27/08/2026
ຢາກມາ ກວດຫົວໃຈ... ທ່ານໝໍເພິ່ນກວດຫຍັງແດ່? 🫀✨
ຫຼາຍຄົນອາດຈະສົງໄສວ່າ ມາຫາໝໍຫົວໃຈ ແລ້ວຕ້ອງເຮັດຫຍັງແດ່? ມື້ນີ້ ໂຮງໝໍ ນະຄອນຫຼວງແກຣນ ມີຄຳຕອບມາຝາກ:
1️⃣ ການຊັກຖາມປະຫວັດ & ກວດຮ່າງກາຍ: ຂັ້ນຕອນທີ່ສຳຄັນທີ່ສຸດ! ຊ່ວຍໃຫ້ໝໍບົ່ງມະພະຍາດໄດ້ຫຼາຍກວ່າ 80%.
2️⃣ ກວດຄື້ນໄຟຟ້າຫົວໃຈ (ECG): ໃຊ້ເວລາພຽງ 5-10 ນາທີ, ປອດໄພ 100% (ບໍ່ມີການປ່ອຍໄຟຟ້າໃສ່ຮ່າງກາຍ) ຊ່ວຍເຊັກອາການແໜ້ນເອິກ ແລະ ຈັງຫວະຫົວໃຈເຕັ້ນ.
3️⃣ ກວດອຸນຕຣາຊາວຫົວໃຈ (Echo): ໃຊ້ເວລາ 15-20 ນາທີ ໂດຍໃຊ້ຄື້ນສຽງ ປະເມີນການເຮັດວຽກ, ຄວາມໜາ ແລະ ລິ້ນຫົວໃຈ.
⚠️ ໃຜແດ່ທີ່ຄວນກວດ? • ມີອາການແໜ້ນເອິກ, ໃຈສັ່ນ, ອິດເມື່ອຍງ່າຍ, ແຮງຕົກ ຫຼື ເປັນວິນ • ມີປະຫວັດ ເບົາຫວານ, ໄຂມັນສູງ, ສູບຢາ ຫຼື ຄອບຄົວມີປະຫວັດເປັນພະຍາດຫົວໃຈ
ຜົນກວດຮູ້ໄດ້ທັນທີ! ປົກປ້ອງຫົວໃຈຂອງທ່ານມື້ນີ້ ເພື່ອຄວາມອຸ່ນໃຈຂອງຄອບຄົວ
ສອບຖາມຂໍ້ມູນເພີ່ມຕື່ມ:
☎️ ໂທ 030 928 8889
📱 ໂທ & WhatsApp: +856 20 7885 8877 | +856 20 9333 2142
💬 page: ໂຮງໝໍ ນະຄອນຫຼວງແກຣນ
🌐 Website: www.nakhonluanggrandhospital.com
📍 Maps: https://www.google.com/maps?cid=2657861680577505289