Lao-Viet VET Clinic ຄລີນິກສັດຕະວະແພດລາວ-ຫວຽດ

Lao-Viet VET Clinic ຄລີນິກສັດຕະວະແພດລາວ-ຫວຽດ Contact information, map and directions, contact form, opening hours, services, ratings, photos, videos and announcements from Lao-Viet VET Clinic ຄລີນິກສັດຕະວະແພດລາວ-ຫວຽດ, https://maps. app. goo. gl/9XQwjH8GjpPPFpQm8?g_st=ic, Vientiane.

🚨24h 🏥 Lao-Viet Vet Clinic: ອັນດັບ 1 ດ້ານການເບິ່ງແຍງສັດລ້ຽງ
ຍົກລະດັບການຮັກສາດ້ວຍເຕັກໂນໂລຊີທີ່ທັນສະໄໝທີ່ສຸດ ຄົບວົງຈອນທັງກວດ,ຮັກສາປິ່ນປົວພະຍາດ, ຜ່າຕັດ ແລະ ສະປາເກຣດພຣີມ່ຽມ ໝັ້ນໃຈໃນມາດຕະຖານ ແລະ ຄວາມໃສ່ໃຈທີ່ເໜືອກວ່າ 🐕🐈
📍 ບ້ານ ໂພນທັນ 📞 ໂທ: 020 5557 4329

14/08/2026

ພວກເຮົາພ້ອມໃຫ້ບໍລິການທົ່ງປະເທດເດີເຈົ້າ

14/08/2026

ລູກຄ້າຈະໄດ້ຮັບການດູແລດີທີ່ສຸດເຈົ້າ

12/08/2026

ເຄສນີ້ນ້ອງໝາກິນແຫວນເພັດ 💍
ຈາກການ X-ray ພົບວ່າແຫວນຢູ່ບໍລິເວນສ່ວນປາຍຂອງກະເພາະອາຫານ

ທີມໝໍຂອງພວກເຮົາຈຶ່ງໃຊ້ Endoscopy ຫຼື ການສ່ອງກ້ອງທາງເດີນອາຫານ (ເຊິ່ງເປັນແຫ່ງທຳອິດໃນລາວທີ່ເອົາມານຳໃຊ້ກັບສັດລ້ຽງ) ການສ່ອງກ້ອງທາງເດີນອາຫານເຂົ້າໄປຄີບແຫວນອອກ ແລະ ສາມາດນຳແຫວນອອກມາໄດ້ສຳເລັດ ✨

✅ ບໍ່ຕ້ອງຜ່າຕັດເປີດຊ່ອງທ້ອງ
✅ ບໍ່ມີບາດແຜຜ່າຕັດ
✅ ຫຼຸດການບາດເຈັບຕໍ່ເນື້ອເຍື່ອຕ່າງໆ
✅ ຟື້ນໂຕໄວ ແລະ ຫຼັງຈາກປະເມີນອາການແລ້ວ ສາມາດກັບບ້ານໄດ້ 🏡🐾

ສຸດທ້າຍ ນ້ອງປອດໄພ ແລະ ແມ່ກໍໄດ້ແຫວນເພັດຄືນ 💍❤️

ການບົ່ງມະຕິທີ່ແມ່ນຍຳ ຄວບຄູ່ກັບເທັກໂນໂລຊີທີ່ທັນສະໄໝ ເພື່ອເລືອກວິທີຮັກສາທີ່ເໝາະສົມໃຫ້ສັດລ້ຽງຂອງພວກເຮົາ 💚

LAO-VIET VET CLINIC 🐶🐱

#ຄລີນິກສັດຕະວະແພດລາວຫວຽດ #ນະຄອນຫຼວງ #ໝາແມວ #ຄລີນິກສັດ

ມື້ນີ້ເດັກໆມາເປັນແກ໊ງ 🐶💚 ທັງອາບນ້ຳ ເຮັດວັກຊີນ ແລະຂ້າແມ່ທ້ອງ ມາຫາພວກເຮົາດູແລຄົບຈົບໃນມື້ດຽວ ✨ຂອບໃຈທຸກທ່ານທີ່ໄວ້ໃຈ Lao-Viet...
12/08/2026

