ກຳລັງໃຈ - Gamlangchai

ກຳລັງໃຈ - Gamlangchai A community-based mental health organisation focusing on prevention and promotion of mental health and well-being in Laos.

𝐏𝐞𝐞𝐫 𝐒𝐮𝐩𝐩𝐨𝐫𝐭 𝐏𝐫𝐨𝐠𝐫𝐚𝐦 ໂຄງການອ້ອມກອດ ❤️‍🩹ການຟຶ້ນຟູ້ທາງຈິດໃຈບໍ່ແມ່ນການຫາຍຈາກອາການທັງໝົດ ແຕ່ເປັນການຮຽນຮູ້ກ່ຽວກັບທາງເລືອກວິທີ...
08/09/2026

𝐏𝐞𝐞𝐫 𝐒𝐮𝐩𝐩𝐨𝐫𝐭 𝐏𝐫𝐨𝐠𝐫𝐚𝐦 ໂຄງການອ້ອມກອດ

❤️‍🩹ການຟຶ້ນຟູ້ທາງຈິດໃຈບໍ່ແມ່ນການຫາຍຈາກອາການທັງໝົດ ແຕ່ເປັນການຮຽນຮູ້ກ່ຽວກັບທາງເລືອກວິທີດູແລສຸຂະພາບຈິດຂອງເຮົາ

ໃນວັນທີ 29 ສິງຫາ 2026, ອາສາສະໝັກຂອງພວກເຮົາໄດ້ຈັດກິດຈະກໍາພາຍໃຕ້ຫົວຂໍ້ ເຄື່ອງມືສົ່ງເສິມການຟື້ນຟູຈິດໃຈ (𝐓𝐨𝐨𝐥𝐬 𝐟𝐨𝐫 𝐄𝐧𝐡𝐚𝐧𝐜𝐢𝐧𝐠 𝐑𝐞𝐜𝐨𝐯𝐞𝐫𝐲) ໂດຍນຳໃຊ້ຄູ່ມືເພື່ອນຊ່ວຍເພື່ອນ (Peer-to-Peer) ຂອງ National Alliance of Mental Illness (NAMI), ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ:
💛ຈິດຕະບໍາບັດ ແລະ ທາງເລືອກອື່ນໆໃນຟື້ນຟູຈິດໃຈ
💊ຂໍ້ຄວນລະວັງຂອງການນໍາໃຊ້ຢາ
☕ ສານກະຕຸ້ນ ແລະ 🍺 ສານເສບຕິດທິ່ພົບໄດ້ໃນປະເທດລາວ
🧘ການຕະໜັກຮູ້ໃນຕົນເອງ (Self-awareness) ເພື່ອຮັບມືກັບວິກິດ
📊ການວາງແຜນການຟຶ້ນຟູຈິດໃຈ

ພາຍຫຼັງຈົບກິດຈະກໍາ, ສິ່ງສໍາຄັນທິ່ສຸດແມ່ນການຮຽນຮູ້ວ່າການຟື້ນຟູຈິດໃຈແມ່ນ “ເສັ້ນທາງ” ບໍ່ແມ່ນ “ຈຸດໝາຍ”; ໃນເສັ້ນທາງນັ້ນເຮົາກໍານົດທາງເລືອກທີ່ເໝາະສົມກັບເຮົາເອງໄດ້

🎖ຜູ້ນຳກຸ່ມເພື່ອນຊ່ວຍເພື່ອນ (Peer Leader): Ning & Aling
🎖ຜູ້ນຳພາການຈັດກິດຈະກໍາ (Facilitator): Anna
—---
ກິດຈະກຳຄັ້ງຕໍ່ໄປ: ໂຄງການອ້ອມກອດ, ຫົວຂໍ້ທີ 7 “ເລື່ອງລາວຂອງຂ້ອຍ, ຈຸດແຂງຂອງຂ້ອຍ” (𝐌𝐲 𝐒𝐭𝐨𝐫𝐲, 𝐌𝐲 𝐒𝐭𝐫𝐞𝐧𝐠𝐭𝐡𝐬)
ວັນທີ: 26 ກັນຍາ 2026
ຈະເປິດໃຫ້ລົງທະບຽນ Free ໄວໆນີ້ (ບໍ່ໄດ້ເຂົ້າຮ່ວມຫົວຂໍ້ກ່ອນໜ້ານີ້ກໍສະໝັກໄດ້)

ໂຄງການ Peer Support Program ໄດ້ຮັບການສະໜັບສະໜູນຈາກອົງການ
-------------
❤️‍🩹Mental health recovery is not about the complete absence of symptoms, but about learning the different options for taking care of our mental health.

