Agriculture For Nutrition Project Phase II - AFN II

Agriculture For Nutrition Project Phase II - AFN II The Project will be implemented in 6 provinces, 20 districts and approximately 500 villages.

ໃນວັນທີ 18-20 ສິງຫາ 2026  ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງປາກແບງ - AFN II Pakbeng  ໄດ້ສໍາເລັດການຝືກອົບຮົມກັບທີ່ໃຫ້...
27/08/2026

ໃນວັນທີ 18-20 ສິງຫາ 2026 ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງປາກແບງ - AFN II Pakbeng ໄດ້ສໍາເລັດການຝືກອົບຮົມກັບທີ່ໃຫ້ສັດຕະວະແພດຂັ້ນບ້ານໃຫ້ ບ້ານເປົ້າຫມາຍປີ 2025 ຈໍານວນ 7 ບ້ານຄື: ບ້ານ ຈອມແລງນ້ອຍ, ບ້ານ ພູສູງ, ບ້ານມົກແຄະ, ມົກກ່ານ, ບ້ານ ມົກໂຄກາງ, ບ້ານ ມົກຈົງໃຫຍ່ ແລະ ບ້ານ ລາງຈີງຢູ່ທີ່ຫ້ອງການ ບ້ານ ມົກໂຄກາງ ມີຜຸ້ເຂົ້າຮ່ວມເຝຶກອົບຮົມ ທັງໝົດ 14 ຄົນ ຍິງ 0ຄົນ ໃນການຝຶກອົບຮົມຄັ້ງນີ້ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ວິຊາການຂັ້ນບ້ານໃຫ້ເປັນສັດຕະວະແພດຂັ້ນບ້ານ ກໍ່ຄືບົດຮຽນດ້ານເຕັກນິກ-ວິທີການລ້ຽງສັດ, ການດູແລ-ການປ້ອງກັນ ແລະ ການນໍາໃຊ້ເຄື່ອງມື້ປິນປົວສັດຂັ້ນພື້ນຖານ

27/08/2026
ໃນລະຫວ່າງ ວັນທີ 6-10 /08/ 2026 ທີມງານ ໂຄງການກະສິກຳເພື່ອໂພຊະນາການ ໄລຍະ2 ປະຈຳເມືອງງາ ໄດ້ລົງຝຶກອົບຮົມການຄຸ້ມຄອງບໍລິຫານກຸ່ມຜ...
27/08/2026

ໃນລະຫວ່າງ ວັນທີ 6-10 /08/ 2026 ທີມງານ ໂຄງການກະສິກຳເພື່ອໂພຊະນາການ ໄລຍະ2 ປະຈຳເມືອງງາ ໄດ້ລົງຝຶກອົບຮົມການຄຸ້ມຄອງບໍລິຫານກຸ່ມຜະລິດໃຫ້ແກ່ 3 ບ້ານ 6 ກຸ່ມຄື: ບ້ານ ຫ້ວຍປວນ(ກຸ່ມລ້ຽງເປັດ, ກຸ່ມລ້ຽງປາ), ບ້ານ ຫ້ວຍສະຫຼາກ; (ກຸ່ມລ້ຽງໝູລາດ, ກຸ່ມລ້ຽງໄກ່ )ບ້ານ ນາເໝືອງ (ກຸ່ມລ້ຽງປາໃນໜອງ, ກຸ່ມລ້ຽງໄກ່)
ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ103ຄົນ ຍີງ 57ຄົນ

ໃນຕອນແລງຂອງວັນທີ 21 ສິງຫາ 2026 ທີ່ຜ່ານມາ, ເວລາ 13:30 ໂມງ, ໄດ້ມີການຈັດກອງປະຊຸມຜ່ານ ແລະ ຮັບຮອງເອົາບົດສະເໜີໂຄງການ ດ້ານພື້ນຖ...
25/08/2026

