Healthy Pet Clinic

Healthy Pet Clinic Veterinary

KVac 2026KhonKaen
17/08/2026

KVac 2026
KhonKaen

ນ້ອງ Bonus ຜູ້ທີ່ກິນຂອງແປກ😊
16/08/2026

ນ້ອງ Bonus ຜູ້ທີ່ກິນຂອງແປກ😊

2nd Small animal veterinary specialty congress 2026.Shenzhen
15/08/2026

2nd Small animal veterinary specialty congress 2026.
Shenzhen

🐶🐱💚 ນ້ອງໝາ ແລະ ນ້ອງແມວສູງອາຍຸ ຍິ່ງຕ້ອງໃສ່ໃຈສຸຂະພາບເມື່ອສັດລ້ຽງອາຍຸຫຼາຍຂຶ້ນ ຮ່າງກາຍ ແລະ ການເຮັດວຽກຂອງອະໄວຍະວະຕ່າງໆ ອາດຄ່ອ...
15/08/2026

🐶🐱💚 ນ້ອງໝາ ແລະ ນ້ອງແມວສູງອາຍຸ ຍິ່ງຕ້ອງໃສ່ໃຈສຸຂະພາບ

ເມື່ອສັດລ້ຽງອາຍຸຫຼາຍຂຶ້ນ ຮ່າງກາຍ ແລະ ການເຮັດວຽກຂອງອະໄວຍະວະຕ່າງໆ ອາດຄ່ອຍໆປ່ຽນແປງ. ເຖິງແມ່ນພາຍນອກຍັງເບິ່ງຄືແຂງແຮງດີ ແຕ່ພະຍາດບາງຊະນິດ ເຊັ່ນ ພະຍາດໄຕ, ພະຍາດຕັບ, ພະຍາດຫົວໃຈ, ເບົາຫວານ ຫຼື ບັນຫາຂໍ້ຕໍ່ ອາດເລີ່ມເກີດຂຶ້ນໂດຍຍັງບໍ່ສະແດງອາການຢ່າງຊັດເຈນ.

🩺 ການກວດສຸຂະພາບເປັນປະຈຳຊ່ວຍຫຍັງໄດ້ແດ່?

ການກວດຮ່າງກາຍຮ່ວມກັບການກວດເລືອດ ແລະ ການກວດເພີ່ມເຕີມຕາມຄວາມເໝາະສົມ ຊ່ວຍປະເມີນສຸຂະພາບໂດຍລວມ ແລະ ຄົ້ນຫາຄວາມຜິດປົກກະຕິໄດ້ຕັ້ງແຕ່ໄລຍະເລີ່ມຕົ້ນ ເຮັດໃຫ້ສາມາດວາງແຜນການດູແລ ແລະ ການຮັກສາໄດ້ຢ່າງເໝາະສົມ.

📅 ສຳລັບສັດລ້ຽງສູງອາຍຸ ຄວນໄດ້ຮັບການກວດສຸຂະພາບເປັນປະຈຳ ໂດຍຄວາມຖີ່ ແລະ ລາຍການກວດຄວນປັບໃຫ້ເໝາະສົມຕາມອາຍຸ, ສາຍພັນ ແລະ ສຸຂະພາບຂອງສັດລ້ຽງແຕ່ລະໂຕ.

💚 Healthy Pet Clinic ພ້ອມໃຫ້ບໍລິການກວດສຸຂະພາບນ້ອງໝາ ແລະ ນ້ອງແມວທຸກຊ່ວງອາຍຸ ໂດຍສັດຕະວະແພດ ພ້ອມໃຫ້ຄຳແນະນຳທີ່ເໝາະສົມສຳລັບສັດລ້ຽງແຕ່ລະໂຕ.