ມື້ນີ້ເດັກໆມາເປັນແກ໊ງ 🐶💚 ທັງອາບນ້ຳ ເຮັດວັກຊີນ ແລະຂ້າແມ່ທ້ອງ ມາຫາພວກເຮົາດູແລຄົບຈົບໃນມື້ດຽວ ✨
ຂອບໃຈທຸກທ່ານທີ່ໄວ້ໃຈ Lao-Viet Vet Clinic 🪄🤍✨

🎂💚 Happy Birthday ເອື້ອຍ Ninee ຄົນງາມ 🎉✨🪄ຜູ້ທີ່ຄອຍດູແລຄວາມຮຽບຮ້ອຍໃຫ້ພວກເຮົາທຸກຄົນເລີຍ🫶🏻ຂໍໃຫ້ເອື້ອຍມີແຕ່ຄວາມສຸກ ສຸຂະພາບແຂ...
08/08/2026

🎂💚 Happy Birthday ເອື້ອຍ Ninee ຄົນງາມ 🎉✨

🪄ຜູ້ທີ່ຄອຍດູແລຄວາມຮຽບຮ້ອຍໃຫ້ພວກເຮົາທຸກຄົນເລີຍ🫶🏻

ຂໍໃຫ້ເອື້ອຍມີແຕ່ຄວາມສຸກ ສຸຂະພາບແຂງແຮງ ວຽກງານລາບລື່ນ ຄິດຫຍັງກໍຂໍໃຫ້ສົມຫວັງ ແລະ ມີແຕ່ຮອຍຍິ້ມໃນທຸກໆມື້ເດີ້ 🥰🌷

ຈາກຄອບຄົວ Lao-Viet Vet Clinic 🐶🐱💚
ສຸກສັນວັນເກີດເດີ້ 🎁🎊

🐶🐱 ຮູ້ທັນ! ພະຍາດໄຂ່ຫຼັງໃນໝາ ແລະ ແມວໄຂ່ຫຼັງເປັນອະໄວຍະວະສຳຄັນ ມີໜ້າທີ່ກອງຂອງເສຍ ຮັກສາສົມດຸນນ້ຳ ແລະ ແຮ່ທາດໃນຮ່າງກາຍ. ເມື່ອໄ...
04/08/2026

🐶🐱 ຮູ້ທັນ! ພະຍາດໄຂ່ຫຼັງໃນໝາ ແລະ ແມວ

ໄຂ່ຫຼັງເປັນອະໄວຍະວະສຳຄັນ ມີໜ້າທີ່ກອງຂອງເສຍ ຮັກສາສົມດຸນນ້ຳ ແລະ ແຮ່ທາດໃນຮ່າງກາຍ. ເມື່ອໄຂ່ຫຼັງເຮັດວຽກຜິດປົກກະຕິ ອາດສົ່ງຜົນໃຫ້ນ້ອງໝາ ແລະ ແມວມີອາການປ່ວຍຮຸນແຮງໄດ້.

🔍 ອາການທີ່ຄວນສັງເກດ

• ດື່ມນ້ຳຫຼາຍ ແລະ ປັດສະວະຫຼາຍ
• ເບື່ອອາຫານ ຫຼື ນ້ຳໜັກຫລຸດລົງ
• ອ່ອນເພຍ ຊືມ
• ຮາກ (ອາດຮາກຖີ່ກິນ)

⚠️ ອາການເຫຼົ່ານີ້ອາດເກີດຈາກຫຼາຍສາເຫດ ບໍ່ແມ່ນພະຍາດໄຂ່ຫຼັງພຽງຢ່າງດຽວ ດັ່ງນັ້ນຄວນພານ້ອງໄປກວດເພື່ອຫາສາເຫດກ່ອນ.

💚 ການກວດສຸຂະພາບເປັນປະຈຳ ແລະ ການກວດພົບໄວ ຊ່ວຍໃຫ້ວາງແຜນການປີ່ນປົວໄດ້ທັນເວລາ ແລະ ເພີ່ມຄຸນນະພາບຊີວິດໃຫ້ນ້ອງໄດ້.