ໃນຕອນແລງຂອງວັນທີ 21 ສິງຫາ 2026 ທີ່ຜ່ານມາ, ເວລາ 13:30 ໂມງ, ໄດ້ມີການຈັດກອງປະຊຸມຜ່ານ ແລະ ຮັບຮອງເອົາບົດສະເໜີໂຄງການ ດ້ານພື້ນຖານໂຄງລ່າງ ຂອງໂຄງການກະສິກຳເພື່ອໂພຊະນາການ ຂຶ້ນຢູ່ທີ່ຫ້ອງປະຊຸມ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງງາ, ແຂວງອຸດົມໄຊ.
ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ອິນຕາ ບົວລະພາ ຄະນະປະຈໍາພັກເມືອງ, ຮອງຄະນະກຳມະການປົກຄອງເມືອງ ທັງເປັນປະທານຊີ້ນໍາລວມ ໂຄງການກະສິກຳເພື່ອໂພຊະນາການ ປະຈໍາເມືອງງາ. ໂດຍມີຜູ້ແທນຕາງໜ້າຈາກຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ຄະນະຊີ້ນໍາໂຄງການຂັ້ນເມືອງ, ນາຍບ້ານ ແລະ ປະທານໂຄງການກະສິກຳເພື່ອໂພຊະນາການ ຂັ້ນບ້ານ ຈາກ ບ້ານ ນາຄົກ (ບ້ານເປົ້າໝາຍຂອງໂຄງການ) ເຂົ້າຮ່ວມທັງໝົດ 13 ທ່ານ (ຍິງ 3 ທ່ານ).
💧 ຜົນການປະຊຸມ: ທີ່ປະຊຸມໄດ້ເຫັນດີຮັບຮອງເອົາບົດສະເໜີ ແລະ ການອອກແບບ "ໂຄງການສ້ອມແປງຊົນລະປະທານ ບ້ານ ນາຄົກ" ເຊິ່ງຄາດວ່າມີຜູ້ທີ່ຈະໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການນີ້ ທັງໝົດ 56 ຄົວເຮືອນ/ຄົນ.

ໂຄງການ ກະສິກຳເພື່ອໂພຊະນາການ ໄລຍະ 2 ເມືອງສະໜາມໄຊ ແຂວງອັດຕະປື ລົງຕິດຕາມການສອນບົດຮຽນ ໂພຊະນາການ ຢູ່ 10 ບ້ານເປົ້າໝາຍປະຈຳປີ 20...
25/08/2026

ໂຄງການ ກະສິກຳເພື່ອໂພຊະນາການ ໄລຍະ 2 ເມືອງສະໜາມໄຊ ແຂວງອັດຕະປື ລົງຕິດຕາມການສອນບົດຮຽນ ໂພຊະນາການ ຢູ່ 10 ບ້ານເປົ້າໝາຍປະຈຳປີ 2026 ຄື: ບ້ານ ໜອງຫີນ, ບ້ານ ໄຊດອນໂຂງ, ບ້ານ ຫາດພິລາ, ບ້ານ ຫາດຊາຍສູງ, ບ້ານ ດອນເສືອ, ບ້ານ ອິນທີ, ບ້ານ ຈູມໂພຍ, ບ້ານ ຄັງ, ບ້ານ ຫາດຊາຍຄຳ ແລະ ບ້ານ ນຳ້ກົງ.
ເນື້ອໃນບົດຮຽນທີ່ໄດ້ຈັດສອນໃນຄັ້ງນີ້ ປະກອບມີ: ຄວາມຮູ້ພື້ນຖານດ້ານໂພຊະນາການ, ບັນຫາການຂາດສານອາຫານ, ລັກສະນະຂອງການຂາດສານອາຫານ, ປະເພດ ແລະ ສາເຫດຂອງການຂາດສານອາຫານ. ການສອນແມ່ນດຳເນີນໂດຍ ຜູ້ອຳນວຍຄວາມສະດວກຂັ້ນບ້ານ (ຜອບ) ທີ່ໄດ້ຜ່ານການຝຶກອົບຮົມການເປັນຄູຝຶກ (TOT) ມາແລ້ວ.
ຜ່ານການຕິດຕາມເຫັນວ່າ:
ຜູ້ອຳນວຍຄວາມສະດວກຂັ້ນບ້ານ ແມ່ນມີຄວາມສາມາດໃນການຖ່າຍທອດຄວາມຮູ້ ແລະ ດຳເນີນການສອນໃຫ້ກັບກຸ່ມເປົ້າໝາຍໄດ້ເປັນຢ່າງດີ.
ມີການແລກປ່ຽນຄຳຄິດຄຳເຫັນຢ່າງຟົດຟື້ນ ລະຫວ່າງ ຄູຝຶກ ແລະ ນັກສຳມະນາກອນ.
ການລົງຈັດຕັ້ງປະຕິບັດໃນຄັ້ງນີ້ ແມ່ນແນ່ໃສ່ກຸ່ມເປົ້າໝາຍແມ່ຖືພາ, ແມ່ຜູ້ມີລູກນ້ອຍອາຍຸຫຼຸດ 2 ປີ ແລະ ຜູ້ອຳນວຍຄວາມສະດວກຢູ່ຂັ້ນບ້ານ:
ກຸ່ມເປົ້າໝາຍ: ແມ່ຖືພາ ແລະ ແມ່ລ້ຽງລູກດ້ວຍນົມແມ່ 252 ທ່ານ, ແມ່ຜູ້ມີລູກອາຍຸຫຼຸດ 2 ປີ 405 ທ່ານ, ແລະ ຜູ້ອຳນວຍຄວາມສະດວກ 30 ທ່ານ (ລວມທັງໝົດ 687 ທ່ານ).