✨ ເພາະການດູແລທີ່ດີ ເລີ່ມຕົ້ນຈາກການກວດສຸຂະພາບ ກ່ອນທີ່ບັນຫາຈະຮຸນແຮງ

📞 ສອບຖາມຂໍ້ມູນ ຫຼື ນັດໝາຍໄດ້ທີ່ Healthy Pet Clinic
02054454494

🕷️ ເຫັບ ແລະ ໝັດ... ບັນຫານ້ອຍໆ ທີ່ບໍ່ຄວນເບິ່ງຂ້າມ!ເຫັບ ແລະ ໝັດ ບໍ່ພຽງແຕ່ເຮັດໃຫ້ສັດລ້ຽງຄັນ ແລະ ບໍ່ສະບາຍຕົວ ແຕ່ຍັງເປັນພາຫະນ...
25/07/2026

🕷️ ເຫັບ ແລະ ໝັດ... ບັນຫານ້ອຍໆ ທີ່ບໍ່ຄວນເບິ່ງຂ້າມ!

ເຫັບ ແລະ ໝັດ ບໍ່ພຽງແຕ່ເຮັດໃຫ້ສັດລ້ຽງຄັນ ແລະ ບໍ່ສະບາຍຕົວ ແຕ່ຍັງເປັນພາຫະນຳໂຣກຫຼາຍຊະນິດ ເຊັ່ນ ໂຣກພະຍາດເມັດເລືອດ, ພາວະເລືອດຈາງ, ຜິວໜັງອັກເສບຈາກການແພ້ນ້ຳລາຍໝັດ ແລະ ຍັງສາມາດແຜ່ກະຈາຍໄປຫາສັດລ້ຽງໂຕອື່ນໃນບ້ານໄດ້.

ແມ່ນແຕ່ສັດລ້ຽງທີ່ລ້ຽງຢູ່ໃນເຮືອນ ກໍຍັງມີໂອກາດຕິດເຫັບ ແລະ ໝັດ ໄດ້ ຈາກການອອກໄປຍ່າງຫຼິ້ນ, ການສຳຜັດກັບສັດອື່ນ ຫຼື ສິ່ງແວດລ້ອມຮອບໆ ບ້ານ.

✅ ວິທີປ້ອງກັນເຫັບ ແລະ ໝັດ
• ໃຊ້ຢາປ້ອງກັນເຫັບ ແລະ ໝັດ ເປັນປະຈຳ ຕາມຄຳແນະນຳຂອງສັດຕະວະແພດ
• ຮັກສາຄວາມສະອາດບ່ອນນອນ, ກົງ ແລະ ພື້ນທີ່ທີ່ສັດລ້ຽງອາໄສ
• ກວດເບິ່ງຂົນ ແລະ ຜິວໜັງເປັນປະຈຳ ໂດຍສະເພາະຫຼັງຈາກອອກນອກບ້ານ
• ຫາກພົບເຫັບ ຫຼື ໝັດ ຈຳນວນຫຼາຍ ຄວນຮັກສາທັງສັດລ້ຽງ ແລະ ສິ່ງແວດລ້ອມໄປພ້ອມກັນ.

ທີ່ Healthy Pet Clinic ພວກເຮົາມີຢາປ້ອງກັນ ແລະ ກຳຈັດເຫັບ ແລະ ໝັດ ທີ່ມີປະສິດທິພາບ ພ້ອມໃຫ້ຄຳປຶກສາໃນການເລືອກຜະລິດຕະພັນ ໃຫ້ເໝາະສົມກັບອາຍຸ, ນ້ຳໜັກ ແລະ ວິຖີຊີວິດຂອງສັດລ້ຽງແຕ່ລະໂຕ.

