ສູນບໍລິການຄົນພິການ Disability Service Center in LAO PDR DSC

ສູນບໍລິການຄົນພິການ Disability Service Center in LAO PDR  DSC DSC’s service provider organization for person with disabilities in Lao PDR.
Aim to promote inclus

The DSC (Disability Service Center) is a place where people with disabilities have a place to learn and get further education.

11/09/2026

ນີ້ເປັນອີກໜືງຜົນງານການໂຄເວີເພງຈາກສູນບໍລິການຄົນພິການຟາກທຸກຄົນຊ່ວຍກົດໄລ,ກົດແຊັຮ,ກົດຕິດຕາມເປັນກຳລັງລັງໃຈໃຫ້ພວກເຮົາແດ່ເດີ້


11/09/2026

English below
ສຳພາດຜູ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ເຊື່ອມສານວຽກງານການປ້ອງກັນ ແລະ ຕໍ່ຕ້ານ ຄວາມຮຸນແຮງທາງເພດ GBV ແລະ ວຽກງານການພັດທະນາຄົນພິການແບບມີສ່ວນຮ່ວມ ຫຼຶ ເຮັດວຽກກ້ຽວກັບGBV.
Interview with participants of the consultation meeting on integrating the prevention and response to Gender-Based Violence (GBV) with inclusive disability development and GBV-related work.




English belowຄວາມຮຸນແຮງທາງເພດ (GBV) ຕ້ອງຖືກປ້ອງກັນ ແລະ ທຸກຄົນຕ້ອງສາມາດເຂົ້າເຖິງການປົກປ້ອງ ແລະ ການຊ່ວຍເຫຼືອຢ່າງເທົ່າທຽມລວ...
03/09/2026