ມອບ-ຮັບ ເບ້ຍໄມ້ ກິດຈະກຳປູກພືດອາຫານຈາກປ່າ ໃຫ້ແກ່ 4 ບ້ານເປົ້າໝາຍຂອງໂຄງການກະສິກຳເພື່ອໂພສະນາການ ໄລຍະ2 ປະຈຳເມືອງສະໜາມໄຊ ແຂວງອ...
24/08/2026

ມອບ-ຮັບ ເບ້ຍໄມ້ ກິດຈະກຳປູກພືດອາຫານຈາກປ່າ ໃຫ້ແກ່ 4 ບ້ານເປົ້າໝາຍຂອງໂຄງການກະສິກຳເພື່ອໂພສະນາການ ໄລຍະ2 ປະຈຳເມືອງສະໜາມໄຊ ແຂວງອັດຕະປື ໃນລະຫວ່າງວັນທີ 18-21 ສິງຫາ 2026.
ກິດຈະກຳດັ່ງກ່າວ ມີເປົ້າໝາຍເພື່ອສົ່ງເສີມໃຫ້ຄອບຄົວປະຊາຊົນປູກ ຫວາຍຂົມ, ຜັກຫວານປ່າ, ໄຜ່ບົງຫວານ, ໄຜ່ລ້ຽງນ້ອງ ແລະ ໝາກລິ້ນໄມ້ ເພື່ອໄວ້ບໍລິໂພກ ເພີ່ມໂພຊະນາການ ແລະ ສ້າງລາຍຮັບເປັນສິນຄ້າ, ທັງເປັນການຟື້ນຟູ ແລະ ອະນຸລັກແຫຼ່ງອາຫານທຳມະຊາດຢ່າງຍືນຍົງ.
ຜົນການຈັດຕັ້ງປະຕິບັດ ແລະ ການແຈກຢາຍເບ້ຍໄມ້ ທັງໝົດ 4 ບ້ານ ເຊັ່ນ:
1. ບ້ານ ແບ່ງວິໄລ: ໄດ້ຮັບເບ້ຍໄມ້ ທັງໝົດ 46 ຄອບຄົວ (ຫວາຍຂົມ 37 ຄອບຄົວ, ຜັກຫວານປ່າ 27 ຄອບຄົວ, ໄຜ່ບົງຫວານ 42 ຄອບຄົວ).
2. ບ້ານ ດອນ: ໄດ້ຮັບເບ້ຍໄມ້ ທັງໝົດ 45 ຄອບຄົວ (ຫວາຍຂົມ 31 ຄອບຄົວ, ຜັກຫວານປ່າ 14 ຄອບຄົວ, ໄຜ່ບົງຫວານ 42 ຄອບຄົວ, ໄຜ່ລ້ຽງນ້ອງ 37 ຄອບຄົວ).
3. ບ້ານ ຈັນຕໍ: ໄດ້ຮັບເບ້ຍໄມ້ ທັງໝົດ 34 ຄອບຄົວ (ຫວາຍຂົມ 25 ຄອບຄົວ, ໝາກລິ້ນໄມ້ 28 ຄອບຄົວ, ໄຜ່ລ້ຽງນ້ອງ 29 ຄອບຄົວ).
4. ບ້ານ ກະແຊະ: ໄດ້ຮັບເບ້ຍໄມ້ ທັງໝົດ 33 ຄອບຄົວ (ຫວາຍຂົມ 26 ຄອບຄົວ, ໝາກລິ້ມໄມ້ 29 ຄອບຄົວ, ໄຜ່ບົງຫວານ 32 ຄອບຄົວ, ໄຜ່ລ້ຽງນ້ອງ 31 ຄອບຄົວ).

