31/08/2026
ໃນຄັ້ງວັນທີ21-24/7/2026 ແລະ ໃນວັນທີ 4-7/8/2026 ໄດ້ຈັດກິດຈະກຳຝຶກອົບຮົມເພື່ອທົບທວນຄືນ ແລະ ແລກປ່ຽນບົດຮຽນຈາກສູນຮຽນຮູ້ໂພຊະນາການ ພ້ອມທັງສາທິດການປຸງແຕ່ງອາຫານທີ່ເນັ້ນການນຳໃຊ້ວັດຖຸດິບທີ່ມີຢູ່ໃນທ້ອງຖິ່ນ, ເພື່ອສົ່ງເສີມຄວາມຮູ້ດ້ານໂພຊະນາການ ແລະ ການປຸງອາຫານທີ່ຫຼາກຫຼາຍ. ນອກຈາກນັ້ນ ຍັງມີການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຈາກສວນຄົວຂອງຄອບຄົວຜູ້ທີ່ໄດ້ຮັບຜົນປະໂຫຍດໃນ 10 ບ້ານເປົ້າໝາຍໃໝ່ຂອງໂຄງການຄື: ບ້ານວົງສຳພັນ, ບ້ານວັງແຄນ, ບ້ານວັງຍາງ, ບ້ານວົງສົມພູ, ບ້ານວຽງໄຊ, ບ້ານພູໂຮມ, ບ້ານພູໄຊ, ບ້ານພູເກືອ, ບ້ານພູຍາງ ແລະ ບ້ານນ້ຳຊວນ ໂດຍເນັ້ນການຜະລິດປູກພືດຜັກສວນຄົວ ແລະ ວັດຖຸດິບທີ່ສາມາດນຳມາໃຊ້ເປັນອາຫານໃນຄອບຄົວ ແລະ ຊ່ວຍປັບປຸງຄວາມຫຼາກຫຼາຍດ້ານອາຫານ.