On 29 August 2026, our volunteers organized an activity under the topic "Tools for Enhancing Recovery." Using the Peer-to-Peer manual from the National Alliance on Mental Illness (NAMI), participants learned about:
💛 Psychotherapy and other alternative options in mental health recovery
💊 Precautions for medication use
☕ Common stimulants and 🍺 addictive substances found in Laos
🧘 Self-awareness to prevent crises
📊 Mental health recovery planning

The most important takeaway is learning that mental health recovery is a "journey," not a "destination"; along that journey, we can determine the choices that are most suitable for ourselves.

🎖 Peer Leaders: Ning & Aling
🎖 Facilitator: Anna
—---
𝐂𝐨𝐦𝐢𝐧𝐠 𝐮𝐩 𝐧𝐞𝐱𝐭: 𝐏𝐞𝐞𝐫 𝐒𝐮𝐩𝐩𝐨𝐫𝐭 𝐏𝐫𝐨𝐠𝐫𝐚𝐦, 𝐒𝐞𝐬𝐬𝐢𝐨𝐧 𝟕 "𝐌𝐲 𝐒𝐭𝐨𝐫𝐲, 𝐌𝐲 𝐒𝐭𝐫𝐞𝐧𝐠𝐭𝐡𝐬”

Date: 26 September 2026

Peer Support Program is funded by

 #ຮຸ່ງອະລຸນໃໝ່ສຳລັບການດູແລສຸຂະພາບຈິດໃນລາວ |  ໃນວັນທີ 18 ສິງຫາ 2026, ກຳລັງໃຈ (Gamlangchai) ຮ່ວມກັບ ໂຮງໝໍມະໂຫສົດ ແລະ ມະຫາວ...
26/08/2026

#ຮຸ່ງອະລຸນໃໝ່ສຳລັບການດູແລສຸຂະພາບຈິດໃນລາວ | ໃນວັນທີ 18 ສິງຫາ 2026, ກຳລັງໃຈ (Gamlangchai) ຮ່ວມກັບ ໂຮງໝໍມະໂຫສົດ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດກອງປະຊຸມດ້ານສຸຂະພາບຈິດຄັ້ງທຳອິດຂອງລາວ. ເຫດການຄັ້ງສຳຄັນນີ້ໄດ້ລວບລວມເອົາຜູ້ຊ່ຽວຊານດ້ານການແພດຫຼາຍກວ່າ 120 ທ່ານຈາກທົ່ວປະເທດ ເພື່ອຮຽນຮູ້ກ່ຽວກັບສະພາບການ ແລະ ການປິ່ນປົວສຸຂະພາບຈິດໃນ ສ.ປ.ປ ລາວ. 🇱🇦

"ການຂ້າຕົວຕາຍເປັນສາເຫດຂອງການເສຍຊີວິດໃນແຕ່ລະປີຫຼາຍກວ່າພະຍາດມາລາເຣຍ🦟."

ທ່ານ ສຈ. ປອ. ດຣ. ມາຍຟອງ ມາຍຊາຍ, ອະທິການບໍດີ ມ.ວ.ສ, ໄດ້ກ່າວເປີດກອງປະຊຸມດ້ວຍການປຽບທຽບ 2 ໄພຄຸກຄາມ. ທ່ານໄດ້ຍົກໃຫ້ເຫັນເຖິງຄວາມແຕກໂຕນທີ່ສຳຄັນໃນວຽກງານສາທາລະນະສຸກ ເຖິງແມ່ນວ່າມີອັດຕາການເສຍຊີວິດຈາກການຂ້າຕົວຕາຍສູງກວ່າພະຍາດເຂດຮ້ອນຫຼາຍຊະນິດ , ແຕ່ວຽກງານການດູແລສຸຂະພາບຈິດຍັງຄົງຂາດແຄນຊັບພະຍາກອນຢ່າງໜັກໜ່ວງ. ດ້ວຍການນຳເອົາບັນຫາເຫຼົ່ານີ້ມາເປັນຈຸດສຸມ, ກອງປະຊຸມຄັ້ງນີ້ຈຶ່ງເປັນບາດກ້າວທຳອິດທີ່ສຳຄັນໄປສູ່ການກະຈາຍການສະໜັບສະໜູນດ້ານສຸຂະພາບຈິດ ແລະ ເຮັດໃຫ້ການບໍລິການສາມາດເຂົ້າເຖິງໄດ້ໃນທົ່ວປະເທດລາວ.

