ວ່າ ກິນອາຫານແບບໃດລູກໃນທ້ອງຈຶ່ງຈະໂຕໃຫຍ່, ແຂງແຮງຕາມເກນ ເຊິ່ງມື້ນີ້ເຮົາຄໍາຕອບມາຝາກກັນ ໄປອ່ານກັນເລີຍ:
- ກ່ອນອື່ນເຮົາຕ້ອງມາເບິ່ງກ່ອນວ່າເຮົາຈະຮູ້ໄດ້ແນວໃດວ່າລູກໃນທ້ອງໂຕນ້ອຍ, ນໍ້າໜັກໜ້ອຍ. ເຊິ່ງເຮົາອາດຈະຄິດວ່າລູກໃນທ້ອງຈະໂຕນ້ອຍຖ້ານໍ້າໜັກຂອງແມ່ບໍ່ເພີ່ມຂຶ້ນຕາມເກນປົກກະຕິ ໂດຍສໍາລັບການຖືພາລູກຄົນດຽວ ນໍ້າໜັກຂອງແມ່ຈະເພີ່ມຂຶ້ນຕໍ່ເນື່ອງ ຫຼັງຈາກອາຍຸ 3 ເດືອນຂຶ້ນໄປ, ແຕ່ໃນຊ່ວງ 3 ເດືອນທໍາອິດນໍ້າໜັກອາດຈະຫຼຸດລົງ ຫຼື ບໍ່ເພີ່ມກໍ່ໄດ້ ເຮົາບໍ່ຕ້ອງເປັນກັງວົນເຊິ່ງສາເຫດກໍ່ມາຈາກ ຍັງມີອາການແພ້ທ້ອງຢູ່ ນອກຈາກນີ້ຍັງມີວິທີທີ່ຈະບອກໄດ້ວ່າລູກໃນທ້ອງໂຕນ້ອຍເກີນໄປບໍ່ດັ່ງນີ້:
• ການວັດຄວາມສູງຂອງມົດລູກໂດຍທ່ານໝໍ
• ໝໍທີ່ດູແລຈະກວດດ້ວຍການອັນຕາຊາວ
- ສາເຫດທີ່ເຮັດໃຫ້ລູກໃນທ້ອງໂຕນ້ອຍ: ລູກໃນທ້ອງໂຕນ້ອຍບໍ່ໄດ້ໝາຍຄວາມວ່າລູກຈະຜິດປົກກະຕິສະເໝີໄປ ໂດຍລູກໃນທ້ອງທີ່ໂຕນ້ອຍກໍ່ສາມາດມີການພັດທະນາຮ່າງກາຍ, ລະບົບປະສາດ ແລະ ສະໝອງປົກກະຕິໄດ້ພຽງແຕ່ນໍ້າໜັກໂຕນ້ອຍເທົ່ານັ້ນ, ສາເຫດຫຼັກສ່ວນຫຼາຍຈະເປັນຍ້ອນ:
• ພັນທຸກໍາຂອງພໍ່ແມ່.
• ແມ່ມີໂລກປະຈໍາຕົວເຊັ່ນ: ໂລກຄວາມດັນ, ເບົາຫວານ ມີການໃຊ້ຢາບາງຢ່າງ, ແມ່ກິນເຫຼົ້າ ຫຼື ສູບຢາ.
• ລູກມີພັນທຸກໍາທີ່ຜິດປົກກະຕິ ມີຄວາມພິການແຕ່ກໍາເນີດ, ມີການຕິດເຊື້ອໃນຄັນ, ລູກໃນຄັນເພາະຕໍາແໜ່ງຜິດປົກກະຕິ.
- ກິນອາຫານແບບໃດລູກໃນທ້ອງຈື່ງໂຕໃຫຍ່? ຄວາມຈິງແລ້ວ ການດູແລຮັກສາທີ່ສໍາຄັນກໍ່ຄື: ການສົ່ງເສີມສຸຂະພາບລູກໃນທ້ອງໃຫ້ແຂງແຮງຕະຫຼອດການຖືພາ ແລະ ເກີດເມືຶ່ອຮອດເວລາທີ່ເໝາະສົມ ບໍ່ແມ່ນເນັ້ນການເພີ່ມນໍ້າໜັກລູກພຽງຢ່າງດຽວ.