💚 ປ້ອງກັນງ່າຍກວ່າຮັກສາ ໃຫ້ສັດລ້ຽງຂອງທ່ານປອດໄພຈາກເຫັບ ແລະ ໝັດ ຕະຫຼອດປີ

📞 ສອບຖາມຂໍ້ມູນ ຫຼື ນັດໝາຍໄດ້ທີ່ Healthy Pet Clinic

🩸 ເປັນຫຍັງສັດລ້ຽງຈຶ່ງຄວນກວດເລືອດ?ສັດລ້ຽງຫຼາຍໂຕເບິ່ງຄືແຂງແຮງດີ ແຕ່ພະຍາດຫຼາຍຊະນິດ ເຊັ່ນ ການເຮັດວຽກຂອງຕັບ,ໄຂ່ຫລັງ, ພະຍາດເບົ...
24/07/2026

🩸 ເປັນຫຍັງສັດລ້ຽງຈຶ່ງຄວນກວດເລືອດ?

ສັດລ້ຽງຫຼາຍໂຕເບິ່ງຄືແຂງແຮງດີ ແຕ່ພະຍາດຫຼາຍຊະນິດ ເຊັ່ນ ການເຮັດວຽກຂອງຕັບ,ໄຂ່ຫລັງ, ພະຍາດເບົາຫວານ, ພາວະເລືອດຈາງ ຫຼື ການຕິດເຊື້ອ ອາດເລີ່ມຕົ້ນໂດຍຍັງບໍ່ສະແດງອາການ. ການກວດເລືອດຈຶ່ງເປັນວິທີສຳຄັນທີ່ຊ່ວຍຄົ້ນພົບຄວາມຜິດປົກກະຕິໄດ້ຕັ້ງແຕ່ໄລຍະເລີ່ມຕົ້ນ ເພື່ອໃຫ້ການຮັກສາໄດ້ທັນເວລາ ແລະ ມີໂອກາດຫາຍດີຫຼາຍຂຶ້ນ.

ການກວດເລືອດເໝາະສຳລັບ
🐶🐱 ສັດລ້ຽງທີ່ມີອາການຊຶມ, ບໍ່ກິນອາຫານ, ອາເມັນ ຫຼື ຖອກທ້ອງ
🐶🐱 ສັດລ້ຽງສູງອາຍຸ ທີ່ຄວນກວດສຸຂະພາບເປັນປະຈຳ
🐶🐱 ສັດລ້ຽງກ່ອນຜ່າຕັດ ຫຼື ກ່ອນດົມຢາສະຫຼົບ
🐶🐱 ການຕິດຕາມຜົນການຮັກສາ ແລະ ປະເມີນການເຮັດວຽກຂອງອະໄວຍະວະຕ່າງໆ

ທີ່ Healthy Pet Clinic ພວກເຮົາໃຫ້ບໍລິການກວດເລືອດດ້ວຍເຄື່ອງມືມາດຕະຖານ ຮູ້ຜົນໄດ້ຢ່າງໄວ ພ້ອມການອະທິບາຍຜົນກວດ ແລະ ໃຫ້ຄຳແນະນຳໂດຍສັດຕະວະແພດ ເພື່ອໃຫ້ເຈົ້າຂອງສາມາດວາງແຜນການດູແລສັດລ້ຽງໄດ້ຢ່າງເໝາະສົມ.

💚 ສຸຂະພາບທີ່ດີ ເລີ່ມຈາກການກວດສຸຂະພາບເປັນປະຈຳ

📞 ສອບຖາມຂໍ້ມູນ ຫຼື ນັດໝາຍໄດ້ທີ່ Healthy Pet Clinic
02054454494

🐶🐱 ການຖ່າຍພາບເອັກຊະເຣ (X-ray): ເປັນເຄື່ອງມືສຳຄັນໃນການວິນິໄສພະຍາດຂອງສັດລ້ຽງເມື່ອໝາ ຫຼື ແມວຂອງທ່ານເຈັບປ່ວຍ ຫຼື ໄດ້ຮັບອຸບັດ...
23/07/2026