ທ່ານ ນາງ ແອນນ້າ ສຸວັນນະລາດ, ນັກຈິດຕະບຳບັດທີ່ໄດ້ຮັບການຝຶກອົບຮົມ ແລະ ທະບຽນວິຊາຊິບຈາກສະຫະລາຊະອານາຈັກ (UK🇬🇧), ໄດ້ນຳພາການຝຶກອົບຮົມຫົວຂໍ້ ການບຳບັດດ້ວຍການໂອ້ລົມ (Talk Therapy) ໃນນາມກໍາລັງໃຈ ເພື່ອເປັນການສ້າງທັກສະການຊ່ວຍເຫຼຶອທາງຈິດໃຈໃຫ້ແກ່ພະນັກງານແພດໝໍແນວໜ້າທີ່ເຂົ້າຮ່ວມ.

ກອງປະຊຸມຍັງມີການນຳສະເໜີຈາກຜູ້ຊ່ຽວຊານກ່ຽວກັບບັນຫາສຸຂະພາບຈິດທີ່ພົບເຫັນເລື້ອຍໆ, ເຊິ່ງລວມມີ ຄວາມຜິດປົກກະຕິທາງອາລົມ (Mood), ໂລກວິຕົກກັງວົນ (Anxiety), ກຸ່ມອາການທາງຈິດ (Psychotic Spectrum), ແລະ ຄວາມຜິດປົກກະຕິຈາກການໃຊ້ສານເສບຕິດ (Substance Use Disorders).

On 18 August 2026, Gamlangchai, in partnership with Mahosot Hospital and the University of Health Sciences (UHS), hosted Laos’s first-ever Mental Health Conference. The landmark event brought together over 120 healthcare professionals from across the nation to explore current mental health trends and clinical interventions.

“Suicide causes more annual deaths than malaria🦟.”

Prof. Dr. Mayfong Mayxay, President of UHS, opened the conference with this stark comparison. He highlighted a critical disparity in public health: despite carrying a higher fatality rate than many tropical diseases, mental healthcare remains severely under-resourced. By bringing these issues to the forefront, the conference marked a vital first step toward decentralizing mental health support and making care accessible throughout Laos.

To equip the frontline healthcare workers in attendance with essential skills, on behalf of Gamlangchai, Anna Souvannalath, the UK-trained and -registered psychotherapist, led sessions on the core concepts and practical techniques of talk therapy. The conference was further enriched by specialist-led presentations on identifying and managing common mental health challenges, including mood, anxiety, psychotic spectrum, and substance use disorders.

Connect with us
www.gamlangchai.org
volunteer with us: [email protected]
Enquiry: [email protected]

ຕາຕະລາງການໃຫ້ຄໍາປຶກສາສຸຂະພາບຈິດ ແລະ ຈິດຕະບໍາບັດປະຈໍາເດືອນກັນຍາ  2026  ✨ ເຮົາມີນັກຈິດຕະບໍາບັດທີ່ມີທະບຽນວິຊາຊີບຈາກອັງກິດ🇬🇧...
25/08/2026

ຕາຕະລາງການໃຫ້ຄໍາປຶກສາສຸຂະພາບຈິດ ແລະ ຈິດຕະບໍາບັດປະຈໍາເດືອນກັນຍາ 2026 ✨

ເຮົາມີນັກຈິດຕະບໍາບັດທີ່ມີທະບຽນວິຊາຊີບຈາກອັງກິດ🇬🇧 ເພື່ອໃຫ້ທ່ານໄດ້ຮັບການຊ່ວຍເຫຼືອທີ່ປອດໄພ ແລະ ເປັນມືອາຊີບເພື່ອຊ່ວຍໃຫ້ທ່ານຮັບມືກັບ:
- ພາວະອາລົມເສົ້າ, ຊຶມເສົ້າ
- ພາວະວິຕົກກັນວົນ
- ການສູນເສຍບຸກຄົນສໍາຄັນ
- ບາດແຜທາງຈິດໃຈ
- ຄວາມຮຸນແຮງພາຍໃນຄອບຄົວ ຫຼຶ ຄວາມສຳພັນ
- ການປ່ຽນແປງຄັ້ງສໍາຄັນໃນຊີວິດ
- ການສ້າງຄຸນຄາ ແລະ ຄວາມໝັ້ນໃຈໃຫ້ຕົນເອງ