📍Lao-Viet Vet Clinic ພ້ອມໃຫ້ຄຳປຶກສາ ແລະ ກວດວິນິດໄສພະຍາດໃນໝາ ແລະ ແມວຄົບວົງຈອນ 🩺 #ຄລີນິກສັດຕະວະແພດລາວຫວຽດ #ນ້ອງໝາ #ຜ່າຕັດກະດູກ #ນະຄອນຫຼວງ #ເຮັດໝັນໝາຜູ້ #ໝານ້ອຍ

ເຄສຜ່າຕັດມ້າມ (Total Splenectomy)📌ນ້ອງ ກີ້ ເຂົ້າມາກວດນຳພວກເຮົາຫຼັງຈາກມີບາດແຜຜ່າຕັດເຮັດໝັນຈາກບ່ອນອື່ນມາ "ບໍ່ແຫ້ງ" ແລະ ມີນ...
02/08/2026

ເຄສຜ່າຕັດມ້າມ (Total Splenectomy)📌

ນ້ອງ ກີ້ ເຂົ້າມາກວດນຳພວກເຮົາຫຼັງຈາກມີບາດແຜຜ່າຕັດເຮັດໝັນຈາກບ່ອນອື່ນມາ "ບໍ່ແຫ້ງ" ແລະ ມີນ້ຳຊຶມອອກຈາກບາດແຜຢ່າງຕໍ່ເນື່ອງ. ຈາກການ Ultrasound ພົບຂອງແຫຼວ ໃນຊ່ອງທ້ອງ ແລະ ມ້າມມີລັກສະນະໃຫຍ່ຜິດປົກກະຕິ ໝໍຈື່ງແນະນຳໃຫ້ຜ່າຕັດທັນທີ✌🏻

ລະຫວ່າງການຜ່າຕັດ ພົບການເກີດພັງຜືດ (Adhesion) ຜິດປົກກະຕິພາຍໃນຊ່ອງທ້ອງ ພ້ອມທັງພົບວ່າມ້າມມີການເສື່ອມຂອງເນື້ອເຍື່ອ ແລະ ສູນເສຍປະສິດທິພາບໃນການເຮັດວຽກ

ຈາກການປະເມີນຂອງສັດຕະວະແພດ ມ້າມທີ່ເສື່ອມສະພາບນີ້ແລະມີຂະໜາດໃຫ່ຍຜິດປົກກະຕິອາດເຮັດໃຫ້ຂະຫຍາຍດັນຊ່ອງທ້ອງແລະເອີກໃນອະນາຄົດ ຈຶ່ງຈຳເປັນຕ້ອງຜ່າຕັດນຳມ້າມອອກທັງໝົດ (Total Splenectomy) ເພື່ອຄວາມປອດໄພ ແລະ ຫຼຸດຄວາມສ່ຽງຕໍ່ພາວະແຊກຊ້ອນໃນອະນາຄົດ.

ປັດຈຸບັນ ການຜ່າຕັດສຳເລັດດ້ວຍດີ ແລະ ນ້ອງກຳລັງຟື້ນໂຕໄດ້ດີຫຼາຍບໍ່ພົບຄວາມຜິດປົກກະຕິ ບໍ່ພົບການຕິດເຊື້ອ ຫຼື ພາວະແຊກຊ້ອນໝໍຈື່ງອະນຸຍາດໃຫ້ນ້ອງກັບເມືອຕິດຕາມອາການຕໍ່ຢູ່ບ້ານໄດ້🐶✅

ພວກເຮົາຮັບເຄສຜ່າຕັດຄົບວົງຈອນ 💚🙏🏻

📍 Lao-Viet Vet Clinic

https://maps.app.goo.gl/K49hQCDgzPuxK5xr8?g_st=ic

📞 020 5557 4329
📞 020 5888 4429
📍 ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ

#ຄລີນິກສັດຕະວະແພດລາວຫວຽດ #ຜ່າຕັດກະດູກ #ນ້ອງໝາ #ນ້ອງແມວ #ເຄສກະດູກ #ນະຄອນຫຼວງ #ຜ່າຕັດເຮັດໝັນ #ຜ່າຕັດຄົບວົງຈອນ

🐶ນ້ອງ LI-O ກັບການຜ່າຕັດແກ້ໄຂພາວະ(Patellar Luxation) ດ້ວຍເທັກນິກ Tibial Tuberosity Transposition (TTT)ນ້ອງ Le-o ຖືກສົ່ງຕໍ...
29/07/2026

🐶ນ້ອງ LI-O ກັບການຜ່າຕັດແກ້ໄຂພາວະ(Patellar Luxation) ດ້ວຍເທັກນິກ Tibial Tuberosity Transposition (TTT)

ນ້ອງ Le-o ຖືກສົ່ງຕໍ່ມາຈາກຄລີນິກອື່ນ ຫຼັງຈາກອາການຍັງບໍ່ດີຂຶ້ນ ເນື່ອງຈາກສາເຫດຫຼັກຂອງບັນຫາຍັງບໍ່ໄດ້ຮັບການແກ້ໄຂຢ່າງຖືກຈຸດ.

ພາວະ Patellar Luxation ເຮັດໃຫ້ແນວການເຄື່ອນໄຫວຂອງຂໍ້ເຂົ່າຜິດປົກກະຕິ ສົ່ງຜົນໃຫ້ນ້ອງໝາຍ່າງຂະເຍັກຂາ, ເຈັບ, ບໍ່ກ້າລົງນ້ຳໜັກ ແລະ ຖ້າປ່ອຍໄວ້ດົນ ອາດນຳໄປສູ່ຂໍ້ເຂົ່າເສື່ອມ ແລະ ອາການເຈັບຊຳເຮື້ອ.

ສຳລັບເຄສນີ້ ທີມສັດຕະວະແພດໄດ້ເລືອກໃຊ້ເທັກນິກ Tibial Tuberosity Transposition (TTT) ເພື່ອປັບຕຳແໜ່ງຂອງປຸ່ມກະດູກໜ້າແຂ້ງ (Tibial Tuberosity) ໃຫ້ກັບມາຢູ່ໃນແນວທີ່ຖືກຕ້ອງ ຊ່ວຍໃຫ້ລູກສະບ້າເຄື່ອນໄຫວໄດ້ຢ່າງໝັ້ນຄົງ ແລະ ຫຼຸດອາການເຈັບ.

🏥 Lao-Viet Vet Clinic ມີປະສົບການໃນການຜ່າຕັດແລະປີ່ນປົວກະດູກ ແລະ ຂໍ້ ໃນສັດລ້ຽງ ໂດຍເລືອກແນວທາງການຜ່າຕັດໃຫ້ເໝາະສົມກັບແຕ່ລະເຄສ ເພື່ອໃຫ້ນ້ອງໝາກັບມາໃຊ້ຊີວິດ ແລະ ຍ່າງໄດ້ຢ່າງປົກກະຕິ.

ຜົນການຮັກສາອາດແຕກຕ່າງກັນໃນແຕ່ລະເຄສ ຂຶ້ນກັບຄວາມຮຸນແຮງຂອງພະຍາດ ແລະ ການດູແລຫຼັງການຜ່າຕັດ.

ພວກເຮົາຮັບເຄສຜ່າຕັດຄົບວົງຈອນ 💚🙏🏻

📍 Lao-Viet Vet Clinic

https://maps.app.goo.gl/K49hQCDgzPuxK5xr8?g_st=ic

📞 020 5557 4329
📞 020 5888 4429
📍 ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ

#ຄລີນິກສັດຕະວະແພດລາວຫວຽດ #ຜ່າຕັດກະດູກ #ນ້ອງໝາ #ນ້ອງແມວ #ເຄສກະດູກ #ນະຄອນຫຼວງ #ຜ່າຕັດເຮັດໝັນ #ຜ່າຕັດຄົບວົງຈອນ