20/08/2026
ໂຄງການກະສິກຳເພື່ອໂພສະນາການໄລຍະ2 🌿ໃນລະຫວ່າງວັນທີ 17-18 ສິງຫາ 2026 ເມືອງລະມາມ ສຳເລັດການປະຊຸມເຜີຍແຜ່ເງື່ອນໄຂຂອງທຶນຊ່ວຍເຫຼືອ...
19/08/2026

ໂຄງການກະສິກຳເພື່ອໂພສະນາການໄລຍະ2 🌿
ໃນລະຫວ່າງວັນທີ 17-18 ສິງຫາ 2026
ເມືອງລະມາມ ສຳເລັດການປະຊຸມເຜີຍແຜ່ເງື່ອນໄຂຂອງທຶນຊ່ວຍເຫຼືອລ້າສິ່ງອຳນວຍຄວາມສະດວກໃນການເຂ້າເຖິງຕະຫຼາດດ້ານອຸປະກອນການປຸງແຕ່ງ ແລະ ສາງເກັບມ້ຽນໃຫ້ແກ່ກຸ່ມຜະລິດກະສິກຳບ້ານຫ້ວຍອາ-ວັງຊ້າງ ແລະ ການປະເມີນບົດສະເໜີຂໍທຶນຂອງກຸ່ມຜະລິດ 3ກຸ່ມ ຄື: ກຸ່ມລ້ຽງແບ້, ກຸ່ມລ້ຽງໝູ ແລະ ກຸ່ມປູກຜັກ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສີໂສວັດ ພັນດານຸວົງ ຫົວໜ້າປະສານງານໂຄງການຂັ້ນສູນກາງ , ທ່ານ ວົງສັກ ສະແຫວງຖາມ ກຳມະການພັກເມືອງ ຫົວຫນ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ທັງເປັນຮອງປະທານຊີ້ນຳໂຄງການຂັ້ນເມືອງ ເຂົ້າຮ່ວມໂດຍ ປະສານງານຂັ້ນແຂວງ, ຮອງປະສານງານຂັ້ນເມືອງ, ຫົວໜ້າຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງ, ສະຫະພັນແມ່ຍິງເມືອງ, ຫ້ອງການການເງິນເມືອງ, ຮອງປະທານຕາແສງຕຸຍ, ທ່ານປະທານປົກຄອງບ້ານ, ຜູ້ຮັບຜິດຊອບວຽກງານປຸງແຕ່ງ ອາຫານ ແລະ ອາຫານປອດໄພ ຂັ້ນເມືອງ ແລະ ສູນກາງ, ພະນັກງານ GST ຂັ້ນເມືອງ, ທີມງານ AFN2 ຂັ້ນເມືອງ ແລະ ຫົວໜ້າກຸ່ມຜະລິດກະສິກໍາ ຈໍານວນ 3 ກຸ່ມ. ປະທານກອງປະຊຸມ ກໍ່ໄດ້ກ່າວເປີດການປະຊຸມ ຢ່າງ​ເປັນ​ທາງ​ການ ແລະ ໄດ້​ໃຫ້​ທິດ​ຊີ້​ນຳ, ໂດຍຍົກໃຫ້ເຫັນຄາດໝາຍຕົ້ນຕໍຂອງການປະຊຸມໃນຄັ້ງນີ້ ເພື່ອໃຫ້ຜູ້ເຂົ້າຮ່ວມເຫັນໄດ້ ຈຸດປະສົງ ແລະ ເປົ້າໝາຍລວມຂອງໂຄງການ AFN 2 ທີ່ຕິດພັນກັບທຶນຊ່ວຍເຫຼືອລ້າ ດ້ານອຸປະກອນການປຸງແຕ່ງອາຫານ ແລະ ສາງເກັບມ້ຽນ ທີ່ນອນຢູ່ໃນອົງປະກອບທີ 2 ຂອງໂຄງການ.
ເຊິ່ງຜ່ານການປະເມີນແບບຟອມການໃຫ້ຄະແນນຂອງຄະນະກໍາມະການຂັ້ນເມືອງ ສະເລ່ຍໄດ້ 92 ເຊິ່ງຜົນຄະແນນດັ່ງກ່າວແມ່ນສູງກວ່າ 70/100 ຕາມເງື່ອນໄຂທຶນໄດ້ກໍານົດ.

Address

Phonexay Village, Saysettha District
Vientiane

Alerts

Be the first to know and let us send you an email when Agriculture For Nutrition Project Phase II - AFN II posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share