English below
ຄວາມຮຸນແຮງທາງເພດ (GBV) ຕ້ອງຖືກປ້ອງກັນ ແລະ ທຸກຄົນຕ້ອງສາມາດເຂົ້າເຖິງການປົກປ້ອງ ແລະ ການຊ່ວຍເຫຼືອຢ່າງເທົ່າທຽມລວມທັງຄົນພິການ.
ວັນທີ 2 ກັນຍາ 2026, ສູນບໍລິການຄົນພິການ (DSC) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຊື່ອມສານວຽກງານການປ້ອງກັນ ແລະ ຕໍ່ຕ້ານຄວາມຮຸນແຮງທາງເພດ (GBV) ກັບວຽກງານພັດທະນາຄົນພິການແບບມີສ່ວນຮ່ວມ.
ກອງປະຊຸມໄດ້ຮັບກຽດກ່າວເປີດຈາກ *ສະມາຄົມຄົນພິການແຫ່ງຊາດລາວ (LDPA), ການແບ່ງປັນຈາກຜູ້ອຳນວຍການ DSC ກ່ຽວກັບສິ່ງທ້າທາຍຂອງຄົນພິການໃນວຽກງານ GBV, ແລະ ການໃຫ້ຄວາມຮູ້ຈາກທີ່ປຶກສາຂອງGBV Prevention Platform.
ພວກເຮົາຍັງໄດ້ຮັບການແບ່ງປັນປະສົບການຈາກສະຫະພາບເອີຣົບປະຈຳລາວ, ກອງທຶນປະຊາກອນແຫ່ງສະຫະປະຊາຊາດ (UNFPA), ກອງທຶນເດັກແຫ່ງສະຫະປະຊາຊາດ (UNICEF), ໂຄງການ BEQUAL, ຕົວແທນຈາກຂະແໜງສຶກສາ, ສູນແມ່ຍິງ, MCCC, GDA ແລະ ບັນດາອົງການພາກປະຊາສັງຄົມອື່ນໆ.
ຂໍ້ຄິດສຳຄັນທີ່ເຫັນຮ່ວມກັນຈາກການແບ່ງປັນ ແລະ ການສົນທະນາກຸ່ມແມ່ນທຸກໂຄງການ, ກິດຈະກຳ ແລະ ບໍລິການ ຄວນຄຳນຶງເຖິງຄົນພິການຕັ້ງແຕ່ຂັ້ນວາງແຜນ, ພ້ອມທັງຈັດຫາສິ່ງອຳນວຍຄວາມສະດວກທີ່ເໝາະສົມ (reasonable accommodation)ຕາມຄວາມຕ້ອງການດ້ານການເຂົ້າເຖິງຂອງແຕ່ລະບຸກຄົນ.
ການມີສ່ວນຮ່ວມບໍ່ແມ່ນພຽງແຕ່ “ການເຊີນຄົນພິການມາຮ່ວມ”.ຕ້ອງເຮັດໃຫ້ໝັ້ນໃຈວ່າພວກເຂົາສາມາດເຂົ້າເຖິງຂໍ້ມູນ, ສື່ສານ, ມີສ່ວນຮ່ວມຢ່າງເຕັມທີ່, ມີສຽງໃນການຕັດສິນໃຈ, ໄດ້ຮັບການປົກປ້ອງ ແລະ ເຂົ້າເຖິງການຊ່ວຍເຫຼືອໄດ້ຢ່າງເທົ່າທຽມ.
GEDSIຄວາມສະເໝີພາບທາງເພດ, ຄວາມພິການ ແລະ ການມີສ່ວນຮ່ວມທາງສັງຄົມບໍ່ຄວນເປັນພຽງຄຳສັບໃນເອກະສານ.ມັນຕ້ອງເຫັນໄດ້ໃນການວາງແຜນ, ງົບປະມານ, ການສື່ສານ, ການຈັດກິດຈະກຳ ແລະ ການໃຫ້ບໍລິການຈິງ.
ອີກໜຶ່ງຂໍ້ຄິດສຳຄັນແມ່ນ: ການທີ່ເຮົາບໍ່ໄດ້ຍິນກໍລະນີຂອງຄົນພິການ ບໍ່ໄດ້ໝາຍຄວາມວ່າບັນຫາບໍ່ເກີດຂຶ້ນ. ມັນອາດສະທ້ອນວ່າຂໍ້ມູນ, ຊ່ອງທາງລາຍງານ ຫຼື ບໍລິການຂອງເຮົາຍັງເຂົ້າເຖິງບໍ່ພຽງພໍ.

DSC ບໍ່ຢາກສ້າງລະບົບ GBV ແຍກຕ່າງຫາກສຳລັບຄົນພິການ. *ພວກເຮົາຢາກເຫັນລະບົບ GBV ທີ່ຄອບຄຸມທຸກຄົນ.
DSC ຈຶ່ງຂໍເຊີນຊວນບັນດາຄູ່ຮ່ວມງານ ແລະ ພາກສ່ວນທີ່ເຮັດວຽກດ້ານ GBV, ແມ່ຍິງ, ເດັກ, ການປົກປ້ອງ, ການສຶກສາ ແລະ ວຽກງານພັດທະນາ ມາຮ່ວມກັນສ້າງລະບົບທີ່ຄົນພິການບໍ່ຖືກປະໄວ້ຂ້າງຫຼັງ.
DSC ນຳປະສົບການດ້ານຄົນພິການ.
ຄູ່ຮ່ວມງານນຳຄວາມຮູ້, ບໍລິການ ແລະ ລະບົບດ້ານ GBV.
ເມື່ອເຮົາເຊື່ອມຕໍ່ ແລະ ເຮັດວຽກຮ່ວມກັນ ການປ້ອງກັນກໍຈະຄອບຄຸມຫຼາຍຂຶ້ນ.
GBV ຕ້ອງຖືກປ້ອງກັນ.
ທຸກຄົນຕ້ອງໄດ້ຮັບການປົກປ້ອງຢ່າງເທົ່າທຽມ.
ແລະ ຄົນພິການຕ້ອງບໍ່ຖືກປະໄວ້ຂ້າງຫຼັງ.





