KRUA LUANG - Royal Thai Cuisine Vientiane

KRUA LUANG - Royal Thai Cuisine Vientiane Contact information, map and directions, contact form, opening hours, services, ratings, photos, videos and announcements from KRUA LUANG - Royal Thai Cuisine Vientiane, 17°56'04. 3"N 102°37'38. 0"E, Ban Thongkhan, Street 10, House 395, Sisatanak District, Vientiane.

ຮ້ານຄົວຫລວງ ອາຫານໄທ ລົດຊາດແບບດັ້ງເດີມ
KRUA LUANG – Royal Thai Cuisine (Vientiane) A premium thai restaurant Offering Authentic Royal thai food, Elegant Desserts, and Traditional thai hospitality. Authentic Royal Thai dining experience, located in Vientiane, Laos. ຮ້ານອາຫານໄທລະດັບພຣີເມຍ ທີ່ນຳສະເໜີອາຫານໄທແບບດັ້ງເດີມສະໄຕລ໌ຊາວວັງ
🛕✨ Krua Luang Thai Royal Cuisine ຮ້ານອາຫານ ຄົວຫຼວງ

29/07/2026
ປິດສາກຢ່າງສະຫງ່າງາມ ງານ "Mekong Growth 2026"ກວາດມູນຄ່າສະພັດກວ່າ 2,5 ຕື້ກີບ ຈັບຄູ່ທຸລະກິດໄດ້ 63 ຄູ່.ວັນທີ 29 ມິຖຸນາ 2026 ...
12/07/2026

ປິດສາກຢ່າງສະຫງ່າງາມ ງານ "Mekong Growth 2026"
ກວາດມູນຄ່າສະພັດກວ່າ 2,5 ຕື້ກີບ ຈັບຄູ່ທຸລະກິດໄດ້ 63 ຄູ່.

ວັນທີ 29 ມິຖຸນາ 2026 ທີ່ສູນການຄ້າ ບິກຊີ (Big C) ນະຄອນຫຼວງວຽງຈັນ ໄດ້ມີພິທີປິດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ພາຍໃຕ້ໂຄງການ Mekong Growth 2026 ຢ່າງເປັນທາງການ ຫຼັງຈາກທີ່ໄດ້ດຳເນີນງານມາຢ່າງຟົດຟື້ນເປັນເວລາ 5 ວັນ (ລະຫວ່າງວັນທີ 25-29 ມິຖຸນາ 2026) ແລະ ປະສົບຜົນສຳເລັດຢ່າງຈົບງາມ ເຊິ່ງພິທີປິດໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ພັນທະນາ ປຣະກອບຊາດ ອຸປະທູດຮັກສາການສະຖານເອກອັກຄະຣະຊະທູດ ແຫ່ງຣາຊະອານາຈັກ ໄທ ປະຈໍາ ສປປ ລາວ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ທ່ານນາງ ອິດສະຣິຍະພອນ ພວງສີທິຕິ ກຳມະການບໍລິຫານ Vith Hub ພ້ອມດ້ວຍບັນດາການນໍາພັກ-ລັດ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ນາງ ວັນມະນີ ພິມມະສານ ກ່າວວ່າ: ງານ "Mekong Growth 2026" ຈັດຂຶ້ນພາຍໃຕ້ວິໄສທັດການຊຸກຍູ້ການເຕີບໂຕທາງເສດຖະກິດ ການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ນະຄອນຫຼວງວຽງຈັນ ກັບບັນດາແຂວງອ້ອມຂ້າງ ແລະ ປະເທດໃນພາກພື້ນແມ່ນໍ້າຂອງ ໂດຍມີຈຸດປະສົງຫຼັກຄື: ເພື່ອສ້າງເວທີໃຫ້ແກ່ຜູ້ປະກອບການ ຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ແລະ ຜູ້ຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ໄດ້ມີໂອກາດເຂົ້າເຖິງຕະຫຼາດ ແລະ ພົບປະຜູ້ບໍລິໂພກໂດຍກົງ. ເພື່ອສົ່ງເສີມການສ້າງເຄືອຂ່າຍພັນທະມິດທາງການຄ້າ (Business Matching) ແລະ ການຮ່ວມມືດ້ານໂລຈິສຕິກ ພາຍໃນພາກພື້ນ.