ເຮົາແນະນໍາໃຫ້ຈອງກ່ອນຄິວລ່ວງໜ້າ🤗
📅 ສອບຖາມ ແລະ ຈອງໄດ້ທາງ:
- WhatsApp: +856 20 9252 2432
- ອີເມວ: [email protected]
📌 ຖະໜົນສາຍລົມ, ບ້ານ ຫັດສະດີ, ເມືອງ ຈັນທະບູລີ
⏰ ວັນຈັນ - ວັນເສົາ 10:00 - 20:00 (ຈອງກ່ອນເທົ່ານັ້ນ)
ທ່ານບໍ່ໄດ້ຢູ່ຕົວຄົນດຽວ - ກໍາລັງໃຈພ້ອມຊ່ວຍເຫຼືອທ່ານຢ່າງເປັນມືອາຊີບ 🌿
--------------------
September counselling and psychotherapy appointments are now available ✨

🇬🇧Our BACP-registered psychotherapist is committed to safe and professional practice to support individuals with:
- low mood, depression
- anxiety
- greif
- trauma
- domestic abuse
- major life changes
- self-esteem challenges

Book your session early to secure your preferred time 🤗
📅 Enquire or book now via:
- WhatsApp: +856 20 9252 2432
- Email: [email protected]
📌 Saylom Road, Ban Hatsadi, Chanthabouly District
⏰ Mon - Sat 10:00 - 20:00 (by appointment only)

You’re not alone - Gamlangchai is here to support you🌿

#ບໍລິການໃຫ້ຄໍາສຶກສາສຸຂະພາບຈິດ #ຈໍາຕະບໍາບັດ #ສຸຂະພາບຈິດ #ກໍາລັງໃຈ

25/08/2026

ຢາສູບໄຟຟ້າ (V**e) 💨 ແລະ🍺
ມີຜົນຕໍ່ການຟື້ນຟູຈິດໃຈແນວໃດ?

ມີຄໍາຕອບໃນກິດຈະກຳສຸຂະພາບຈິດ
ມື້ສຸດທ້າຍຂອງລົງທະບຽນ👇

📌ຈະປິດຮັບສະໝັກໄວໆນີ້ ລົງທະບຽນເລີຍ!
24/08/2026

📌ຈະປິດຮັບສະໝັກໄວໆນີ້ ລົງທະບຽນເລີຍ!

“ການກິນຢາແມ່ນວິທີຮັກສາສຸຂະພາບຈິດພຽງຢ່າງດຽວ” ທ່ານວ່າປະໂຫຍກນີ້ແມ່ນຄວາມເຂົ້າໃຈຜິດ ຫຼື ຄວາມຈິງ?

ໃນໂຄງການອ້ອມກອດ 𝐏𝐞𝐞𝐫 𝐒𝐮𝐩𝐩𝐨𝐫𝐭 𝐏𝐫𝐨𝐠𝐫𝐚𝐦, ຫົວຂໍ້: “ເຄື່ອງມືສົ່ງເສິມການຟຶ້ນຟູຈິດໃຈ” (𝐓𝐨𝐨𝐥𝐬 𝐟𝐨𝐫 𝐄𝐧𝐡𝐚𝐧𝐜𝐢𝐧𝐠 𝐑𝐞𝐜𝐨𝐯𝐞𝐫𝐲)
ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ທາງເລືອກຕ່າງໆໃນການຮັບມືກັບຄວາມທ້າທາຍທາງດ້ານສຸຂະພາບຈິດເຊັ່ນ:
⛑️ ຈິດຕະບໍາບັດ, ການນໍາໃຊ້ຢາ ແລະ ທາງເລືອກອື່ນໆໃນຟື້ນຟູຈິດໃຈ
🧘ການຕະໜັກຮູ້ໃນຕົນເອງ (Self-awareness)
📊ການວາງແຜນການຟຶ້ນຟູຈິດໃຈ