Gender-based violence (GBV) must be prevented, and everyone must have equal access to protection and support including persons with disabilities.
On 2 September 2026, the Disability Service Center (DSC) organised a consultation and coordination meeting on GBV prevention and inclusive disability development.
The meeting included opening remarks from the Lao Disabled People’s Association (LDPA), sharing from the Executive Director of DSC on the barriers faced by persons with disabilities in GBV-related work, and technical input from the GBV Prevention Platform mentor.
We were also grateful for the experience sharing from the European Union in Lao PDR, UNFPA, UNICEF, BEQUAL, representatives from the education sector, the Women’s Center, MCCC, GDA, and other civil society organisations.
One strong message from the discussions and group work was clear.
Every project, activity and service should consider persons with disabilities from the planning stage not only after activities have already been designed.
Inclusion is not simply inviting persons with disabilities to attend. We must make sure they can access information, communicate, participate fully, contribute to decisions, receive protection, and access support on an equal basis.
This also means providing reasonable accommodation based on each person’s individual accessibility requirements, such as sign language interpretation, accessible documents, audio formats, communication support, personal assistance, or other adjustments when needed.
GEDSI Gender Equality, Disability and Social Inclusion should not remain only as a term in project documents. It should be reflected in planning, budgeting, communication, activities, referral systems and service delivery.
Another important message from the meeting was:
If we do not hear about GBV cases involving persons with disabilities, it does not mean the problem is not happening. It may mean that information, reporting channels, referral systems or services are still not accessible enough.
DSC does not want to create a separate GBV system for persons with disabilities.
We want existing GBV systems to include everyone.
We therefore call on our partners working on GBV, women’s rights, child protection, safeguarding, education and development to work with us to strengthen disability inclusion in their programmes and services.
DSC brings experience in disability inclusion.
Our partners bring GBV knowledge, services and systems.
When we connect and work together, prevention becomes more inclusive and more effective.
GBV must be prevented.
Everyone must be protected equally.
Persons with disabilities must not be left behind.




-based

English belowໃນວັນທີ 26 ສິງຫາ 2026, ຕົວແທນຈາກ *Disability Service Center (DSC)* ໄດ້ເຂົ້າຮ່ວມງານ *Gender Equality, Disabi...
01/09/2026