ການຈັດງານໃນຄັ້ງນີ້ສາມາດສ້າງຜົນກະທົບທາງບວກໃຫ້ແກ່ເສດຖະກິດ ແລະ ຜູ້ປະກອບການຢ່າງຫຼວງຫຼາຍ ເຊິ່ງ ຜູ້ປະກອບການເຂົ້າຮ່ວມມີທັງໝົດ 40 ຫົວໜ່ວຍ (ຈາກຣາຊະອານາຈັກ ໄທ 20 ຫົວໜ່ວຍ ແລະ ນະຄອນຫຼວງວຽງຈັນ 20 ຫົວໜ່ວຍ) ເຊິ່ງໄດ້ນຳເອົາຜະລິດຕະພັນ MSME ແລະ ສິນຄ້າ ODOP ມາຮ່ວມວາງສະແດງ. ສ້າງມູນຄ່າການຈໍລະຈອນສິນຄ້າທັງໝົດ ກວ່າ 2,5 ຕື້ກີບ. ປະສົບຜົນສຳເລັດໃນການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຫຼື ສັນຍາຊື້-ຂາຍລ່ວງໜ້າ ໄດ້ທັງໝົດ 63 ຄູ່ສັນຍາ (ລວມ 126 ຜູ້ປະກອບການ).

ຜູ້ຜະລິດສາມາດເຈລະຈາທາງທຸລະກິດຮ່ວມກັບສູນການຄ້າໃຫຍ່ໄດ້ 3 ແຫ່ງ ຄື: ສູນການຄ້າ ບິກຊີ (Big C) ສູນການຄ້າ ໂຊກທະວີ ແລະ ສູນການຄ້າ ກ໊ອກກ໊ອກ ເມກ້າມໍ. ໄດ້ມີການຖ່າຍທອດຄວາມຮູ້ດ້ານການຕະຫຼາດ ການຂາຍອອນລາຍ ແລະ ການຫຸ້ມຫໍ່ຜະລິດຕະພັນ ຈາກຊ່ຽວຊານປະສົບການສູງຈາກປະເທດໄທ ໃຫ້ແກ່ຜູ້ປະກອບການ ແລະ ສະຖາບັນການສຶກສາໃນນະຄອນຫຼວງວຽງຈັນ ໄດ້ກວ່າ 70 ຄົນ. ມີມວນຊົນເຂົ້າຮ່ວມທ່ຽວຊົມ ແລະ ເລືອກຊື້ສິນຄ້າຕະຫຼອດ 5 ວັນ ປະມານ 1.500 ເທື່ອຄົນ.

ເພື່ອສືບຕໍ່ຂະຫຍາຍຜົນສຳເລັດຂອງງານໃນໄລຍະຍາວ ຄະນະຮັບຜິດຊອບໄດ້ກຳນົດແຜນການຄື: ຊຸກຍູ້ການສົ່ງອອກ: ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈະຮ່ວມມືກັບ ອົງການ VITH HUB (ຕາງໜ້າໂດຍສູນການຄ້າ ບິກຊີ Big C) ເພື່ອສ້າງ MOU ກ່ຽວກັບການຮ່ວມມືທາງດ້ານວິຊາການ ໃນການພັດທະນາ MSME ໃຫ້ເຂັ້ມແຂງ ແລະ ກ້າວໄປເຖິງການສົ່ງອອກສິນຄ້າໄປຍັງປະເທດທີສາມ. ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ບັນດາແຂວງອ້ອມຂ້າງ ເພື່ອຖອດຖອນບົດຮຽນ ແລະ ກະກຽມແຜນການຈັດງານໃນລະດັບພາກພື້ນ ໃຫ້ມີຂະໜາດໃຫຍ່ ແລະ ຄົບຖ້ວນກວ່າເກົ່າໃນປີຕໍ່ໄປ.

ງານ "Mekong Growth 2026" ຄັ້ງນີ້ ບໍ່ພຽງແຕ່ເປັນການເປີດໂອກາດທາງການຄ້າໄລຍະສັ້ນເທົ່ານັ້ນ ແຕ່ຍັງເປັນການສ້າງຮາກຖານເຄືອຂ່າຍພັນທະມິດທຸລະກິດ ລະຫວ່າງ ສປປ ລາວ ແລະ ໄທ ໃຫ້ເຕີບໂຕໄປດ້ວຍກັນຢ່າງຍືນຍົງ.

​"ຄວາມສຳເລັດຂອງງານໃນຄັ້ງນີ້ ບໍ່ພຽງແຕ່ເປັນການກະຕຸ້ນເສດຖະກິດ ແລະ ການຄ້າໃນພູມີພາກເທົ່ານັ້ນ, ແຕ່ຍັງຖືເປັນໝຸດໝາຍສຳຄັນໃນການຮັດແໜ້ນຄວາມສຳພັນອັນດີ ລະຫວ່າງ ພາກທຸລະກິດຂອງທັງສອງປະເທດ ໃຫ້ເຕີບໂຕໄປພ້ອມກັນຢ່າງຍືນຍົງ ພາຍໃຕ້ຂອບການຮ່ວມມືແຫ່ງລຸ່ມແມ່ນ້ຳຂອງ."