------
1. ກິດຈະກໍານີ້ ແມ່ນຫຍັງ?
ພື້ນທີ່ປອດໄພໃນການແບ່ງປັນເລື່ອງສຸຂະພາບຈິດ, ຮຽນຮູ້ທັກສະຈັດການອາລົມ, ຄວາມຄິດ ແລະ ພຶດຕິກຳ. ອ້າງອິງຈາກ National Alliance on Mental Illness ເຊິ່ງເປັນໜຶ່ງໃນອົງການສຸຂະພາບຈິດທີ່ໃຫຍ່ທີ່ສຸດໃນປະເທດສະຫາລັດອາເມລິກາ (USA).
2. ທ່ານຈະໄດ້ຫຍັງ?
ສ້າງຄວາມເຂັ້ມແຂງທາງຈິດໃຈ, ເຂົ້າໃຈຕົວເອງ/ໝູ່ເພື່ອນ, ພັດທະນາທັກສະໃໝ່, ຮຽນຮູ້ການພົວພັນສະໝອງ-ຈິດໃຈ, ການສື່ສານ ແລະ ຕັ້ງເປົ້າໝາຍຊີວິດ.
3. ສຳລັບໃຜ?
- ອາຍຸ 18-30 ປີ (ທຸກເພດສາມາດເຂົ້າໄດ້)
- ຜູ້ທີ່ພົບຄວາມທ້າທາຍດ້ານສຸຂະພາບຈິດ ຫຼຶ ຜູ້ດູແລ.
4. ໝາຍເຫດ:
ບໍ່ແມ່ນການປິ່ນປົວທາງການແພດ, ແຕ່ເປັນການໃຫ້ເຄື່ອງມື, ຄວາມຮູ້ ແລະ ຊ່ອງທາງຊ່ວຍເຫຼືອ.
-----------
ເຂົ້າຮ່ວມ Free (ຮັບຈໍານວນຈໍາກັດ)
ລົງທະບຽນ: https://forms.gle/MURuoKRB5ndKrxZs7
ກ່ອນວັນທີ 25 ສິງຫາ 2026, 1700. ບໍ່ຮັບ Walk-in
ກິດຈະກຳຈັດໃນວັນເສົາ 29 ສິງຫາ 2026
ເວລາ ແລະ ສະຖານທີ່ ຈະແຈ້ງສະເພາະຜູ້ຜ່ານການຄັດເລືອກ
[email protected]
020 9252 2432
-----------
ໂຄງການ Peer Support Program ໄດ້ຮັບການສະໜັບສະໜູນຈາກອົງການ

#ເຄື່ອງມືສົ່ງເສິມການຟຶ້ນຟູຈິດໃຈ #ສຸຂະພາບຈິດ #ກໍາລັງໃຈ #ການຟຶ້ນຟູສະພາບຈິດໃຈ #ເພື່ອນຊ່ວຍເພື່ອນ

23/08/2026

ທາງເລືອກໃນການຟື້ນຟູສຸຂະພາບຈິດມີຫຍັງແດ່? ແລະ ເຮົາຈະວາງແຜນດູແລຈິດໃຈແນວໃດ?

ຮ່ວມກິດຈະກຳເພື່ອຫາຄໍາຕອບ👇

22/08/2026

📣 ກິດຈະກຳສຸຂະພາບຈິດປະຈໍາເດືອນ 8 ທີ່ບໍ່ຄວນພາດ

❗️ລົງທະບຽນກ່ອນເຕັມ👇

“ການກິນຢາແມ່ນວິທີຮັກສາສຸຂະພາບຈິດພຽງຢ່າງດຽວ” ທ່ານວ່າປະໂຫຍກນີ້ແມ່ນຄວາມເຂົ້າໃຈຜິດ ຫຼື ຄວາມຈິງ? ໃນໂຄງການອ້ອມກອດ 𝐏𝐞𝐞𝐫 𝐒𝐮𝐩𝐩𝐨𝐫𝐭...
17/08/2026

“ການກິນຢາແມ່ນວິທີຮັກສາສຸຂະພາບຈິດພຽງຢ່າງດຽວ” ທ່ານວ່າປະໂຫຍກນີ້ແມ່ນຄວາມເຂົ້າໃຈຜິດ ຫຼື ຄວາມຈິງ?

ໃນໂຄງການອ້ອມກອດ 𝐏𝐞𝐞𝐫 𝐒𝐮𝐩𝐩𝐨𝐫𝐭 𝐏𝐫𝐨𝐠𝐫𝐚𝐦, ຫົວຂໍ້: “ເຄື່ອງມືສົ່ງເສິມການຟຶ້ນຟູຈິດໃຈ” (𝐓𝐨𝐨𝐥𝐬 𝐟𝐨𝐫 𝐄𝐧𝐡𝐚𝐧𝐜𝐢𝐧𝐠 𝐑𝐞𝐜𝐨𝐯𝐞𝐫𝐲)
ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ທາງເລືອກຕ່າງໆໃນການຮັບມືກັບຄວາມທ້າທາຍທາງດ້ານສຸຂະພາບຈິດເຊັ່ນ:
⛑️ ຈິດຕະບໍາບັດ, ການນໍາໃຊ້ຢາ ແລະ ທາງເລືອກອື່ນໆໃນຟື້ນຟູຈິດໃຈ
🧘ການຕະໜັກຮູ້ໃນຕົນເອງ (Self-awareness)
📊ການວາງແຜນການຟຶ້ນຟູຈິດໃຈ