29/07/2026

ແພງເດ້..🥰 ໄດ້ດາມຂາອີກ🐿️

🐈 ນ້ອງແມວຊື່ຊານົມໄດ້ເຜີກືນເຂັມຫຍິບເຄື່ອງເຂົ້າໄປ ເຊິ່ງເຂັມມີຄວາມຍາວ 2.5cm ໂດຍບໍ່ມີອາການຜິດປົກກະຕິ💢    ໂຊກດີທີ່ເຈົ້າຂອງສັງ...
28/07/2026

🐈 ນ້ອງແມວຊື່ຊານົມໄດ້ເຜີກືນເຂັມຫຍິບເຄື່ອງເຂົ້າໄປ ເຊິ່ງເຂັມມີຄວາມຍາວ 2.5cm ໂດຍບໍ່ມີອາການຜິດປົກກະຕິ💢
ໂຊກດີທີ່ເຈົ້າຂອງສັງເກດວ່າເຂັມຫຍິບເຄຶ່ອງເສຍ ແລະ ກັງວົນວ່ານ້ອງແມວອາດກິນເຂົ້າໄປ ເຈົ້າຂອງເລີຍພານ້ອງມາກວດໃຫ້ສະບາຍໃຈ

ຈາກນັ້ນໝໍຂອງພວກເຮົາກໍ່ໄດ້ກວດໂດຍ X-ray ແລະ Ultrasound ພົບວ່າເຂັມໄດ້ໄປຕິດຢູ່ໃນລຳໄສ້ແທ້ ຈຶ່ງປຶກສາກັບເຈົ້າຂອງ ແລະຕັດສິນໃຈຜ່າຕັດເພື່ອນຳເຂັມອອກ ເນື່ອງຈາກຫາກປ່ອຍໄວ້ ອາດເຮັດໃຫ້ລຳໄສ້ບາດເຈັບໄດ້ ແລະສ່ຽງຕໍ່ຊີວິດຂອງນ້ອງແມວ💚🐱

ປັດຈຸບັນນ້ອງຜ່າຕັດສຳເລັດແລ້ວ ແລະຍັງຢູ່ທີ່ຄລີນິກ. ເນື່ອງຈາກເປັນການຜ່າຕັດລຳໄສ້ ນ້ອງຍັງບໍ່ສາມາດກິນອາຫານໄດ້ໃນຊ່ວງນີ້ ເພື່ອຫຼຸດການລະຄາຍເຄືອງຂອງລຳໄສ້. ໝໍຈຶ່ງໃຫ້ສານນ້ຳ ແລະສານອາຫານທາງເສັ້ນເລືອດ

ພ້ອມຕິດຕາມອາການຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ. ສ່ວນລູກແມວໃນທ້ອງເນື່ອງຈາກອາຍຸຄັນຍັງນ້ອຍປ່ອຍໄວ້ກໍ່ສ່ຽງເສຍຊີວິດໃນທ້ອງ ເຈົ້າຂອງຈື່ງຕັດສິນໃຈເອົາອອກແລະເຮັດໝັນທັນທີ 📌

ຄລີນິກສັດຕະວະແພດ ລາວ-ຫວຽດ
https://maps.app.goo.gl/NxB1HdNvTevCesBD9?g_st=ic

#ຄລີນິກສັດຕະວະແພດລາວຫວຽດ #ຜ່າຕັດກະດູກສັດ #ຜ່າຕັດສັດ #ອາບນ້ຳ #ເມືອງໄຊເສດຖາ #ໝານ້ອຍ #ສັດແປກ #ເຮັດໝັນໝາຜູ້

Address

Https://maps. App. Goo. Gl/9XQwjH8GjpPPFpQm8?g_st=ic
Vientiane

Opening Hours

Monday 08:00 - 20:00
Tuesday 08:00 - 20:00
Wednesday 08:00 - 20:00
Thursday 08:00 - 20:00
Friday 08:00 - 20:00
Saturday 08:00 - 20:00
Sunday 08:00 - 20:00

Alerts

Be the first to know and let us send you an email when Lao-Viet VET Clinic ຄລີນິກສັດຕະວະແພດລາວ-ຫວຽດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share