11/08/2026
#ຳໄອເອັມຊີການແພດ
👩🏻⚕️👩🏻⚕️🧑⚕️🧑⚕️ມື້ນີ້ຫມໍຈະມາເເຊໂລກທີ່ມັກເກີດຂື້ນໃນເດັກນ້ອຍ ເອີ້ນວ່າໂລກ ມື ຕີນ ປາກ ( Hand, Foot and mouth Disease)
🦠 ໂລກມື ຕີນ ປາກ ພົບໄດ້ຫຼາຍໃນເດັກນ້ອຍ
ໂລກນີ້ແມ່ນເກີດຈາກການຕິດເຊື້ອໄວຣັສ ແລະ ສາມາດຕິດຕໍ່ກັນໄດ້ງ່າຍ
📌 ໂລກນີ້ຕິດຕໍ່ກັນແນວໃດ?
• 🤧 ຜ່ານທາງນ້ຳລາຍ ແລະ ນ້ຳມູກ ຈາກການໄອ ຫຼື ຈາມ
• 💧 ການສຳຜັດນ້ຳລາຍ ນ້ຳມູກ ຫຼື ນ້ຳຈາກຕຸ່ມພອງຂອງຜູ້ປ່ວຍ
• 👐 ຈັບຂອງຫຼິ້ນ ຫຼື ສິ່ງຂອງທີ່ປົນເປື້ອນເຊື້ອ ແລ້ວເອົາມືເຂົ້າປາກ
• 💩 ສຳຜັດອາຈົມຂອງຜູ້ຕິດເຊື້ອ ເຊັ່ນ ເວລາປ່ຽນຜ້າອ້ອມ ແລ້ວບໍ່ໄດ້ລ້າງມືໃຫ້ສະອາດ
🔹 ອາການທີ່ພົບໄດ້
• ມີໄຂ້ ເຈັບຄໍ
• ມີແຜ ຫຼື ຕຸ່ມໃນປາກ
• ມີຜື່ນ ຫຼື ຕຸ່ມບໍລິເວນມື ແລະ ຕີນ
• ເດັກອາດກິນອາຫານ ແລະ ດື່ມນ້ຳໄດ້ໜ້ອຍ ເນື່ອງຈາກເຈັບປາກ
💡 ການປິ່ນປົວ ແລະ ປ້ອງກັນ
✅ເນັ້ນໃຫ້ເດັກດື່ມນໍ້າແລະນົມຫລາຍໆ ພັກຜ່ອນ ແລະ ປິ່ນປົວຕາມອາການ
✅ຫລີກລ້ຽງການໃຊ້ຂອງຮ່ວມກັບຜູ້ອື່ນ
✅ລ້າງມືໃຫ້ສະອາດ ແລະ ເລື້ອຍໆ
✅ບໍ່ໃຊ້ຈອກ ບ່ວງ ແລະ ຂອງໃຊ້ສ່ວນຕົວຮ່ວມກັນ
✅ທໍາຄວາມສະອາດຂອງຫຼິ້ນ ແລະ ພື້ນຜິວທີ່ເດັກສຳຜັດເລື້ອຍໆ
✅ຫຼີກລ້ຽງການໃກ້ຊິດກັບເດັກທີ່ປ່ວຍ
⚠️ ຖ້າເດັກມີອາການຊຶມ ດື່ມນ້ຳບໍ່ໄດ້ ຮາກຫລາຍ ຫຼື ມີອາການຮຸນແຮງ ຄວນຮີບພາໄປພົບແພດໂດຍດ່ວນນະ