------
1. ກິດຈະກໍານີ້ ແມ່ນຫຍັງ?
ພື້ນທີ່ປອດໄພໃນການແບ່ງປັນເລື່ອງສຸຂະພາບຈິດ, ຮຽນຮູ້ທັກສະຈັດການອາລົມ, ຄວາມຄິດ ແລະ ພຶດຕິກຳ. ອ້າງອິງຈາກ National Alliance on Mental Illness ເຊິ່ງເປັນໜຶ່ງໃນອົງການສຸຂະພາບຈິດທີ່ໃຫຍ່ທີ່ສຸດໃນປະເທດສະຫາລັດອາເມລິກາ (USA).
2. ທ່ານຈະໄດ້ຫຍັງ?
ສ້າງຄວາມເຂັ້ມແຂງທາງຈິດໃຈ, ເຂົ້າໃຈຕົວເອງ/ໝູ່ເພື່ອນ, ພັດທະນາທັກສະໃໝ່, ຮຽນຮູ້ການພົວພັນສະໝອງ-ຈິດໃຈ, ການສື່ສານ ແລະ ຕັ້ງເປົ້າໝາຍຊີວິດ.
3. ສຳລັບໃຜ?
- ອາຍຸ 18-30 ປີ (ທຸກເພດສາມາດເຂົ້າໄດ້)
- ຜູ້ທີ່ພົບຄວາມທ້າທາຍດ້ານສຸຂະພາບຈິດ ຫຼຶ ຜູ້ດູແລ.
4. ໝາຍເຫດ:
ບໍ່ແມ່ນການປິ່ນປົວທາງການແພດ, ແຕ່ເປັນການໃຫ້ເຄື່ອງມື, ຄວາມຮູ້ ແລະ ຊ່ອງທາງຊ່ວຍເຫຼືອ.
-----------
ເຂົ້າຮ່ວມ Free (ຮັບຈໍານວນຈໍາກັດ)
ລົງທະບຽນ: https://forms.gle/MURuoKRB5ndKrxZs7
ກ່ອນວັນທີ 25 ສິງຫາ 2026, 1700. ບໍ່ຮັບ Walk-in
ກິດຈະກຳຈັດໃນວັນເສົາ 29 ສິງຫາ 2026
ເວລາ ແລະ ສະຖານທີ່ ຈະແຈ້ງສະເພາະຜູ້ຜ່ານການຄັດເລືອກ
[email protected]
020 9252 2432
-----------
ໂຄງການ Peer Support Program ໄດ້ຮັບການສະໜັບສະໜູນຈາກອົງການ

#ເຄື່ອງມືສົ່ງເສິມການຟຶ້ນຟູຈິດໃຈ #ສຸຂະພາບຈິດ #ກໍາລັງໃຈ #ການຟຶ້ນຟູສະພາບຈິດໃຈ #ເພື່ອນຊ່ວຍເພື່ອນ

ເຮົາກັບມາເປິດບໍລິການໃຫ້ປຶກສາສຸຂະພາບຈິດ ແລະ ຈິດຕະບໍາບັດແລ້ວ✨ເຮົາໃຫ້ຄໍາປຶກສາແກ່:- ເດັກນ້ອຍ ແລະ ໄວໜຸ່ມ (11-17ປິ)- ນັກສຶກສາ ...
11/08/2026

ເຮົາກັບມາເປິດບໍລິການໃຫ້ປຶກສາສຸຂະພາບຈິດ ແລະ ຈິດຕະບໍາບັດແລ້ວ✨

ເຮົາໃຫ້ຄໍາປຶກສາແກ່:
- ເດັກນ້ອຍ ແລະ ໄວໜຸ່ມ (11-17ປິ)
- ນັກສຶກສາ (18ປິ+) ມີສ່ວນຫຼຸດໃຫ້
- ຜູ້ໃຫຍ່
- ຜູ້ສູງອາຍຸ
- ຄູ່ຮັກ, ຄອບຄົວ,
- ໂຮງຮຽນ ແລະ ອົງກອນ