ນໍາສະເໜີຂ່າວໂດຍ ວາລະສານເທວາ Theva Magazine

20/03/2026

Dear customers, we are temporarily closed for renovations.

📍เมนูวันพฤหัสบดีนี้ พะแนงหมู ขนมจีนแกงเขียวหวานไก่  ผัดไทยโบราณ ผัดไทยกุ้ง ผัดไทยหมู ผัดไทยไก่ 💙 #ร้านอาหารไทยครัวหลวง
11/02/2026

📍เมนูวันพฤหัสบดีนี้ พะแนงหมู ขนมจีนแกงเขียวหวานไก่ ผัดไทยโบราณ ผัดไทยกุ้ง ผัดไทยหมู ผัดไทยไก่ 💙
#ร้านอาหารไทยครัวหลวง

ປະກາດຮັບສະໝັກວຽກKrua Luang – Royal Thai Cuisine Vientiane  ກຳລັງມອງຫາພະນັກງານເຂົ້າຮ່ວມທີມງານທີ່ເປັນມືອາຊີບ ໃນຫຼາຍຕຳແໜ່ງ ...
24/01/2026

ປະກາດຮັບສະໝັກວຽກ
Krua Luang – Royal Thai Cuisine Vientiane ກຳລັງມອງຫາພະນັກງານເຂົ້າຮ່ວມທີມງານທີ່ເປັນມືອາຊີບ ໃນຫຼາຍຕຳແໜ່ງ ດັ່ງນີ້:
1. ຕຳແໜ່ງ: ພະນັກງານບັນຊີ , ງານທົ່ວໄປ
2. ຕຳແໜ່ງ: ພະນັກງານທົ່ວໄປ
3. ຕຳແໜ່ງ: ຜູ້ຊ່ວຍຄົວ
4. ຕຳແໜ່ງພະນັກງານເສີບ Part time
ຕອນເຊົ້າ ແລະ ຕອນແລງ
ສະຖານທີ່ເຮັດວຽກ: Thongkang Village Sisattanak
https://maps.app.goo.gl/wpfvSoKaFkVicW9R7
ຕິດຕໍ່ສະໝັກງານ:
WhatsApp: https://wa.me/8562056605450

📍 เมนูวันนี้ พะแนงหมู มัสมั่นไก่ มัสมั่นหมู แกงเขียวหวานไก่ ผัดไทย ข้าวผัดครัวหลวง ป่อเปี๊ยะทอด เกี้ยวห่อแฮมไก่ 💙แวะมาทา...
13/01/2026

📍 เมนูวันนี้ พะแนงหมู มัสมั่นไก่ มัสมั่นหมู แกงเขียวหวานไก่ ผัดไทย ข้าวผัดครัวหลวง ป่อเปี๊ยะทอด เกี้ยวห่อแฮมไก่
💙แวะมาทานกันนะคะ

📍 เมนูสำหรับวันพุธที่7-1-2026💙ผัดไทยครัวหลวง,กุ้ง,ไก่, หมู,ปลาหมึก💙 พะแนงหมู💙ต้มข่าไก่💙ขนมจีน แกงเขียวหวานไก่💙ข้าวผัดครั...
06/01/2026

📍 เมนูสำหรับวันพุธที่7-1-2026
💙ผัดไทยครัวหลวง,กุ้ง,ไก่, หมู,ปลาหมึก
💙 พะแนงหมู
💙ต้มข่าไก่
💙ขนมจีน แกงเขียวหวานไก่
💙ข้าวผัดครัวหลวง
#ขอบพระคุณทุกท่าน

📍 Menu for Wednesday, January 7, 2023
💙 Pad Thai (Shrimp, Chicken, Pork, or Squid)
💙 Panang Pork
💙 Tom Kha G*i (Chicken Coconut Soup)
💙 Khanom Jeen (Thin Rice Noodles) Green Curry Chicken
💙 Fried Rice

Address

17°56'04. 3"N 102°37'38. 0"E, Ban Thongkhan, Street 10, House 395, Sisatanak District
Vientiane
01000

Opening Hours

Tuesday 10:00 - 21:00
Wednesday 10:00 - 21:00
Thursday 10:00 - 21:00
Friday 10:00 - 21:00
Saturday 10:00 - 21:00
Sunday 10:00 - 21:00

Telephone

0305238496

Alerts

Be the first to know and let us send you an email when KRUA LUANG - Royal Thai Cuisine Vientiane posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to KRUA LUANG - Royal Thai Cuisine Vientiane:

Shortcuts

Share