🐶🐱 ການຖ່າຍພາບເອັກຊະເຣ (X-ray): ເປັນເຄື່ອງມືສຳຄັນໃນການວິນິໄສພະຍາດຂອງສັດລ້ຽງ

ເມື່ອໝາ ຫຼື ແມວຂອງທ່ານເຈັບປ່ວຍ ຫຼື ໄດ້ຮັບອຸບັດເຫດ, ການຖ່າຍຮູບເອັກຊະເຣ (X-ray) ຊ່ວຍໃຫ້ສັດຕະວະແພດສາມາດເບິ່ງຄວາມຜິດປົກກະຕິພາຍໃນຮ່າງກາຍຂອງສັດລ້ຽງຂອງທ່ານໄດ້ເຊັ່ນ: ກະດູກຫັກ, ສິ່ງແປກປອມທີ່ກືນເຂົ້າໄປ, ໂລກຫົວໃຈ ແລະ ປອດ, ຫນິ້ວໃນກະເພາະປັດສະວະ, ໂລກຂໍ້ກະດູກເຊື່ອມ ແລະ ອີກຫຼາຍພະຍາດ. ການວິນິໄສທີ່ຖືກຕ້ອງ ແລະ ທັນເວລາ ຊ່ວຍໃຫ້ການປິ່ນປົວໄດ້ໄວດີຂື້ນແລະໄວຂື້ນ ເພີ່ມໂອກາດໃຫ້ສັດລ້ຽງຟື້ນຕົວໄດ້ດີ.

📍 ຄລີນິກ Healthy Pet Clinic ມີບໍລິການຖ່າຍພາບເອັກຊະເຣ (Digital X-ray) ດ້ວຍອຸປະກອນທັນສະໄໝ. ຫາກສັດລ້ຽງຂອງທ່ານເດີນຂາກະເຜກ, ຫາຍໃຈລຳບາກ, ຮາກຊ້ຳໆ ຫຼື ປະສົບອຸບັດເຫດ, ຄວນນຳມາພົບສັດຕະວະແພດເພື່ອຮັບການກວດ ແລະ ວິນິໄສຢ່າງຖືກຕ້ອງ.

❤️🐾 Healthy Pet Clinic ພ້ອມດູແລສຸຂະພາບສັດລ້ຽງຂອງທ່ານດ້ວຍຄວາມໃສ່ໃຈ.

ັດລ້ຽງ #ສັດຕະວະແພດ #ສຸຂະພາບໝາ #ສຸຂະພາບຫມາ-ແມວ

22/07/2026

ສຽງໃນຫົວຕອນຈັບເສ່ຍສົ້ມຫມູ່ ວັດຄວາມດັນ
(ໃຜບອກຕຸ້ຍ)🤣

30/06/2026

ກະຍັງວ່າບໍ່ແມ່ນ ຮ່ວຍຍຍ

#ສັດຕະວະແພດ
#ຮັກສາສັດລ້ຽງຄົບວົງຈອນ
#ຄລີນິກປົວສັດວຽງຈະເລີນ #ຄລີນິກໝໍທອງ #ສັກວັກຊີນໝາແມວ #ຮັກສາສັດ #ອາຫານສັດ #ສັດຕະວະແພດ #ສັດລ້ຽງ #ປົວສັດ

29/06/2026

ເມື່ອນ້ອງເຮັດວຽກຕາມເງິນເດືອນ 🤣

#ສັດຕະວະແພດ #ຮັກສາສັດລ້ຽງຄົບວົງຈອນ #ຄລີນິກປົວສັດວຽງຈະເລີນ #ຄລີນິກໝໍທອງ #ສັກວັກຊີນໝາແມວ #ສັດລ້ຽງ #ປົວສັດ #ອາຫານສັດ #ອຸປະກອນສັດລ້ຽງ #ຂາຍເຄື່ອງສັດລ້ຽງ

Address

Viengchaloen Village
Vientiane

Telephone

+8562054454494

Website

Alerts

Be the first to know and let us send you an email when Healthy Pet Clinic posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Healthy Pet Clinic:

Shortcuts

Share