ເຮົາມີນັກຈິດຕະບໍາບັດທີ່ມີທະບຽນວິຊາຊີບຈາກອັງກິດ🇬🇧 ເພື່ອໃຫ້ທ່ານໄດ້ຮັບການຊ່ວຍເຫຼືອທີ່ປອດໄພ ແລະ ເປັນມືອາຊີບເພື່ອຊ່ວຍໃຫ້ທ່ານຮັບມືກັບ:
- ພາວະອາລົມເສົ້າ, ຊຶມເສົ້າ
- ພາວະວິຕົກກັນວົນ
- ການສູນເສຍບຸກຄົນສໍາຄັນ
- ບາດແຜທາງຈິດໃຈ
- ຄວາມຮຸນແຮງພາຍໃນຄອບຄົວ ຫຼຶ ຄວາມສຳພັນ
- ການປ່ຽນແປງຄັ້ງສໍາຄັນໃນຊີວິດ
- ການສ້າງຄຸນຄາ ແລະ ຄວາມໝັ້ນໃຈໃຫ້ຕົນເອງ

ເຮົາແນະນໍາໃຫ້ຈອງກ່ອນຄິວລ່ວງໜ້າ🤗
📅 ສອບຖາມ ແລະ ຈອງໄດ້ທາງ:
- WhatsApp: +856 20 9252 2432
- ອີເມວ: [email protected]
📌 ຖະໜົນສາຍລົມ, ບ້ານ ຫັດສະດີ, ເມືອງ ຈັນທະບູລີ
⏰ ວັນຈັນ - ວັນເສົາ 10:00 - 20:00 (ຈອງກ່ອນເທົ່ານັ້ນ)
ທ່ານບໍ່ໄດ້ຢູ່ຕົວຄົນດຽວ - ກໍາລັງໃຈພ້ອມຊ່ວຍເຫຼືອທ່ານຢ່າງເປັນມືອາຊີບ 🌿
----------
A safe space for
- children and young persons (11-17 years old)
- adults
- couples, families,
- schools, organisations

🇬🇧Our BACP-registered psychotherapist is committed to safe and professional practice to support individuals with:
- low mood, depression
- anxiety
- greif
- trauma
- domestic abuse
- major life changes
- self-esteem challenges

Book your session early to secure your preferred time 🤗
📅 Enquire or book now via:
- WhatsApp: +856 20 9252 2432
- Email: [email protected]
📌 Saylom Road, Ban Hatsadi, Chanthabouly District
⏰ Mon - Sat 10:00 - 20:00 (by appointment only)
You’re not alone - Gamlangchai is here to support you🌿

𝐄𝐯𝐞𝐫𝐲𝐨𝐧𝐞 𝐧𝐞𝐞𝐝𝐬 𝐬𝐮𝐩𝐩𝐨𝐫𝐭 𝐟𝐫𝐨𝐦 𝐨𝐭𝐡𝐞𝐫𝐬 𝐭𝐨 𝐥𝐢𝐯𝐞 𝐰𝐞𝐥𝐥 ທຸກຄົນລ້ວນຕ້ອງການການສະໜັບສະໜູນຈາກຄົນອື່ນເພື່ອໃຫ້ມີຊີວິດທີ່ດີ.ໃນວັນທີ 25 ...
10/08/2026

𝐄𝐯𝐞𝐫𝐲𝐨𝐧𝐞 𝐧𝐞𝐞𝐝𝐬 𝐬𝐮𝐩𝐩𝐨𝐫𝐭 𝐟𝐫𝐨𝐦 𝐨𝐭𝐡𝐞𝐫𝐬 𝐭𝐨 𝐥𝐢𝐯𝐞 𝐰𝐞𝐥𝐥 ທຸກຄົນລ້ວນຕ້ອງການການສະໜັບສະໜູນຈາກຄົນອື່ນເພື່ອໃຫ້ມີຊີວິດທີ່ດີ.

ໃນວັນທີ 25 ກໍລະກົດ 2026, ອາສາສະໝັກຂອງພວກເຮົາໄດ້ຈັດກິດຈະກໍາພາຍໃຕ້ຫົວຂໍ້ ສ້າງເຄືອຄ່າຍເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ (𝐆𝐫𝐨𝐰𝐢𝐧𝐠 𝐒𝐮𝐩𝐩𝐨𝐫𝐭 𝐍𝐞𝐭𝐰𝐨𝐫𝐤𝐬) ເພື່ອຮຽນຮູ້ວິທີການຊອກຫາການສະໜັບສະໜູນໃນຊຸມຊົນ.

✨ແຂກຮັບເຊີນພິເສດຂອງພວກເຮົາ, ຕີນ່າ (Tina), ເຊິ່ງເປັນອາສາສະໝັກທີ່ອຸທິດຕົນ ແລະ ມຸ່ງໝັ້ນໃນການຊ່ວຍເຫຼືອເດັກນ້ອຍອໍທິສຕິກ (autism spectrum), ໄດ້ມາແບ່ງປັນເລື່ອງລາວທີ່ສ້າງແຮງບັນດານໃຈກ່ຽວກັບການສະໜັບສະໜູນ ແລະ ການເບິ່ງແຍງຂອງລາວ.