- ອາຫານເພີ່ມນໍ້າໜັກ ລູກໃນທ້ອງ: ກິນອາຫານໂດຍເນັ້ນສານອາຫານທີ່ມີປະໂຫຍດ (Nutritions) ບໍ່ແມ່ນເນັ້ນພະລັງງານ (Calories) ແລະ ກິນອາຫານໃຫ້ຄົບ 5 ໝູ່ທີ່ຫຼາກຫຼາຍ ເຊັ່ນ: ຊີ້ນສັດ, ຜັກ, ໄຂ່, ນົມເຫຼືອງ, ໝາກໄມ້.
- ເນັ້ນອາຫານທີ່ມີ ໂປຼຕິນ ແຕ່ໃຫ້ຫຼາກຫຼາຍ ແລະ ມາຈາກທໍາມະຊາດເຊັ່ນ: ປາ, ໄກ່, ໝູ. ບໍ່ແມ່ນວ່າກິນອາຫານຢ່າງດຽວແຕ່ປະລິມານຫຼາຍເຊັ່ນ: ໄຂ່ 10 ໜ່ວຍຕໍ່ມື້ ຫຼື ນົມມື້ລະ 2 ລິດ ເຊິ່ງອາດຈະເຮັດໃຫ້ລູກເກີດອອກມາແລ້ວສ່ຽງຕໍ່ອາການແພ້ໄຂ່ ຫຼື ແພ້ນົມໄດ້.
- ການອອກກໍາລັງກາຍຢ່າງເໝາະສົມຂອງແມ່ມານ ຈະຊ່ວຍໃຫ້ລູກໃນທ້ອງແຂງແຮງນໍາດ້ວຍ.
- ຖ້າແມ່ມານມີພະຍາດປະຈໍາຕົວ ໃຫ້ດູແລຮັກສາພະຍາດປະຈໍາຕົວຂອງແມ່.
- ພັກຜ່ອນໃຫ້ພຽງພໍ ເພາະການພັກຜ່ອນບໍ່ພໍ, ມີຄວາມຄຽດ, ຄວາມກັງວົນ ກໍ່ມີສ່ວນເຮັດໃຫ້ລູກໃນທ້ອງໂຕນ້ອຍໄດ້ເຊັ່ນກັນ.
- ງົດກິນເຫຼົ້າ ແລະ ບໍ່ສູບຢາ.
- ກວດຕິດຕາມກັບໝໍທີ່ດູແລຢ່າງຕໍ່ເນື່ອງ ເພື່ອກວດສູຂະພາບຂອງລູກໃນທ້ອງ.
ພຽງເທົ່ານີ້ກໍ່ຈະຊ່ວຍເພີ່ມນໍ້າໜັກໃຫ້ລູກໃນທ້ອງ ໃຫ້ລູກມີນໍ້າໜັກຕາມເກນ ແລະ ເກີດອອກມາແຂງແຮງສົມບູນໄດ້ແລ້ວ ແຕ່ຖ້າມີອາການຜິດປົກກະຕິຕ່າງໆກໍ່ຢ່າລືມໄປຫາໝໍທັນທີ ເພື່ອກວດ ແລະ ປຶກສາໄດ້ທັນເວລາ.
-------------------------------


#ສູງໃຫຍ່
#ພູມຕ້ານທານດີ
#ບຳລຸງສະໝອງດີ

Address

ບ້ານ ດົງປ່າແຫລບ
Vientiane
01000

Website

Alerts

Be the first to know and let us send you an email when Good-Adsໂຄສະນາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share