English below

ໃນວັນທີ 26 ສິງຫາ 2026, ຕົວແທນຈາກ *Disability Service Center (DSC)* ໄດ້ເຂົ້າຮ່ວມງານ *Gender Equality, Disability and Social Inclusion Alumni Symposium 2026 in Laos* ທີ່ໂຮງແຮມ Holiday Inn & Suites, ນະຄອນຫຼວງວຽງຈັນ.
ສິ່ງທີ່ພິເສດໃນຄັ້ງນີ້ແມ່ນ ທີມງານ DSC ທີ່ເຂົ້າຮ່ວມ ລ້ວນແຕ່ເປັນອະດີດນັກຮຽນ/ຜູ້ໄດ້ຮັບທຶນ ພາຍໃຕ້ໂຄງການສະໜັບສະໜູນຈາກອົດສະຕຣາລີ. ນີ້ໄດ້ສະທ້ອນໃຫ້ເຫັນວ່າ ການລົງທຶນໃນຄົນ ແລະ ການສ້າງໂອກາດຢ່າງມີສ່ວນຮ່ວມ ສາມາດຕໍ່ຍອດເປັນພະລັງນຳພາການປ່ຽນແປງໄດ້ແທ້.
ໃນຊ່ວງເຊົ້າ, ຕົວແທນ DSC ໄດ້ຮ່ວມເປັນຜູ້ສົນທະນາໃນຫົວຂໍ້ *“Understanding Inclusion in the Lao Context”* ໂດຍໄດ້ແບ່ງປັນມຸມມອງກ່ຽວກັບ ກອບນະໂຍບາຍ, ປະສົບການຈິງ, ການເຂົ້າຮອດເຂົ້າເຖິງ, ແລະ ບົດບາດຂອງ OPDs ໃນການຂັບເຄື່ອນ GEDSI ໃນບໍລິບົດຂອງລາວ.
ໃນຊ່ວງບ່າຍ, DSC ໄດ້ນຳພາວາລະສົນທະນາແບບກຸ່ມ *“I Hear You – You See Me”* ເຊິ່ງເປັນວາລະທີ່ເນັ້ນການຟັງສຽງ ແລະ ເບິ່ງເຫັນຕົວຕົນຂອງຄົນພິການຜ່ານປະສົບການຈິງ. ວາລະນີ້ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມເຫັນອຸປະສັກຫຼາຍດ້ານ ທັງດ້ານທັດສະນະຄະຕິ, ການສື່ສານ, ການເດີນທາງ, ຂໍ້ມູນຂ່າວສານ, ແລະ ການອຳນວຍຄວາມສະດວກທີ່ສົມເຫດສົມຜົນ.
DSC ເຊື່ອວ່າ ການມີສ່ວນຮ່ວມຈະເກີດຂຶ້ນໄດ້ແທ້ ເມື່ອຄົນພິການຖືກຮັບຟັງ, ຖືກເຫັນ, ໄດ້ຮັບການສະໜັບສະໜູນ ແລະ ຖືກເຊີນເຂົ້າມາມີສ່ວນຮ່ວມຕັ້ງແຕ່ຕົ້ນ.
ຂໍຂອບໃຈຜູ້ຈັດງານ, ສະຖານທູດອົດສະຕຣາລີ, Laos Australia Institute, ບັນດາອະດີດນັກຮຽນ, ພາກີພັດທະນາ ແລະ ທຸກພາກສ່ວນ ທີ່ຮ່ວມກັນສ້າງພື້ນທີ່ແຫ່ງການຮຽນຮູ້, ການຮັບຟັງ ແລະ ການກະທຳເພື່ອສັງຄົມທີ່ມີສ່ວນຮ່ວມ.





---
English
On 26 August 2026, representatives from the *Disability Service Center (DSC)* joined the *Gender Equality, Disability and Social Inclusion Alumni Symposium 2026 in Laos* at Holiday Inn & Suites Hotel, Vientiane.
What made this event special for DSC was that all DSC team members who participated are alumni or grantees under Australian-supported programmes. This reflects how investment in people and inclusive opportunities can grow into local leadership and practical change.
In the morning, DSC joined the plenary session *“Understanding Inclusion in the Lao Context,”* sharing reflections on policy frameworks, lived experience, accessibility, and the role of OPDs in advancing GEDSI in Lao PDR.
In the afternoon, DSC led the breakout session *“I Hear You – You See Me.”* The session created space to listen to lived experiences of persons with disabilities and to better understand barriers related to attitudes, communication, transport, information access, and reasonable accommodation.
DSC believes that real inclusion happens when persons with disabilities are heard, seen, supported, and included from the beginning.
We sincerely thank the organisers, the Australian Embassy, Laos Australia Institute, alumni, development partners, and all participants for creating a meaningful space for learning, listening, and action toward a more inclusive society.