ໂດຍນຳໃຊ້ຄູ່ມືເພື່ອນຊ່ວຍເພື່ອນ (Peer-to-Peer) ຂອງ National Alliance of Mental Illness (NAMI), ຜູ້ເຂົ້າຮ່ວມໄດ້ມີໂອກາດ:
🔎ເຕີມເຕັມຊ່ອງວ່າງຂອງເຄື່ອຄ່າຍການຊ່ວຍເຫຼືອ
🏥ຮູ້ຊ່ອງທາງການຊ່ວຍເຫຼືອໃນປະເທດລາວ
🩵ການເຫັນຄຸນຄ່າ ແລະ ຮັກສາຄວາມສໍາພັນ

ຜ່ານການສົນທະນາໃນພື້ນທີ່ທີ່ປອດໄພ, ມີຄວາມເຂົ້າໃຈ ແລະ ປາສະຈາກການຕັດສິນ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວິທີການເບິ່ງແຍງຮັກສາເຄືອຂ່າຍການຊ່ວຍເຫຼືອທີ່ມີຢູ່ ແລະ ຂະຫຍາຍເຄືອຂ່າຍໃໝ່. ພວກເຮົາບໍ່ໄດ້ຮັກສາບາດແຜທາງໃຈພຽງລຳພັງ, ແຕ່ຜ່ານການຢູ່ຮ່ວມກັນເປັນຊຸມຊົນ.

🎖ຜູ້ນຳກຸ່ມເພື່ອນຊ່ວຍເພື່ອນ (Peer Leader): Tayna & Namfom
🎖ຜູ້ນຳພາການຈັດກິດຈະກໍາ (Facilitator): Anna
—---
ກິດຈະກຳຄັ້ງຕໍ່ໄປ: ໂຄງການອ້ອມກອດ, ຫົວຂໍ້ທີ 6 “ເຄື່ອງມືສົ່ງເສີມການຟື້ນຟູ” (𝐓𝐨𝐨𝐥𝐬 𝐟𝐨𝐫 𝐄𝐧𝐡𝐚𝐧𝐜𝐢𝐧𝐠 𝐑𝐞𝐜𝐨𝐯𝐞𝐫𝐲)
ວັນທີ: 29 ສິງຫາ 2026
ລົງທະບຽນ Free: https://forms.gle/YJbAc8JfjiZUTk9h6
(ບໍ່ໄດ້ເຂົ້າຮ່ວມຫົວຂໍ້ກ່ອນໜ້ານີ້ກໍສະໝັກໄດ້)
ໂຄງການ Peer Support Program ໄດ້ຮັບການສະໜັບສະໜູນຈາກອົງການ

On 25 July 2026, our volunteers organized a peer support group under the theme “𝐆𝐫𝐨𝐰𝐢𝐧𝐠 𝐒𝐮𝐩𝐩𝐨𝐫𝐭 𝐍𝐞𝐭𝐰𝐨𝐫𝐤𝐬” to learn how to find support in the community

Our special guest speaker, Tina, a dedicated and volunteer with a mission to support children on autism spectrum, delivered an inspiring journey of her advocacy and caregiving

Using the Peer-to-Peer manual from the National Alliance on Mental Illness (NAMI), participants had the opportunity to:
- Identify ways to fill gaps in social support networks
- Discover support systems in Laos
- Appreciate other persons

Through discussions in a safe, understanding, and non-judgmental space, participants learned how to nature existing support networks and expand the new ones. We don’t heal in insolation, but in community.

🎖Peer Leader: Tayna & Namfom
🎖Facilitator: Anna
—---
𝐂𝐨𝐦𝐢𝐧𝐠 𝐮𝐩 𝐧𝐞𝐱𝐭: 𝐏𝐞𝐞𝐫 𝐒𝐮𝐩𝐩𝐨𝐫𝐭 𝐏𝐫𝐨𝐠𝐫𝐚𝐦, 𝐒𝐞𝐬𝐬𝐢𝐨𝐧 6 "Tools for Enhancing Recovery”
Date: 29 August 2026

Peer Support Program is funded by

Address

Vientiane
Vientiane

Alerts

Be the first to know and let us send you an email when ກຳລັງໃຈ - Gamlangchai posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ກຳລັງໃຈ - Gamlangchai:

Shortcuts

Share