English below:ສູນບບໍລິການຄົນພິການໄດ້ໄປຮ່ວມສະແດງດົນຕີ,ຮ້ອງເພງເພື່ອສ້າງການມີສ່ວນຮ່ວມ ແລະ ສະແດງຄວາມສາມາດ,ໃນງານສະແດງແຟຊັ່ນທີ...
27/08/2026

English below:
ສູນບບໍລິການຄົນພິການໄດ້ໄປຮ່ວມສະແດງດົນຕີ,ຮ້ອງເພງເພື່ອສ້າງການມີສ່ວນຮ່ວມ ແລະ ສະແດງຄວາມສາມາດ,ໃນງານສະແດງແຟຊັ່ນທີ່ເປີດກວ້າງສຳລັບທຸກຄົນ. ງານເປີດຕົວ ແລະ ເລີ່ມຕົ້ນກິດຈະກຳ ກ່ອນການກໍ່ສ້າງສະໜາມກິລາ ເຈົ້າອະນຸວົງ ສຳເລັດສົມບູນ.
The Disability Service Center participated in a music and singing performance aimed at fostering engagement and showcasing talent at an Inclusive Fashion Show, Chao Anouvong Stadium Pre-Completion Kickoff Event.



29/07/2026

ພາສາມື ແລະ ເຕັກໂນໂລຊີເປັນຂົວຕໍ່ແຫ່ງຄວາມເຂົ້າໃຈສຳລັບຄົນພິການຫູ.
ມາເບິ່ງກັນວ່າວິທີການນຳໃຊ້ເຕັກໂນໂລຊີໃນການສື່ສານເມື່ອຄົນພິການຫູໄປໂຮງໝໍກັນເລີຍ.
ຫຼັງຈາກເບິ່ງວິດີໂອແລ້ວ, ສາມາດຕອບແບບສອບຖາມຕາມລີ້ງລຸ່ມນີ້ ເພື່ອເປັນສ່ວນໜຶ່ງຂອງການພັດທະນາສັງຄົມຂອງພວກເຮົາ https://docs.google.com/forms/d/e/1FAIpQLScw8TJVG1QcRS2P8jrjCrQ_sdDkzJmphp9veoFYo3XOzfvyCA/viewform?usp=publish-editor
ຂອບໃຈທຸກການກົດໄລ້, ກົດແຊ ແລະ ຄຳຄິດເຫັນ



28/07/2026

ຄວາມຮັກໃນຄອບຄົວ ແລະ ການສະໜັບສະໜູນຈາກສັງຄົມ ເປັນພະລັງທີ່ຍີ່ງໃຫຍ່ໃນການປັບຕົວ ແລະ ໃຊ້ຊີວິດສຳລັບຄົນພິການຮ່າງກາຍ
ທ່ານສາມາດເປັນສ່ວນໜຶ່ງໃນການສ້າງສະພາບແວດລ້ອມທີ່ທຸກຄົນສາມາດເຂົ້າເຖິງໄດ້ຢ່າງສະເໝີພາບ ກໍພຽງແຕ່ທ່ານເຂົ້າໃຈ ແລະ ໃຫ່ໂອກາດພວກເຂົາ.
ຫຼັງຈາກເບິ່ງວິດີໂອແລ້ວ, ສາມາດຕອບແບບສອບຖາມຕາມລີ້ງລຸ່ມນີ້ ເພື່ອເປັນສ່ວນໜຶ່ງຂອງການພັດທະນາສັງຄົມຂອງພວກເຮົາ https://docs.google.com/forms/d/e/1FAIpQLScb1EAR_D7Pm2f8EGuJl1AzWYzcSH0J5Z7Y1O968f-8lk902g/viewform?usp=publish-editor
ຂອບໃຈທຸກການກົດໄລ້, ກົດແຊ ແລະ ຄຳຄິດເຫັນ



Address

Vientiane

Opening Hours

Monday 00:00 - 13:59
Tuesday 00:00 - 23:59
Wednesday 00:00 - 23:59
Thursday 00:00 - 23:59
Friday 00:00 - 23:59
Saturday 00:00 - 23:59
Sunday 00:00 - 23:59

Telephone

+8562099993423

Alerts

Be the first to know and let us send you an email when ສູນບໍລິການຄົນພິການ Disability Service Center in LAO PDR DSC posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ສູນບໍລິການຄົນພິການ Disability Service Center in LAO PDR DSC:

Shortcuts

Share